ໂຮງງານອົບຂີ້ເບຍຢຸດເຊົ່າການຜະລິດເພາະສົ່ງຜົນ ກະທົບຕໍ່ສິ່ີງແວດລ້ອມ

ຂປລ.ລັດຖະບານສັ່ງໃຫ້ເຈົ້າຂອງໂຮງງານອົບຂີ້ເບຍ ໂຈະການ​ການຜະລິດ​ຢ່າງ​ຖາວອນ​ນັບ​ແຕ່​ວັນ​ທີ 12 ຕຸລາ 2016 ​ເປັນ​ຕົ້ນ​ໄປ ​​ພາຍຫລັງປະຊາຊົນ 160 ກວ່າຫລັງຄາເຮືອນ ໄດ້ຮັບຜົນກະທົບຈາກກິ່ນເໝັນ ເຮັດໃຫ້ປະຊາຊົນເຈັບປວ່ຍເປັນຈໍານວນບໍ່​ໜ້ອຍ. ໂຮງງານດັ່ງກ່າວ, ເປັນຂອງບໍລິສັດ ບອນທູບີ ອາກິເທັກ ຈໍາກັດ ຕັ້ງຢູ່ບ້ານດຸງ ເມືອງໄຊ​ເສດ​ຖາ ນະຄອນຫລວງວຽງຈັນ, ຜ່ານມາອໍານາດການປົກຄອງ ແລະ ພາກລັດ ໄດ້ແຈ້ງເຕືອນ, ອົບຮົມ ແລະ ສັ່ງໃຫ້ຫັນເຂົ້າສູ່ລະບຽບຫລາຍຄັ້ງ ແຕ່ບໍ່ເຫັນເຈົ້າຂອງໂຮງ ງານປັບປຸງ​​. ໂຮງງານດັ່ງກ່າວ, ແມ່ນຜະລິດເພື່ອສະໜອງສົ່ງ​ອອກ​​ຕ່າງປະ​ເທດເພື່ອ ​ໄປປຸງແຕ່ງເປັນຫົວ ອາຫານສັດ, ຝຸ່ນກະສິກໍາ ແລະ ອື່ນໆ.
​ໃນ​ວັນ​ທີ 11 ຕຸລາ​ ນີ້ ທ່ານ​ ຈະ​ເລີ​ນ ​ເຢຍປາວ​ເຮີ ລັດຖະມົນຕີ​ ປະ​ຈໍາ​ສໍານັກງານ​ນາຍົກ, ​ໂຄສົກ​ລັດຖະບານ, ພ້ອມ​ດ້ວຍ​ພາກສ່ວນ​ກ່ຽວຂ້ອງ​ ໄດ້​ລົງ​ໄປ​ຕິດຕາມ​ເບິ່ງ​ຄວາມ​​ເປັນຈິງ​ຂອງ​ໂຮງງານ ​ເຊິ່ງ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ຂອງ​ທ່ານ ​ໄຊ​ຍະ​ເດດ ວົງ​ໄຊ ຜູ້​ອໍານວຍ​ການ​ໂຮງງານ​ ບອນ​ທູ​ບີ ອາ​ກີ​ເທັກ ​ໃຫ້​ຮູ້​ວ່າ: ​ໂຮງງານ​ແມ່ນ​ໄດ້​ເລີ່​ມການ​ຜະລິດ​​​ແຕ່​ຕົ້ນປີ 2015 ຜ່ານມາ​ ໂດຍ​ໄດ້​ມີ​ການ​ເຊັນ​ສັນຍາ​ກັບ​ບໍລິ ສັດ​ເບຍ​ລາວ ​ນໍາ​ເອົາ​ຂີ້​ເບຍ​ມາ​ຜະລິດ​ອົບ​ແຫ້ງ, ຄວາມ​ສາມາດ​ການ​ຜະລິດ​ແມ່ນ 100​ໂຕນ/ມື້ ຖ້າ​​ອົບ​ແຫ້ງ​ຈະ​​ເຫລືອ 25 ​ໂຕນ, ສະ​ເລ່ຍການສົ່ງ​ອອກ 150 ​ໂຕນ/ທິດ​​, ເຊິ່ງຜ່ານ​ການປະຕິບັດມາດົນພໍສົມຄວນ ແລະ ຕໍ່ມາ​ທາງໂຮງງານ​ໄດ້​ຮັບ​ແຈ້ງ​ການ​ກ່ຽວ​ກັບການເກີດກິ່ນເໝັນ. ສະ​ນັ້ນ​, ພາກສ່ວນກ່ຽວຂ້ອງ​ກໍ​ໄດ້ປຶກສາ​ກັບ​ຫລາຍ​ພາກສ່ວນ ​ພະຍາຍາມຫາ​ວິທີ​​ແກ້​ໄຂດ້ວຍ​ການ​ຫລຸດ​ຈໍານວນ​ການ​ຜະລິດ​ລົງ​ແລ້ວ ​ຫາ​ທາງ​ອອກ​ດ້ວຍ​ການ​ສົ່ງ​ອອກ​ຂີ້​ເບຍ​ສົດ​ ໃຫ້​ກັບ​ບໍລິສັດ​ຊີ​ພີ​ປະ​ເທດ​ໄທ​, ແຕ່​ເນື່ອງ​ຈາກການ​ຮັບ​ຊື້ຈໍາກັດ​ພຽງ 60 ​ໂຕນ/ມື້. ​​ໃນ​ນັ້ນ, ​​ວັນພັກລັດຖະການ (​ເສົາ-ອາທິດ) ບໍ່​ໄດ້​ສົ່ງ​ອອກ ​ຈຶ່ງ​ເຮັດ​ໃຫ້​ຂີ້​ເບຍຕົກ​ຄ້າງ​ຈໍານວນ​ໜຶ່ງມີ​ຂີ້​ເບຍ​ລົ້ນ​ສາງ ​ແລະ ປະກອບກັບການ​ເຜົາ​ໄດ້​ນໍາ​ໃຊ້​ເຄື່ອງ​ຈັກ​​ຖ່ານ​ຫີນ ຈຶ່ງ​ໄດ້​ຫາ​ວິທີ​ແກ້​ໄຂ​ໂດຍ​ໄດ້​ນໍາ​ເອົາ​ເຄື່ອງ​ຈັກ​ໃໝ່​ເຂົ້າ​ມາ ​ທີ່​ໃຊ້​ນໍ້າມັນກະຊວນ​​ເປັນ​ເຊື້ອ​ໄຟ​ແທນ.
ຢ່າງ​ໃດ​ກໍ​ດີ​, ທ່ານ​ລັດຖະມົນຕີ ໄດ້​ກ່າວ​ໃຫ້​ທິດ​ຊີ້​ນໍາ​ເພື່ອ​ຜົນ​ປະ​ໂຫຍ​ດສ່ວນ​ລວມ ​ແລະ ບໍ່​ໃຫ້​ເກີດ​ຜົນ​ກະທົບ ​ຕໍ່​ຄວາມ​ເປັນ​ຢູ່​ຂອງ​ປະຊາຊົນ​ ຕ້ອງ​ໄດ້​ຫາ​ວິທີ​ແກ້​ໄຂ​ ໂດຍ​ສະ​ເພາະ​ເມື່ອ​ມີ​ກິ່ນ​, ຄັວນ ກໍ​ຕ້ອງ​ໄດ້​ປຶກສາ​ຫາລື​ກັບ​ພາກສ່ວນ​ກ່ຽວຂ້ອງ ​ເພື່ອ​ເຮັດ​ການ​ວິ​ເຄາະ​ສຶກສາ ​ແລະ ມີ​ການ​ບໍາບັດ, ຄຽງ​ຄູ່​ກັນ​ນັ້ນ​ກໍ​ໃຫ້​ຮີບ​ຮ້ອນ​ຫາ​ທາງ​ຍົກຍ້າຍ​ ທີ່​ຕັ້ງ​ໂຮງງານ​ໄປ​ຢູ່​ບ່ອນ​ທີ່​ເໝາະ​ສົມ ຫລື ຖ້າ​ຈະ​ຢູ່​ບ່ອນ​ເກົ່າ​ກໍ​ຕ້ອງ​ຮັບປະ ກັນ​​ຄວາມ​ປອດ​​ໄພ​ທາງດ້ານ​ສິ່ງ​ແວດ​ລ້ອມ​ເປັນ​ສຳຄັນ.

No comments

Theme images by compassandcamera. Powered by Blogger.