ປະກວດອາຫານພື້ນບ້ານສົ່ງເສີມສີມືການປຸງແຕ່ງ
ການປະກວດພາເຂົ້າອາຫານພື້ນບ້ານເນື່ອງໃນໂອກາດບຸນຊ່ວງເຮືອປະ ຈຳປີ 2016 ຂອງເມືອງຫົງສາ ແຂວງ ໄຊຍະບູລີ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 8-9 ຕຸລາ 2016 ທີ່ເດີ່ນທ່ານ້ຳແກນສະ ຖານທີ່ຊ່ວງເຮືອຂອງເມືອງຫົງສາ
ໂດຍ ການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາ ຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງໆໄຊ ຍະບູລີ, ມີຄະນະອຳນາດການປົກຄອງ ເມືອງ, ຄະນະປະທານຈັດງານແຂ່ງຂັນ ເຮືອຊ່ວງ, ຄະນະກຳມະການກວດກາ ຈັດງານແຂ່ງຂັນ, ແຂກຖືກເຊີນຈາກບັນ ດາເມືອງອ້ອມຂ້າງ ແລະບ້ານທີ່ມີພາເຂົ້າ ອາຫານພື້ນບ້ານພາຍໃນເທສະບານເມືອງເຂົ້າຮ່ວມ.
ການປະກວດພາເຂົ້າອາຫານພື້ນ ບ້ານໃນຄັ້ງນີ້, ປະກອບມີທັງໝົດ 12 ບ້ານ ເຂົ້າໃນເທສະບານເມືອງເຂົ້າຮ່ວມຄື: ບ້ານສີບຸນເຮືອງ, ບ້ານຈຳປາ, ບ້ານໂພນ ສະອາດ, ບ້ານຈອມແຈ້ງ, ບ້ານໂພນໄຊ, ບ້ານວຽງແກ້ວ, ບ້ານເມືອງຫານ, ບ້ານ ສີມຸງຄຸນ, ບ້ານໂພນຈັນ, ບ້ານແທ່ນຄຳ, ບ້ານນໍ້າແກນ ແລະບ້ານນາສ້ານ ຊຶ່ງແຕ່ລະບ້ານຕ້ອງຈັດພາເຂົ້າທີ່ມີອາ ຫານຄົບ 5 ໝູ່, ມີລົດຊາດດີ, ສະອາດ ຖືກຫຼັກອະນາໄມ, ການຕົກແຕ່ງອາຫານ ຈົບງາມ ແລະການແຕ່ງກາຍເຈົ້າຂອງ ພາເຂົ້າອາຫານພື້ນບ້ານຜົນການແຂ່ງ ຂັນທີ 1 ບ້ານ ເມືອງຫານ, ໄດ້ຮັບຂັນ ລາງວັນ 1 ໜ່ວຍ ພ້ອມເງິນສົດ 8 ແສນ ກີບ, ທີ່ 2 ບ້ານ ນາແກ່ນຄຳ ໄດ້ຮັບຂັນ ລາງວັນ 1 ໜ່ວຍ ພ້ອມເງິນສົດຈຳນວນ 7 ແສນກີບ, ທີ່ 3 ບ້ານວຽງແກ້ວ ໄດ້ຮັບ ຂັນ 1 ໜ່ວຍ ພ້ອມເງິນສົດ 6 ແສນກີບ.
ຈຸດປະສົງໃນການຈັດປະກວດຄັ້ງນີ້ ກໍເພື່ອເປັນການຊຸກຍູ້ສົ່ງເສີມສິລະປະ ງານສີມືການປຸງແຕ່ງອາຫານພື້ນບ້ານ ຂອງປະຊາຊົນບັນດາເຜົ່າພາຍໃນເມືອງ ໃຫ້ມີການສືບທອດປົກປັກຮັກສາໄວ້ ຢ່າງຍາວນານ, ເປັນການປຸກລະດົມໃຫ້ ເອື້ອຍນ້ອງແມ່ຍິງໃຫ້ເຫັນໄດ້ຄວາມ ໝາຍສໍາຄັນຂອງຮີດຄອງປະເພນີການ ປຸງແຕ່ງອາຫານ ເພື່ອຮັບປະທານພາຍ ໃນຄອບຄົວ ແລະສາມາດພັດທະນາເປັນ ງານສີມືທີ່ສ້າງລາຍຮັບໄດ້, ປັດໄຈສໍາ ຄັນແມ່ນໃຫ້ຜູ້ປຸງແຕ່ງອາຫານເພີ່ມ ຄວາມເອົາໃຈໃສ່ໃນການຈັດຫາອາຫານ ໃສ່ພາເຂົ້າໃຫ້ຄົບ 5 ໝູ່, ປຸງແຕ່ງອາຫານ ໃຫ້ມີລົດຊາດແຊບ, ຖືກຫຼັກອະນາໄມ ແລະມີຄວາມສວຍງາມສ້າງຄວາມປະ ທັບໃຈໃຫ້ຜູ້ຮັບປະທານ.
ທີ່ມາ: SEDTHAKID

No comments