ລັດໃຫ້ໂຮງງານອົບຂີ້ເບ້ຍໂຈະຜະລິດ
ໂຮງງານອົບຂີ້ເບຍບ້ານດຸງຂອງ ບໍລິສັດ ບອນທູບີ ອາກິເທັກ ຈຳກັດທີ່ສື່ ພວກເຮົາໄດ້ນຳສະເໜີຂ່າວໄປກ່ອນໜ້າ ນີ້ກ່ຽວກັບບັນຫາກິ່ນທີ່ໄດ້ສົ່ງຜົນກະທົບ ຕໍ່ປະຊາຊົນອ້ອມຮອບ, ມື້ວານນີ້ທ່ານ ໂຄສົກລັດຖະບານໄດ້ລົງເບິ່ງພື້ນທີ່ຕົວຈິງ ແລະໃຫ້ທິດຊີ້ນຳການເຄື່ອນໄຫວ ຂອງໂຮງງານໂດຍມີຄຳເຫັນວ່າ ເວລານີ້ຈຳເປັນຕ້ອງໂຈະການຜະລິດຍອມຫຼຸບທຶນມາຫາຈຸດຢືນທີ່ໝັ້ນທ່ຽງດ້ວຍການຄິດຫາທາງແກ້ດ້ານສິ່ງແວດລ້ອມເພື່ອ ຄວາມຍາວນານທາງທຸລະກິດ.
ບອນທູບີ ອາກິເທັກ ຈຳກັດ ຊຶ່ງເປັນ ໂຮງງານອົບຂີ້ເບຍທີ່ຕັ້ງຢູ່ບ້ານດຸງ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຮັບສຳປະທານຂີ້ເບຍຈາກບໍລິສັດເບຍ ລາວ ເພື່ອນຳມາອົບ ແລະຈຳໜ່າຍໃຫ້ ບໍລິສັດຊີພີລາວ ແລະຊີພີປະເທດໄທ ແຕ່ເນື່ອງຈາກບໍ່ໄດ້ຜ່ານການສຶກສາຜົນກະ ທົບດ້ານສິ່ງແວດລ້ອມ ຈິ່ງເຮັດໃຫ້ການ ຜະລິດເກີດມີບັນຫາເປັນຕົ້ນບັນຫາກິ່ນເໝັນ, ນ້ຳເປື້ອນ ແລະກິ່ນຂີວຈາກການ ເຜົາຖ່ານຫີນ ສິ່ງເຫຼົ່ານີ້ໄດ້ສົ່ງຜົນກະທົບ ຕໍ່ປະຊາຊົນອ້ອມຮອບຫຼາຍກວ່າ 100 ຄອບຄົວ ແລະກ່ອນໜ້ານີ້ທາງອຳນາດ ການປົກຄອງທີ່ກ່ຽວຂ້ອງກໍໄດ້ມີທິດຊີ້ນຳແລ້ວຫຼາຍເທື່ອ ໃຫ້ປັບປຸງຮູບການບໍ ລິຫານຈັດການພາຍໃນໂຮງງານ ເພື່ອຮັບ ປະກັນຄວາມເປັນມິດຕໍ່ສິ່ງແວດລ້ອມ,
ຈາກນັ້ນ ກໍມີແຈ້ງໃຫ້ໂຈະການເຄື່ອນ ໄຫວທຸລະກິດ. ຂະນະທີ່ຝ່າຍໂຮງງານ ເອງກໍພະຍາຍາມຫາຫຼາຍວິທີເພື່ອແກ້ໄຂຜົນກະທົບດັ່ງກ່າວນັ້ນ ແຕ່ບັນຫາກໍບໍ່ໄດ້ ຫຼຸດຜ່ອນລົງ.
ດັ່ງນັ້ນ ໃນວັນທີ 11 ຕຸລາ 2016 ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນ ຕີປະຈຳສຳນັກງານນາຍົກ, ໂຄສົກລັດຖະບານຈິ່ງໄດ້ລົງພື້ນທີ່ໄປເບິ່ງຄວາມເປັນຈິງຂອງໂຮງງານ ພ້ອມດ້ວຍພາກ ສ່ວນກ່ຽວຂ້ອງຄື ກົມອຸດສາຫະກຳ ແລະ
ຫັດຖະກຳ ກະຊວງອຸສາຫະກຳ ແລະ ການຄ້າ, ພະແນກອຸດສາຫະກຳ ແລະການຄ້ານະຄອນຫຼວງ, ການນຳເມືອງ ໄຊເສດຖາ ແລະການຈັດຕັ້ງບ້ານດຸງ ບ່ອນໂຮງງານຕັ້ງຢູ່.
ການລົງໄປຢ້ຽມຢາມຂອງທ່ານໂຄ ສົກລັດຖະບານເທືື່ອນີ້ກໍເພື່ອສຳຜັດກັບສະພາບຕົວຈິງພາຍໃນໂຮງງານ ທັງໃຫ້ທິດຊີ້ນຳ ການແກ້ໄຂບັນຫາໃນສະເພາະໜ້າ ຊຶ່ງທ່ານຮັບຟັງການລາຍງານຂອງ ທ່ານ ໄຊຍະເດດ ວົງໄຊ ຜູ້ອຳນວຍການ ໂຮງງານບອນທູບີ ອາກີເທັກ ໃຫ້ຮູ້ວ່າ: ພາຍຫຼັງທີ່ທາງໂຮງງານໄດ້ຮັບແຈ້ງການຂອງພາກ ສ່ວນກ່ຽວຂ້ອງກໍບໍ່ໄດ້ນິ້ງນອນໃຈ ທັງໄດ້ພະຍາຍາມຫາວິທີແກ້ໄຂດ້ວຍ ການຫຼຸດຈຳນວນການຜະລິດລົງແລ້ວຫາ ທາງອອກດ້ວຍການສົ່ງອອກຂີ້ເບຍສົດ ໃຫ້ກັບບໍລິສັດຊີພີປະເທດໄທ ແຕ່ເນື່ອງ ຈາກເພີ່ນຮັບຊື້ຈຳນວນຈຳກັດພຽງ 60 ໂຕນຕໍ່ມື້ ແລະບໍ່ສາມາດຂົນສົ່ງໃນວັນພັກລັດຖະການ(ເສົາ-ອາທິດ) ດັ່ງນັ້ນ ຈິ່ງຈຳເປັນຜະລິດສ່ວນທີ່ເຫຼືອ ເພື່ອບໍ່ໃຫ້ຂີ້ ເບຍລົ້ນສາງ, ອີກຢ່າງໜຶ່ງຜ່ານມາບັນ ຫາກິ່ນແມ່ນມາຈາກຂີ້ເບຍລົ້ນສາງ ແລະ ການເຜົາຖ່ານຫີນ ຈິ່ງແກ້ບັນຫານີ້ໂດຍການນຳເຂົ້າເຄື່ອງຈັກໃໝ່ທີ່ໃຊ້ນ້ຳມັນ ກາຊວນເປັນເຊື້ອໄຟມາປ່ຽນແທນການນຳໃຊ້ຖ່ານຫີນ ເຊື່ອວ່າຈະສາມາດຫຼຸດ ຜ່ອນຜົນກະທົບລົງໃນລະດັບໜຶ່ງ.
ແນວໃດກໍຕາມທ່ານລັດຖະມົນຕີກ່າວ ວ່າ: ຕາມຈິດໃຈຂອງລັດຖະບານ ເຖິງຈະ ດຳເນີນທຸລະກິດອັນໃດກໍຕາມໃຫ້ປະຕິບັດ ຕາມລະບົບປະ ຊາທິປະໄຕປະຊາຊົນ, ເຮັດເພື່ອຜົນປະໂຫຍດສ່ວນລວມ ແລະ ພະຍາຍາມບ່ໍໃຫ້ເກີດຜົນກະທົບຕໍ່ຄວາມ ເປັນຢູ່ຂອງປະຊາຊົນ ກໍລະນີເກີດບັນຫາຕ້ອງຫາທາງແກ້ໄຂໃຫ້ຖືກຈຸດໂດຍສະ ເພາະເມື່ອມີກິ່ນ, ຄັວນກໍຕ້ອງໄດ້ປຶກສາ ຫາລືກັບພາກສ່ວນກ່ຽວຂ້ອງ ເພື່ອເຮັດການວິເຄາະສຶກສາ ແລະມີການບຳບັດ ຢ່າງຖືກວິທີ.
ທ່ານຍັງກ່າວອີກວ່າ: ລັດຖະບານຍາມໃດ ກໍສະໜັບສະໜູນບັນດາວິສາຫະກິດໃນການເຄື່ອນໄຫວທຸລະກິດ ແຕ່ການສ້າງຕັ້ງໂຮງງານມີຄວາມຈຳເປັນຕ້ອງ ເຮັດການສຶກສາຜົນກະທົບທາງສິ່ງແວດ ລ້ອມ, ຖ້າເກີດມີບັນຫາຜູ້ລົງທຶນຕ້ອງ ຍອມຖອຍຫຼັງສອງກ້າວເພື່ອຈະກ້າວ ໄປຂ້າງໜ້າຢ່າງລາບລື່ນ, ຍອມຫຼຸບທຶນປັບປຸງແກ້ໄຂ ເພື່ອຜົນປະໂຫຍດຍາວ ທາງທຸລະກິດ ໂດຍໄລຍະນີ້ໃຫ້ທາງໂຮງ ງານຂໍຮ້ອງຄູ່ຄ້າຂອງຕົນຮັບຊື້ຂີ້ເບຍສົດ ທັງໝົດ ຄຽງຄູ່ກັນນີ້ຕ້ອງຮີບຮ້ອນຫາ ທາງຍົກຍ້າຍທີ່ຕັ້ງໂຮງງານໄປຢູ່ບ່ອນທີ່ເໝາະສົມ ຫຼື ຖ້າຈະຢູ່ບ່ອນເກົ່າກໍຕ້ອງ ຮັບ ປະກັນໄດ້ຄວາມປອດໄພທາງສິ່ງແວດ ລ້ອມ.
ແນວໃດກໍຕາມ ໃນວັນດຽວກັນທີ່ ທ່ານລັດຖະມົນຕີລົງພື້ນທີ່ (11 ຕຸລາ2016) ທາງກົມທະບຽນ ແລະຄຸ້ມຄອງວິສາຫະກິດ ເຈົ້າໜ້າທີ່ທະບຽນວິສາຫະ ກິດ ແມ່ນໄດ້ມີແຈ້ງການສະລັບເລກທີ 261/ຈທວ ໃຫ້ບໍລິສັດບອນທູບີ ອາກີ
ເທັກ ຈຳກັດ ໂຈະການເຄື່ອນໄຫວທຸລະ ກິດຢ່າງຖາວອນ ໃນທຸກປະເພດທຸລະກິດ ນັບແຕ່ວັນທີ 12 ຕຸລາ 2016 ເປັນຕົ້ນໄປ ໂດຍບໍ່ອະນຸຍາດໃຫ້ເຄື່ອນໄຫວທຸ ລະກິດໄດ້ອີກ ທັງໃຫ້ບໍລິສັດເຂົ້າພົບເຈົ້າ ໜ້າທີ່ທະບຽນວິສາຫະກິດ ເພື່ອດຳເນີນ ການຍຸບເລີກຕາມຂັ້ນຕອນ ແລະກຳນົດ ເວລາຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ວ່າດ້ວຍທະບຽນວິສາຫະກິດ.
ທີ່ມາ: SEDTHAKID

No comments