ລັດຖະມົນຕີກະຊວງ ຖວທ ຕ້ອນຮັບຫົວໜ້າພະແນກ ວັດທະນະທຳ ແຂວງຊິນຈຽງ ສປ ຈີນ
ຂປລ. ວັນທີ 10 ຕຸລາ 2016 ນີ້, ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ ມູເຫີ ຖາເອີ ໝາຍເຫີຊູຖື ຫົວໜ້າພະແນກວັດທະນະທຳ ແຂວງຊິນຈຽງ ສປ ຈີນ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ 9-13 ຕຸລາ 2016.
ໂອກາດດັ່ງກ່າວ, ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງ ຖວທ ໄດ້ສະແດງຄວາມຊົມເຊີຍ, ຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ທ່ານ ມູເຫີ ຖາເອີ ໝາຍເຫີຊູຖື ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືໃນທຸກຂົງເຂດວຽກງານ, ໂດຍສະເພາະວຽກງານດ້ານວັດທະນະທຳ ແລະ ທ່ອງທ່ຽວ ລະຫວ່າງສອງປະເທດ ລາວ-ຈີນ ໃຫ້ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນ ງອກງາມຍິ່ງໆຂຶ້ນ.
ໃນໂອກາດນີ້, ທ່ານ ມູເຫີ ຖາເອີ ໝາຍເຫີຊູຖື ກໍໄດ້ສະແດງຄວາມຂອບໃຈ ຕໍ່ທ່ານ ລັດຖະມົນຕີ ທີ່ໄດ້ສະຫລະເວລາ ອັນມີຄ່າ ໃຫ້ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ພ້ອມທັງແຈ້ງຈຸດປະສົງຂອງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຄັ້ງນີ້ ໃຫ້ທ່ານ ລັດຖະມົນຕີ ຊາບ.
ທີ່ມາ: KPL

No comments