ໄຊຍະບູລີ ມີເຂົ້າກຸ້ມກິນ ແລະ ມີສ່ວນແຮໄວ້ ເພື່ອສົ່ງອອກຂາຍ
ຂປລ. ແຂວງໄຊຍະບູລີ ເປັນແຂວງໜຶ່ງທີ່ນອນຢູ່ໃນ 8 ແຂວງພາກເໜືອ ຂອງລາວ ທີ່ອຸດົມ ສົມບູນ ໄປດ້ວຍຊັບພະຍາກອນ ທຳມະຊາດ, ດິນດຳນ້ຳຊຸ່ມ ປະຊາຊົນບັນດາເຜົ່າ ມີຄວາມດຸໝັ່ນຂະ ຫຍັນພຽນ ໃນການຜະລິດກະສິກຳ ເປັນສິນຄ້າ ຍ້ອນສາເຫດດັ່ງກ່າວນັ້ນ ແຂວງໄຊຍະບູລີ ຈຶ່ງໄດ້ກຳນົດເອົາ 3 ເຂດ ຄື: ທົ່ງພຽງ ເມືອງຊຽງຮ່ອນ, ທົ່ງພຽງ ເມືອງໄຊຍະບູລີ ແລະ ທົ່ງພຽງ ເມືອງພຽງ ເປັນຈຸດສຸມຜະລິດເຂົ້າ.
ທ່ານ ຄຳຫລ້າ ຜີວວັນນາ ຫົວໜ້າພະແນກ ກະສິກຳ ແລະ ປ່າໄມ້ ແຂວງໄຊຍະບູລີ ໄດ້ເປີດ ວ່າ: ການຜະລິດ ລະດູຝົນປີນີ້ ແຂວງໄດ້ວາງເປົ້າໝາຍໄວ້ ມີທັງໝົດ 145.662 ເຮັກຕາ. ໃນນີ້ແມ່ນເລັ່ງໃສ່ປູກເຂົ້າ ມີເນື້ອທີ່ 45.041 ເຮັກຕາ ແລະ ປູກພືດຕ່າງໆ 100.597 ເຮັກຕາ ມີເນື້ອທີ່ນາປີຕາມແຜນການ 33.065 ເຮັກຕາ ແຕ່ການປະຕິບັດຕົວຈິງ ບັນລຸ 33.075 ກ່ວາເຮັກຕາ ລື່ນແຜນທີ່ວາງໄວ້ 3% ຄາດຄະເນຜົນຜະລິດໄດ້ 156.536 ໂຕນ. ເມື່ອທຽບໃສ່ປີຜ່ານມາ ເນື້ອທີ່ປັກດຳເພີ່ມຂຶ້ນ 841 ເຮັກຕາ. ໃນນັ້ນ ປູກດ້ວຍເຕັກນິກໃໝ່ 1.800 ເຮັກຕາ, ດຳກ້າອ່ອນ 1.635 ເຮັກຕາ, ນາ ຫວ່ານ 4 ເຮັກຕາ, ນາຢອດເມັດ 154 ເຮັກຕາ ແລະ ດຳດ້ວຍກົນຈັກ 6 ເຮັກຕາ. ການປູກເຂົ້າໃນສວນຄົງທີ່ ມີ 12.000 ເຮັກຕາ.
ພ້ອມດຽວກັນນີ້, ການປູກພືດ ສະບຽງອາຫານ ແລະ ພືດເປັນສິນຄ້າ ຕາມແຜນແມ່ນ 100.597 ເຮັກຕາ ການປະຕິບັດຕົວຈິງ ປູກໄດ້ເຖິງ 107.769 ເຮັກຕາ ລື່ນແຜນການ 7%. ໃນນີ້ ມີສາລີແຂງ 39.819 ກ່ວາເຮັກຕາ, ໝາກເດືອຍ 32.247 ເຮັກຕາ, ມັນຕົ້ນ 22.356 ເຮັກຕາ. ນອກນັ້ນ, ຍັງມີ ພືດອື່ນໆ ເຊັ່ນ: ພືດຕະກຸນຖົ່ວ, ພືດຜັກ ແລະ ພືດທີ່ປູກຕາມມູນເຊື້ອ ຂອງແຕ່ລະທ້ອງຖິ່ນ.
ທ່ານ ຄຳຫລ້າ ຜີວວັນນາ ກ່າວຕື່ມວ່າ: ປະເພດສິນຄ້າ ຜົນຜະລິດຂອງຊາວ ແຂວງໄຊຍະບູລີ ສົ່ງອອກຂາຍ ໃນແຕ່ລະປີ ຕົ້ນຕໍແມ່ນເລັ່ງໃສ່ເຂົ້າ, ສາລີ, ມັນຕົ້ນ ແລະ ໝາກເດືອຍ ເປັນຫລັກ ເນື່ອງ ຈາກວ່າພືດຜົນຜະລິດດັ່ງກ່າວ ແມ່ນມີທ່າແຮງທາງດ້ານ ການຕະຫລາດ ທາງພາຍໃນ, ຕ່າງແຂວງ ແລະ ຕ່າງປະເທດ ໝາຍຄວາມວ່າ ມີຕະຫລາດຮອງຮັບ ທີ່ແນ່ນອນ.
ມາເຖິງປະຈຸບັນ, ຊາວກະສິກອນທົ່ວແຂວງ ໄຊຍະບູລີ ພວມຂຸ້ນຂ້ຽວເກັບກ່ຽວ ເຂົ້ານາດໍ, ເຂົ້າສວນຄົງທີ່, ສ່ວນເຂົ້າປີ ແມ່ນພວມເອົາໃຈໃສ່ ບົວລະບັດຮັກສາ ເພື່ອບໍ່ໃຫ້ສັດຕູພືດທໍາລາຍ ການເກັບກ່ຽວເຂົ້ານາດໍ, ເຂົ້າສວນຄົງທີ່ ຄາດວ່າທ້າຍເດືອນຕຸລານີ້ ຄົງຈະສຳເລັດ. ຈາກນັ້ນ ກໍລົງມືເກັບກູ້ເຂົ້ານາປີ ແລະ ພືດຜັກອື່ນໆ ຕື່ມອີກ.
ທີ່ມາ: KPL

No comments