5 ເດືອນຜ່ານມາ ລັດຖະບານແກ້ໄຂ ຫລາຍບັນຫາສຳຄັນ ຂອງຊາດ

ຂປລ. ພາຍຫລັງ​ການ​ຮັບຮອງ ​ແລະ ​ແຕ່ງ​ຕັ້ງ ທ່ານ​ ທອງ​ລຸນ ສີ​ສຸ​ລິດ ​ເປັນ​ນາຍົກ​ລັດຖະມົນຕີ ຜູ້​ທີ 7 ຂອງ​ ສປປ ລາວ, ​ໃນ​ຖານະ​ຫົວໜ້າ ລັດຖະບານ ທ່ານ​ນາຍົກ​ ໄດ້​ມີ​ການ​ເຄື່ອນ​ໄຫວ ​ຊີ້​ນຳໆ​ພາຢ່າງ​ຕັ້ງໜ້າ ​​ເພື່ອ​ປັບປຸງ​ແກ້​ໄຂ​ ຫລາຍ​ບັນຫາ​ສຳຄັນຂອງ​ຊາດ​ ໄດ້​ຮັບ​ຜົນສຳ​ເລັດ​ດີ​​ ໃນ​ຫລາຍ​ດ້ານ ​ເຊິ່ງໄລຍະ 5 ​ເດືອນ​ຜ່ານ​ມາ ​ໂດຍ​ສະ​ເພາະ​ ການ​ປັບປຸງ​ ການ​ຄຸ້ມ​ຄອງ​ລັດ-​ຄຸ້ມ​ຄອງ​ສັງຄົມ ​​ໃຫ້​ເຂົ້າ​ສູ່​ລະບົບ​ລະບຽບ ​ແລະ ສອດຄ່ອງ​ກັບ​ກົດໝາຍ ນັບ​ທັງ​ນິຕິ​ກຳ​ ທີ່​ກ່ຽວຂ້ອງ.

ທ່ານ ນາຍົກລັດຖະມົນຕີ ຍັງ​ໄດ້​​ຊີ້​ນຳ​ ໃຫ້​ແກ້​ໄຂ​ບັນຫາ​ຫຍຸ້ງຍາກ ທາງ​ດ້ານ​ເສດຖະກິດ, ລວມທັງຄວາມ​ບໍ່ສົມ​ດູ​ນ ຂອງ​ເສດຖະກິດ​ ມະຫາ​ພາກ ​ແລະ ການ​ຂາດດູນ​ ທາງ​ດ້ານ​ງົບປະມານ; ເອົາ​ໃຈ​ໃສ່​ແກ້​ໄຂ​ບັນຫາ​ ການ​ນຳ​ໃຊ້​ ຊັບພະຍາກອນ​ ທຳ​ມະ​ຊາດ ທີ່​ຟຸມ​ເຟືອຍ ​​ແລະ ​ມີ​ປະສິດທິ​ຜົນ​ຕ່ຳ ​ໃນ​​ໄລຍະຜ່ານ​ມາ​ນັ້ນ ​ເປັນ​ຕົ້ນ ການ​ຕັດ​ໄມ້​ທຳລາຍ​ປ່າ, ການ​ຂຸດ​ຄົ້ນ​ບໍ່​ແຮ່ ດ້ວຍ​ການ​ອອກຄຳ​ສັ່ງ​ ເລກທີ 15/ນຍ; ​ແກ້​ໄຂ​ບັນຫາ​ຫຍຸ້ງຍາກ​ ດ້ານລາຄາ​ໄຟຟ້າ ຕາມ​ຄຳ​ສັ່ງ​ເລກທີ 18/ນຍ ​ແລະ ນຳພາ​ເປັນ​ເຈົ້າພາບ​ທີ່​ດີ ຈັດ​ກອງ​ປະຊຸມ​ ສຸດ​ຍອດ​ອາ​ຊຽນ ຄັ້ງ​ທີ 28, 29 ​ແລະ ກອງ​ປະຊຸມ​ ປິ່ນ​ອ້ອມ​ອື່ນໆ ​ໄດ້​ຮັບ​ຜົນສຳ​ເລັດ​ ອັນ​ຈົບງາມ.

ລັດຖະບານ ​ຍັງໄດ້​ຮັບຮອງ​ເອົາ​ ບັນດາ​ທິດ​ທາງ ການ​ພັດທະນາ​ ຂົງ​ເຂດວຽກງານ ການ​ສຶກສາ ​ແລະ ກິລາ ​ໂດຍ​ສະ​ເພາະ ​ບັນດາ​ນະ​ໂຍບາຍ, ຍຸດ​ທະ​ສາດ ​ແລະ ນິຕິ​ກຳ​ຕ່າງໆ ​ເປັນ​ຕົ້ນ​ແມ່ນ ວິ​ໄສ​ທັດການ​ພັດທະນາ​ ການ​ສຶກສາ ​ແລະ ກິລາ ຮອດ​ປີ 2030, ຍຸດ​ທະ​ສາດ ການ​ພັດທະນາ​ ວຽກງານການ​ສຶກສາ ​ແລະ ກິລາ ຮອດ 2025, ຍຸດ​ທະ​ສາດການ​ພັດທະນາ ຊັບພະຍາກອນ​ມະນຸດ ຮອດ​ປີ 2025 ​ແລະ ອື່ນໆ ເຊິ່ງລ້ວນ​ແຕ່​ ເປັນ​ທິດ​ທາງ​ຈຸດ​ສຸມ ​ແລະ ​ເປົ້າໝາຍການ​ສ້າງສາ​ ພັດທະນາ​ປະ​ເທດ​ຊາດ ​ໃຫ້​ກ້າວ​ຂຶ້ນ​ເທື່ອ​ລະ​ກ້າວ.

ທ່ານ ນາຍົກລັດຖະມົນຕີ ​ໄດ້​ຍົກ​ໃຫ້​ເຫັນ ຜົນ​ສຳ​ເລັດ​ດັ່ງກ່າວ, ​​ໃນ​ໂອກາດ​​ເຂົ້າ​ຮ່ວມ ການສະ​ເຫລີ​ມສະຫລອງ ​ວັນ​ຄູ​ແຫ່ງ​ຊາດ 7 ຕຸລາ 2016 ທີ່​ຫໍ​ວັດທະນະທຳ ນະຄອນຫລວງ​ວຽງຈັນ, ພ້ອມ​ທັງ​ ໃຫ້ກຽດພົບ​ປະ​ໂອ້​ລົມ ຕໍ່ການ​ນຳ​ ຂະ​ແໜງສຶກສາ ​ນອກຈາກ​ເນັ້ນ​​ໃຫ້ ​​ເອົາ​ໃຈ​ໃສ່​ພັດທະນາ​ຄູ ຢ່າງ​ມີ​ຄຸນ​ນະພາ​ບ ​ແລະ ປະລິມານ ​ເພື່ອ​ສະໜອງຄວາມ​ ຮຽກຮ້ອງ​ຕ້ອງການ ​ໄລຍະ​ໃໝ່​ແລ້ວ ຍັງ​ຢ້ຳ​ໃຫ້​ມີ​ການ​ຊຸກຍູ້ ​ແລະ ສົ່ງ​ເສີມ ​ໃຫ້​ຄູ​ໄດ້​ມີ​ໂອກາດ ​ສຶກສາ​ຄົ້ນ​ຄວ້າ ​ແລະ ຍົກ​ລະດັບ​ຄວາມ​ຮູ້​ ຄວາມ​ສາມ​າດ ​ໃຫ້​ຫລາຍ​ຂຶ້ນ​ກວ່າ​ເກົ່າ.






ທີ່ມາ: KPL

No comments

Theme images by compassandcamera. Powered by Blogger.