ລັດຖະບານອະນຸຍາດ ໃຫ້ສົ່ງອອກ ຜະລິດຕະພັນໄມ້ 12 ລາຍການ ໄປຕ່າງປະເທດ

ຂປລ. ລັດຖະບານອະນຸຍາດ ໃຫ້ສົ່ງອອກ ຜະລິດຕະພັນໄມ້ 12 ລາຍການ ຫລື 12 ປະເພດ ຂາຍໄປ ຕ່າງປະເທດ ແລະ ແຕ່ລະປະເພດ ປະກອບດ້ວຍຫລາຍຊະນິດ, ຫລາຍຮູບແບບ, ມີບາງຊະນິດ ແລະ ຮູບແບບໄດ້ ກຳນົດຊະນິດໄມ້, ຂະໜາດຄວາມໜາ, ຄວາມກວ້າງ ແລະ ຄວາມຍາວ ຢ່າງຈະແຈ້ງ ທັງນີ້ເພື່ອ ຜັນຂະຫຍາຍມະຕິຕົກລົງ ຂອງກອງປະຊຸມນາຍົກ, ຮອງນາຍົກລັດຖະມົນຕີ ຄັ້ງວັນທີ 29 ສິງຫາ ຜ່ານມາ ໃຫ້ເປັນອັນລະອຽດ ແທດກັບຕົວຈິງ.

ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີ ປະຈຳສຳນັກງານນາຍົກ, ໂຄສົກລັດຖະບານ ໄດ້ກ່າວໃນວັນທີ 11 ຕຸລາ ນີ້ ຢູ່ນະຄອນຫລວງວຽງຈັນ ວ່າ: ໃນຈຳນວນ ຜະລິດຕະພັນໄມ້ 12 ລາຍການທີ່ອະນຸຍາດ ໃຫ້ສົ່ງອອກປະກອບ ມີ: ຜະລິດຕະພັນ ຂີ້ເລື່ອຍອັດແທ່ງ ແລະ ອັດເມັດ), ຜະລິດຕະພັນຖ່ານໄມ້ (ຖ່ານຂາວ ແລະ ຖ່ານອັດແທ່ງ ຈາກຂີ້ເລື່ອຍ), ຜະລິດຕະພັນ ໄມ້ປັກເກ້, ໄມ້ປູພື້ນສຳລັບ ພາຍໃນ ປະກອບມີ 4 ຊະນິດ ຄື: “ຜະລິດຕະພັນ ໄມ້ປັກເກ້, ໄມ້ປູພື້ນ, ໄມ້ແອ້ມຝາ ແລະ ເພດານ; ຜະລິດຕະພັນໄມ້ ຕໍ່ເປັນເສັ້ນ”, ຜະລິດຕະພັນໄມ້ອັດ ມີ 7 ຊະນິດ “ໄມ້ອັດຈາກຂີ້ເລື່ອຍ ຫລື ຂີ້ກົບ, ຈາກເສດໄມ້ບົດ, ຈາກໄຍໄມ້, ຈາກໄມ້ປອກ, ໄມ້ອັດບະລັອກບອດ, ອັດປະສານ ຫລື ອັດເຊື່ອປະສານ ແລະ ໄມ້ອັດປະສານ ສຳຫລັບໜ້າໂຕະ”, ຜະລິດຕະພັນເຄື່ອງໃຊ້ສອຍ ທີ່ເຮັດດ້ວຍໄມ້ອັນປະກອບ ມີຫລາຍຊະນິດ ແລະ ຫລາຍຮູບແບບເຊັ່ນ: ຂອບຮູບ, ຂອບແວ່ນ, ຫີບ, ລັງ, ຖັງ, ພາເລດ, ພາຖາດ, ເຄື່ອງມື ແລະ ອື່ນໆ, ຜະລິດຕະພັນ ໄມ້ປະກອບ ໃນອາຄານ ມີ 7 ຊະນິດ “ ຊຸດປ່ອງຢ້ຽມ, ຊຸດປະຕູ, ແຜ່ນໄມ້ມຸງຫລັງຄາ, ແຜ່ນໄມ້ຮົ້ວ, ແຜ່ນໄມ້ປະກອບ ແບບລາຍໂມເສດ, ຜະລິດຕະພັນໄມ້ ຂອບອັດເປັນຊັ້ນ ແລະ ຊຸດຂັ້ນໄດ”, ເຄື່ອງຫັດຖະກຳ ທີ່ເຮັດດ້ວຍໄມ້ ປະກອບມີຫລາຍຊະນິດ ແລະ ຮູບແບບ ເຊັ່ນ: ເຄື່ອງໃຊ້ເທິງໂຕະ, ຂຽງ, ເຄື່ອງຫັດຖະກຳໄມ້, ເຄື່ອງດົນຕີ ແລະ ອື່ນໆ ສຳລັບໄມ້ແກະສະຫລັກ ຕ້ອງມີຂະໜາດນ້ອຍກວ່າ ຫລື ເທົ່າກັບ ໜາ 2,5 ຊັງຕີແມັດ, ກວ້າງ 30 ຊັງຕີແມັດ ແລະ ຍາວ 100 ຊັງຕີແມັດລົງມາ,​ ເຄື່ອງເຟີນີເຈີ ທີ່ເຮັດດ້ວຍໄມ້ ແມ່ນຜະລິດຕະພັນ ໄມ້ສຳເລັດຮູບ ທີ່ສາມາດນຳໃຊ້ໄດ້ເລີຍ, ສາມາດແຍກ ຫລື ປະກອບເຂົ້າກັນ ໄດ້ທັນທີ, ຜະລິດຕະພັນ ທີ່ເຮັດດ້ວຍໄມ້ປ່ອງ ແລະ ຫວາຍ ທີ່ຜ່ານຂະບວນການປຸງແຕ່ງ ຂັ້ນຕົ້ນ ຫລື ສຳ ເລັດຮູບ ເຊັ່ນ: ການຜ່າເປັນດິວ, ເປັນປ່ຽງ, ການເຫລົາເປັນ ຮູບຊົງກົມ, ການອັດເຊື່ອມປະສານ ແລະ ອື່ນໆ ຜະລິດຕະພັນ ຈາກຫວາຍຕ້ອງເປັນ ຜະລິດຕະພັນ ສຳເລັດຮູບ ແລະ ນຳໃຊ້ໄດ້ເລີຍ ເຊັ່ນ: ຕູ້, ໂຕະ, ຕັ່ງ, ຕຽງ ແລະ ອື່ນໆ, ໄມ້ຄ້ຳແບບ, ໄມ້ຂ້າວ, ໄມ້ຮົ້ວ (ໄມ້ກົມ) ຕ້ອງແມ່ນໄມ້ ຈາກສວນປູກ ເປັນໄມ້ວິກ, ກະຖິ່ນນາລົງ, ກະຖິນເທພາ ທີ່ມີເສັ້ນຜ່າກາງນ້ອຍກວ່າ ຫລື ເທົ່າກັບ 12 ຊັງຕີແມັດລົງມາ ແລະ ໄມ້ເລື່ອຍເປັນແຜ່ນ ເປັນໄມ້ປູກຈາກສວນ ໄມ້ວິກ, ກະຖິນນາລົງ, ກະຖິນເທພາ ທີ່ໄດ້ຜ່ານ ຂະບວນການປຸງແຕ່ງເຊັ່ນ: ການຕັດ, ບົດ, ຕົ້ມ, ສະກັດ, ກັ່ນ ຈົນໄດ້ເຫຍື້ອໄມ້ລະອຽດ ແລະ ໄມ້ເກດສະໜາ ຈາກສວນປູກ (ບົດເປັນຝຸ່ນ ຫລື ສັບເປັນປ່ຽງນ້ອຍໆ).

ສຳລັບຜະລິດຕະພັນໄມ້ ເພື່ອສົ່ງອອກ ປະກອບດ້ວຍ ຊື່ທີ່ລະບຸ ເປັນພາສາລາວ ແລະ ພາສາອັງກິດ, ເລກລະຫັດສິນຄ້າ ເຊິ່ງປະກອບດ້ວຍ ເລກລະຫັດເຄົ້າ ແລະ ລະຫັດຍ່ອຍ, ເຊິ່ງ 12 ລາຍການ ຫລື 12ປະເພດ ຕາມເອກະສານ ຊ້ອນທ້າຍ 01 ຂອງຂໍ້ຕົກລົງ ວ່າດ້ວຍການຮັບຮອງ ເອົາລາຍການ (ບັນຊີ) ຜະລິດຕະພັນໄມ້ ເພື່ອສົ່ງອອກ ແລະ ຫ້າມສົ່ງອອກ ຂອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 1833/ອຄ ລົງວັນທີ 3 ຕຸລາ 2016.



ທີ່ມາ: KPL

No comments

Theme images by compassandcamera. Powered by Blogger.