ອັດຕາເງິນເຟີ້ ໃນລາວ ສືບຕໍ່ຢູ່ໃນລະດັບຕ່ຳ ໄລຍະ 3 ເດືອນ ຕົ້ນປີ 2016

ຂປລ. ອີງ​ຕາມການ​ລາຍ​ງານ ຂໍ້​ມູນ​ທາງ​ການ ຂອງ​ສູນ​ສະຖິຕິ​ແຫ່ງ​ຊາດ ​ໄດ້​ໃຫ້​ຮູ້​ວ່າ: ອັດຕາ​ເງິນເຟີ້ໃນ ສປປ ລາວ ສະ​ເລ່ຍໝົດ ​ປີ 2015 ​ແມ່ນ​ຢູ່​ໃນ​ລະດັບ 1.28% ​ແລະ ຍັງ​ສືບ​ຕໍ່​ຢູ່​​ໃນ​ ລະດັບ​ຕໍ່າ ​ໃນ​ໄລຍະ 3 ​ເດືອນ​ຕົ້ນ​ປີ 2016 ​ໂດຍ​ສະ​ເລ່ຍ​ແມ່ນ 1.09%.

​ເຊິ່ງການ​ປ່ຽນ​ແປງ​ປີ​ຕໍ່​ປີ ຂອງ​ດັດ​ສະ​ນີລາຄາ ມີ​ບາງ​ໝວດ​ ລາຍການ​​ເຊັ່ນ: ລາຄາ​ອາຍ​ແກັສ໌, ລາຄາ​ຄຳ ​ແລະ ລາຄາ​ພະລັງງານ​ເຊື້ອ​ໄຟ ​ແມ່ນ​ມີ​ທ່າ​ອ່ຽງ ຫລຸດ​ລົງ​ຢ່າງ​ຕໍ່​ເນື່ອງ ​ໃນ​ໄລຍະ​ໜຶ່ງ​ ປີ​ທີ່​ຜ່ານ​ມາ ​ໂດຍ​ສະ​ເລ່ຍປີ 2015 ​ແມ່ນ​ຫລຸ​ດລົງ 19.49% ​ແລະ 3 ​ເດືອນ​ຕົ້ນ​ປີ 2016 ຍັງ​ສືບ​ຕໍ່​ຫລຸດ​ລົງ ​ເຖິງ 24.37% ​ເນື່ອງ​ຈາກ​ປັດ​​​ໄຈ​ພາຍ​ນອກ ​ເປັນ​ຕົ້ນ​ແມ່ນ ສະພາບ​ລາຄາ​ນ້ຳມັນ ​ໃນ​ຕະຫລາດ​ໂລກ​ ຫລຸດ​ລົງ ​ເຊິ່ງສົ່ງ​ຜົນ​ໃຫ້ ​ອັດຕາ​ເງິນ​ເຟີ້​ໂດຍ​ລວມ ​ໃນ​ປີ 2015 ​ແລະ ສະ​ເລ່ຍ​ໄລຍະ 3 ​ເດືອນ ຢູ່​ໃນ​ລະດັບ​ຕໍ່າ​ ດັ່ງ​ທີ່​ກ່າວ​ມາ ​ແລະ ການ​ຫລຸດ​ລົງ​ ຂອງ​ລາຄາ​ນ້ຳມັນ ​ແມ່ນ​ເປັນ​ຜົນ​ດີ​ຕໍ່​ ຜູ້​ຊົມ​ໃຊ້​ພາຍ​ໃນ​ປະ​ເທດ ທັງ​ພາກ​ຄົວ​ເຮືອນ, ຫົວໜ່ວຍ​ທຸລະ​ກິດ ​ແລະ ອື່ນໆ ​ແຕ່​ກໍ່​ບໍ່​ໄດ້​ເຮັດ​​ໃຫ້ ລາຄາ​ສິນຄ້າ ​ແລະ ບໍລິການ​ອື່ນ​ຫລຸດ​ລົງ ​ແຕ່​ເຮັດ​ໃຫ້ການ​ເໜັງ​ຕີງ​ ຂອງ​ລາຄາ​ສິນຄ້າ ​ແລະ ການ​ບໍລິການ ​ຢູ່​ໃນ​ຈັງຫວະ​ທີ່​ຊ້າ​ລົງ ​ເຊິ່ງສາ​ເຫດ ​ທີ່​ສົ່ງ​ຜົນ​ໃຫ້​ລາຄາ​ສິນຄ້າ ​ແລະ ການ​ບໍລິການ​ ຍັງ​ຄົງ​ສູງ​ແມ່ນ​ ຍ້ອນ​ມາ​ຈາກ​ໄພ​ແລ້ງ​ ທີ່​ຖືກກະທົບ​ຫລາຍ​ກ່ວາ ​ຊຸມ​ປີ​ທີ່​ຜ່ານ​ມາ ທັງ​ພາຍ​ໃນ​ປະ​ເທດ ​ແລະ ບັນ​ດາ​ປະ​ເທດ​ ໃນ​ພາກ​ພື້ນ ສົ່ງ​ຜົນ​ໃຫ້​ສິນຄ້າ​ຕາມ​ລະດູ​ການ ມີ​ການ​ປ່ຽນ​ແປງ​ໄວ ​ເປັນ​ຕົ້ນ​ແມ່ນ​ ພືດ​ຜັກ ​ແລະ ໝາກ​ໄມ້ ສະ​ເລ່ຍປີ 2015 ​ແມ່ນ​ຢູ່​ໃນ​ລະດັບ 10.89% ​ແລະ 3 ​ເດືອນ​ຕົ້ນ​ປີ 2016 ​ແມ່ນ​ສືບ​ຕໍ່​​ເພີ່ມ​ຂຶ້ນ​ເປັນ 13.78%, ສ່ວນ​ລາຄາ​ຊີ້ນ ​ແລະ ປາ ທຽບ​ປີ​ຕໍ່​ປີ ນັບ​ແຕ່​ເດືອນ​ມີນາ 2015 ຮອດ​ປັດຈຸບັນ​ ແມ່ນ​ມີ​ການ​ເພີ່ມ​ຂຶ້ນ​ ບໍ່​ຫລາຍ​ຊ້າ​ລົງ ​ແລະ ຢູ່​ໃນ​ລະດັບ​ຕ່ຳ​ກ່ວາ 5% ​ເຊິ່ງ​ເປັນ​ປັດ​​ໄຈ​ໜຶ່ງ​ ທີ່​ເຮັດ​ໃຫ້​ອັດຕາ​ເງິນ​ເຟີ້ ຍັງ​ສືບ​ຕໍ່​ຢູ່​ໃນ​ລະດັບ​ຕໍ່າ, ​ແຕ່​ບໍ່​ໄດ້​ໝາຍ​ຄວາມ​ວ່າ ລາຄາ​ສິນຄ້າ​ປະ​ເພດ​ຊີ້ນ ​ແລະ ປາ ຈະ​ຫລຸດ​ລົງ ທຽບ​ປີ​ຕໍ່​ປີ ການ​ປ່ຽນ​ແປງ​ສະ​ເລ່ຍ ຂອງ​ຊີ້ນ ​ແລະ ປາ ​ໃນ​ປີ 2015 ​ແມ່ນ 3.62% ​ແລະ ສະ​ເລ່ຍ 3 ​ເດືອນ​ຕົ້ນ​ປີ 2016 ​ແມ່ນ 2.29%. ປັດ​​ໄຈ​ທີ່​ເຮັດ​​ໃຫ້​ລາຄາ​ ສິນຄ້າ​ດັ່ງກ່າວ, ຍັງ​ບໍ່​ມີ​ທ່າ​ອ່ຽງຫລຸດ​ລົງ ຍ້ອນ​ການ​ຕອບ​ສະໜອງ​ ໃນ​ບັນດາ​ແຂວງ​ຍັງ​ບໍ່​ພຽງພໍ ບວກ​ກັບ​ການ​ເຄື່ອນ​ຍ້າຍ​ສັດ ​ເພື່ອ​ໄປ​ຂາຍ​ໃນ​ບັນດາ​ແຂວງ ​ທີ່​ຍັງມີ​ຄວາມ​ຕ້ອງການຫລາຍ ​ເຮັດ​ໃຫ້​ລາຄາ​ຊີ້ນ​ ສືບ​ຕໍ່​ແພງ​ຄື​ກັບ ປີຜ່ານມາ​ຢູ່.

No comments

Theme images by compassandcamera. Powered by Blogger.