ສື່ມວນຊົນ ເພີ່ມທັກສະ ນໍາໃຊ້ພາສາລາວ ທີ່ຖືກຕ້ອງ

ຂປລ. ​ສໍາ​ມະນາກ​ອນ ຈາກ​ສື່​ມວນ​ຊົນ ຂະ​ແໜງ​ການ​ຕ່າງ​ໆ ​ໄດ້​ຮັບ​ການ​ຍົກ​ລະດັບ, ​ຮຽນ​ຮູ້​ການ​ນໍາ​ໃຊ້ ​ພາສາ​ລາວ​ ໃນ​ສື່​​ທີ່ມີ​ ຄວາມ​ຖືກຕ້ອງ​ເໝາະ​ສົມ ​ແລະ ​ເປັນ​ເອກະ​ພາບ​ກັນ​​, ທັງ​ເປັນ​ການສ້າງ​ ຄວາມຮູ້ ​ແລະ ຄວາມ​ເຂົ້າ​ໃຈ​ ຢ່າງ​ເລີກ​ເຊິ່ງ ​ເພື່ອ​ທີ່​ຈະ​ນໍາ​ໄປ​ ປະຕິບັດໝູນ​ໃຊ້​ ໃນ​ວຽກ​ງານ ຂໍ້ມູນ​ຂ່າວສານ, ​ວຽກງານວິຊາ​ການ ​ເຊິ່ງ​​ເ​ປັນ​ວຽກງານໜື່ງ ທີ່​ມີ​ຄວາມໝາຍ, ຄວາມ​ສໍາຄັນ ໃນຂົງ​ເຂດ​ສື່​ມວນ​ຊົນ ໃຫ້ກາຍ​ເປັນ​ທີີ່ຍອມ​ຮັບ ຂອງ​ສັງ​ຄົມ​ຢ່າງ​ເລິກ​ເຊິ່ງ. ໂດຍ​ສະ​ເພາະ​ຄໍາ​ສັບ, ປະ​ໂຫຍ​ກ ທີ່​ໃຊ້​ໃຫ້​ຖືກ​ກັບ ​ກາລະ​​ເທ​ສະ. ​ແນ່​ໃສ່​ເຮັດ​ໃຫ້ ການ​ນໍາ​ໃຊ້​ພາສາ​ລາວ​ ໃນ​ສື່​ມວນ​ຊົນ ​ມີ​ການ​ພັດທະນາ​ ກ້າວ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.
ຊຸດ​ສໍາ​ມະ​ນາ​ຄັ້ງ​ນີ້​​, ພາຍ​​ໃຕ້ຫົວ​ຂໍ້: ການ​​ນໍາ​ໃຊ້​ພາລາ​ລາວ​ ໃນ​ສື່​ມວນ​ຊົນ (​ໂຄສະນາ ວິທະຍຸ ​ແລະ ​ໂທ ລະພາບ) ​ເຊິ່ງໄດ້​ຈັດ​ຂຶ້ນ​ ໃນ​ວັນ​ທີ 10 ຕຸລາ ​ນີ້​ ທີ່​ສະ​ຖາ​ບັນ​ສື່​ມວນ​ຊົນ ​ໂດຍ​ມີທ່ານ ສະຫວັນ​ຄອນ ລາຊະ​ມຸນຕີ ຮອງ​ລັດຖະມົນຕີ​ ກະຊວງ​ຖະ​ແຫລ​ງຂ່າວ, ວັດທະ​ນະທໍາ ​ແລະ ທ່ອງ​ທ່ຽວ, ປະທານສະມາຄົມ​ນັກ​ຂ່າວ ​ແຫ່ງ ສປປ ລາວ, ພ້ອມ​ດ້ວຍ​ ວິທະຍາກອນ ​ແລະ ສໍາ​ມະ​ນາກ​ອນ ຈາກ​ຂະ​ແໜງ​ການ​ຕ່າງໆ ​ເຂົ້າ​ຮ່ວມ




ທີ່ມາ: KPL

No comments

Theme images by compassandcamera. Powered by Blogger.