ຮອງລັດຖະມົນຕີ ຮສສ ລົງຊຸກຍູ້ ວຽກງານຢູ່ 2 ແຂວງພາກເໜືອ

ຂປລ. ​ໃນວັນທີ 10-13 ຕຸລາ 2016 ນີ້, ທ່ານນາງ ໃບຄໍາ ຂັດທິຍະ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ພ້ອມຄະນະ ໄດ້ລົງ​ເຄື່ອນ​ໄຫວ ​ຢ້ຽມຢາມ ​ແລະ ຊຸກຍູ້ ວຽກງານຂະແໜງ ຮສສ ແຂວງຫລວງ​ພະ​ບາງ ​ແລະ ​ແຂວງ​ໄຊ​ຍະ​ບູລີ. ​ໂດຍ​ໄດ້ລົງຢ້ຽມຢາມບ້ານ 3 ສ້າງ ບ້ານເມືອງຂາຍ ແຂວງຫລວງພະບາງ ພ້ອມທັງມອບເຄື່ອງຊ່ວຍເຫລືອ ​ແກ່​ຜູ​ປະສົບ​ໄພພິບັດນໍ້າຖ້ວມ ເປັນເງິນຈຳນວນ 80 ລ້ານກີບ ແລະ ເຄື່ອງອຸປະໂພກ ບໍລິໂພກຈຳນວນໜຶ່ງ ໃຫ້ພະແນກ ຮສສ ແຂວງ ຫລວງພະບາງ ແລະ ໄດ້ມອບເງິນຈຳນວນ 100 ລ້ານກີບ ແລະ ​ເຄື່ອງອຸປະໂພກ ບໍລິໂພກໃຫ້ແຂວງ ໄຊຍະບູລີ ເພື່ອນຳໄປຊ່ວຍ​ເຫລືອ ໃຫ້ເຖິງມືພໍ່ແມ່ປະຊາຊົນ ທີ່ຖືກຜົນກະທົບ ຈາກໄພທຳມະຊາດ ແລະ ຄອບຄົວຜູ້ທຸກຍາກ.​

ໃນ​ລະຫວ່າ​ງ ການ​ຢ້ຽມຢາມ ຫົວໜ້າພະແນກ ຮສສ ທັງ​ສອງແຂວງ ໄດ້ສະຫລຸບລາຍງານ ​ໃຫ້​ຊາບໂດຍຫຍໍ້ ​ເຖິງຂໍ້ສະດວກ ​ແລະ ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດ ວຽກງານຂອງຂະແໜງ ຮສສ ໃນໄລຍະຜ່ານມາ, ພ້ອມ​ທັງ ໄດ້ສະເໜີບາງບັນຫາ ທີ່ຍັງຄົງຄ້າງ ຕໍ່ທ່ານ​ຮອງ​ລັດຖະມົນຕີ ​ເພື່ອ​ຂໍ​ທິດ​ຊີ້​ນຳ​ ໃນ​ການ​ປັບປຸງ​ແກ້​ໄຂ. ​ໂອກາດ​ນີ້, ທ່ານນາງ ໃບຄໍາ ຂັດທິຍະ ໄດ້ເນັ້ນໃຫ້ທ້ອງຖິ່ນ ກໍຄື ພະແນກ ຮສສ ແຂວງ ຈົ່ງພ້ອມກັນສືບຕໍ່ ໃນການຈັດຕັ້ງປະຕິບັດ ທີ່ວຽກງານທີ່ພັກ ແລະ ລັດຖະບານ ມອບໝາຍໃຫ້ຢ່າງຕັ້ງໜ້າ ໂດຍສະເພາະ ວຽກງານແຮງງານ ແລະ ວຽກງານປະກັນສັງຄົມ ເພື່ອໃຫ້ປະເທດຊາດ ກໍໍຄື ປະຊາຊົນລາວ ແລະ ຊາວຕ່າງດ້າວ ໃຫ້ຮັບຮູ້​ເຂົ້າ​ໃຈ ກ່ຽວກັບການຈັດຕັ້ງປະຕິບັດ ກົດຫມາຍ ແລະ ຄຳສັ່ງຂອງລັດຖະບານ ວາງອອກຢ່າງເຂັ້ມງວດ ແລະ ຮູ້ວາງແຜນຄົນ, ແຜນວຽກແບບໃໝ່, ທັງເຮັດວຽກແບບລວມສູນ ປະຊາທິປະໄຕ ເປັນໝູ່ຄະນະ.



ທີ່ມາ: KPL

No comments

Theme images by compassandcamera. Powered by Blogger.