ລາວ​ກຽມພ້ອມ​ພົບ​ກັບ​ມານ​ດິບ ຫວັງ 3 ຄະ​ແນນ​ໃນ​ນັດ​ນີ້

ທີມຊາດລາວຊຸດໃຫຍ່ກຽມ ພ້ອມທີ່ສະພົບກັບ ທີມຊາດມານດິບ ໃນວັນທີ 11 ເວລາ 18:00 ໂມງທີ່ສະໜາມກິລາ ແຫ່ງຊາດຫລັກ 16 ໃນນັ້ນ, ຄູຝຶກຕັ້ງຄວາມເກັບ 3 ຄະແນນ ໃນນັດນີ້ ຂອງການແຂ່ງຂັນ “AFC ASIAN CUP UAE 2019”
ຈາກການໃຫ້ສໍາພາດຂອງທ່ານ ວາລະກອນ ພົມພັກດີ ຫົວໜ້າຄູຝຶກ ທີມຊາດຊຸດໃຫຍ່ວ່າ: ໃນນັດຜ່ານມາ ທີ່ທີມຊາດລາວ ຊຸດໃຫຍ່ລົງສະໜາມແຂ່ງຂັນ ເສຍໃຫ້ກັບທີມຊາດມານດິບ 0-4 ປະຕູ ໃນວັນທີ 6 ກັນຍາ ທີ່ປະເທດສະຫະລັດ ອາຣັບເອເມເຣດ (ຢູເອອີ) ຍ້ອນທີມ ຊາດລາວເຮົາ ມີໂອກາດຝຶກຊ້ອມໜ້ອຍ (ນັກກິ ລາບາງຄົນຄາຮັບໃຊ້ ສະໂມສອນ ໃນການແຂ່ງຂັນ ບານເຕະລາວພຣີເມຍລີກ 2016) ແລະ ນັກກິລາບາງຄົນ ກໍຍັງຫລິ້ນບໍ່ໄດ້ດີ ເທົ່າທີ່ຄວນ ດັ່ງນັ້ນ, ຈຶ່ງເຮັດໃຫ້ເຮົາເສຍ ແບບງ່າຍດາຍ. ສໍາລັບນັດນີ້, ທີມຊາດລາວຊຸດໃຫຍ່ ໄດ້ຕ້ອນຮັບທີມຊາດ ມານດິບ ເຊິ່ງ ເປັນໂອກາດດີ ສໍາລັບທີມຊາດລາວ ຂອງພວກເຮົາ ຈະມີໂອກາດແກ້ຄືນໃນ ນັດນີ້, ອີກຢ່າງການແຂ່ງຂັນ ບານເຕະລາວ ພຣີເມຍ 2016 ກໍໃຊ້ຈະສິ້ນສຸດ ແລະ ມີບາງສະໂມສອນ ກໍໄດ້ແຂ່ງຂັນ ສໍາເລັດແລ້ວດັ່ງນັ້ນ, ຈຶ່ງເປັນໂອກາດທີ່ດີ ເຮັດໃຫ້ທີມຊາດລາວ ໄດ້ກຽມພ້ອມ ແລະ ຝຶກຊ້ອມຢ່າງ ເຕັມທີ່ ເພື່ອເອົາຄືນໃນນັດ ທີ່ຜ່ານມາ. ສ່ວນເກມໃນນັດນີ້ ພວກເຮົາຈະໃຊ້ ເກມບຸກ 100% ແຕ່ກໍຍັງມີມາດ ຕະຖານໃນເກມຮັບຢູ່ ແລະ ພ້ອມທັງຫວັງເກັບເອົາ 3 ຄະແນນ ໃນບ້ານຂອງຕົນໃຫ້ໄດ້ ເຖິງວ່ານັກກິລາ ບາງຄົນບໍ່ສາມາດ ລົງສະໜາມ ຍ້ອນໄດ້ຮັບບາດເຈັບຈາກ ການແຂ່ງຂັນ ບານ ເຕະ ລາວພຣີເມຍລີກ 2016 ນີ້, ກໍຕາມ ແຕ່ພວກເຮົາ ກໍມີນັກເຕະຫລາຍຄົນ ທີ່ສາມາດລົງ ຫລິ້ນແທນກັນ ໄດ້ຫລາຍຕໍາແໜ່ງ ແລະ ພ້ອມຈະສູ້ເພື່ອ ຍາດກຽດສັກສີ ຂອງພວກເຮົາ. ແນວໃດກໍຕາມ ຂໍໃຫ້ ກອງເຊຍ ທີມຊາດລາວ ເຂົ້າຮ່ວມເກມ ໃນນັດນີ້ ໃຫ້ຫລາຍໆ ເພາະຖ້າກອງເຊຍ ຫລື ແຟນບານລາວ ເຂົ້າ ຮ່ວມຫລາຍ ກໍອາດຈະເຮັດໃຫ້ນັກເຕະ ຂອງພວກເຮົາ ມີກໍາລັງໃຈ ເປັນຈິດໜຶ່ງໃຈດຽວ ພ້ອມກັນຍາດເອົາຄະແນນ ແລະ ສັກສີຄືນມາ ສູ່ແຟນບານລາວ.
ຂະນະດຽວກັນນັ້ນ, ຄູຝຶກທີມຊາດມານດິບ ກໍໄດ້ອອກມາສໍາພາດ ຕໍ່ສື່ມວນຊົນວ່າ: ເກມໃນນັດນີ້ ພວກເຮົາໄດ້ຝຶກຊ້ອມ ຢ່າງເຕັມທີ່ເພາະວ່າ ການລົງສະໜາມໃນ ນັດນີ້ ເປັນພາລະກິດ ອັນຍິງໃຫຍ່ ສໍາລັບທີມຊາດ ຂອງພວກເຮົາ ເຊິ່ງໃນນັ້ນ, ພວກເຮົາໄດ້ປັບເກມໃໝ່ 2-3 ຕໍາແໜ່ງ ເພື່ອ ຮັບມື ກັບທີມຊາດລາວ ເຖິງຢ່າງ ໃດກໍຕາມ ເກມນັດນີ້ ພວກເຮົາຕ້ອງ ເຮັດໃຫ້ໄດ້ດີ ກວ່າເກມທີ່ຜ່ານມາ ຢ່າງແນ່ນອນ.




ທີ່ມາ: KPL

No comments

Theme images by compassandcamera. Powered by Blogger.