ໂຮມຊຸມນຸມ ສະຫລອງວັນຄູແຫ່ງຊາດຢູ່ເມືອງທ່າແຕງ

ຂປລ.​ອາທິດ​ຜ່ານ​ມານີ້ ເມືອງທ່າແຕງ ​ແຂວງ​ເຊ​ກອງ ໄດ້ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຂຶ້ນຢູ່ທີ່ເດີ່ນກິລາຂອງເມືອງດັ່ງກ່າວ, ໂດຍມີ ທ່ານ ຄຳສອນ ກອນເຍີ ກຳມະການພັກແຂວງ ເລຂາພັກເມືອງເຈົ້າເມືອງທ່າແຕງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຄູອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມຢ່າງຫຼວງຫຼາຍ.

ທ່ານ ນາງ ດວງຈັນ ເທບບົວລະບັດ ກຳມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງທ່າແຕງຕາງໜ້າຄະນະ​ນໍາ​ການ​ສຶກສາ ​ແລະ ການ​ນໍາ​ພັກ-ລັດ: ໄດ້ສະແດງຄວາມປິຕິຊົມຊື່ນ ແລະ ເອກອ້າງທະນົງໃຈທີ່​ໄດ້​ມີ​ການສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ 2016 ນີ້, ​ເຊິ່ງ​ໄດ້​ຫວນ​ຄືນ​​ເຖິງມູນ​ເຊື້ອ​ການ​ກໍາ​ເນີ​ດ ຂອງ​ວັນ​ຄູ​ແຫ່ງ​ຊາດ ​ ດ້ວຍຄວາມອາໄລ ຮັກຢ່າງສຸດຊຶ້ງ ​ແລະ ຂໍຈົດຈຳຈາລຶກບຸນຄຸນ, ຄຸນງາມຄວາມດີອັນໃຫ່ຍຫຼວງ ຂອງຄູເຊິ່ງຄູແມ່ນລູກຜູ້ປະເສີດ ຂອງປະຊາຊົນບັນດາເຜົ່າທີ່ນຳເອົາຄວາມຮູ້, ຄວາມສາມາດ, ສະຫຼາດສ່ອງໃສ ແລະ ຄວາມສົມບູນພູນສຸກມາສູ່ປະຊາຊົນບັນດາເຜົ່າ ໂດຍຊື່ສຽງຂອງຄູໄດ້ຕິດພັນກັບຂະບວນການວິວັດແຫ່ງການພັດທະນາປະເທດຊາດມາໂດຍຕະຫຼອດຈົນຮອດທຸກວັນນີ້,
ທ່ານ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງທ່າແຕງກ່າວຕື່ມວ່າ: ການພັດທະນາການສຶກສາ ຢູ່​ເມືອງ​ທ່າ​ແຕງ ໃນໄລຍະຜ່ານມາມີການຂະຫຍາຍຕົວຢ່າງຕໍ່ເນື່ອງທັງປະລິມານ ແລະ ຄຸນນະພາບໂດຍມີໂຮງຮຽນ 13 ແຫ່ງ ​ໄດ້ກາຍເປັນໂຮງຮຽນຕົວແບບ ແລະ ອີກ 7 ແຫ່ງກາຍເປັນໂຮງຮຽນສີຂຽວຄື: ໂຮງຮຽນປະຖົມຫົວເຊ, ປະແຫຼງເໜືອ, ໜອງນົກ, ດອນຊາ, ຫ້ວຍຊາຍ, ບ້ານຫຼີກ ແລະ ໂຮງຮຽນປະຖົມຈຸນລາ.
​ໂອກາດ​ດັ່ງກ່າວ​ນີ້ ໄດ້ມອບໃບຍ້ອງຍໍ ປະເພດຢ່າງຕ່າງໆໃຫ້ແກ່ພະນັກງານ-ຄູອາຈານ ໃນການປະກອບສ່ວນໃນວຽກງານ ປະກາດເມືອງຈົບຊັ້ນມັດທະຍົມບຳລຸງຕອນຕົ້ນ ຈໍາ​ວນວ 6 ສະຫາຍ, ຍິງ 3 ສະຫາຍ, ແລະ ຍ້ອງຍໍການປະກອບສ່ວນໃນວຽກງານການສຶກສາຈຳນວນ 98 ສະຫາຍ, ຍິງ 41 ສະຫາຍ ໂດຍແມ່ນ ທ່ານ ຄຳສອນ ກອນເຍີ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງທ່າແຕງ ແລະ ທ່ານ ນາງ ດວງຈັນ ເທບບົວລະບັດ ກຳມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ​ເປັນຜູ້ ກ່າວມອບຢ່າງສົມກຽດ.




ທີ່ມາ: KPL

No comments

Theme images by compassandcamera. Powered by Blogger.