ທ່ຽວຊົມກົ້ມກາບໄຫວ້ວັດພະບາດໂພນສັນ

*ວັດພະບາດ ເປັນວັດອັນເກົ່າ ແກ່ສັກສິດ ແລະ ມີຊື່ສຽງ ເຊິ່ງກາຍເປັນ ມໍລະດົກ ມິ່ງບ້ານມິ່ງເມືອງ ຂອງແຂວງບໍລິຄໍາໄຊ, ວັດດັ່ງກ່າວ ຕັ້ງຢູ່ເຂດ ບ້ານພະບາດ ແຄມທາງເລກທີ 13 ໃຕ້ ຫ່າງຈາກເທສະບານ ເມືອງທ່າພະບາດ ໄປປະມານ 6 ກິໂລແມັດ, ໃຜໄດ້ມີໂອກາດ ຜ່ານໄປ-ມາ ກໍຕ້ອງໄດ້ແວ່ ກາບໄຫວ້ ເພື່ອເປັນສີຣິມຸງຄຸນ, ແມ່ນແຕ່ການເດີນທາງ ກໍຍັງເຊື່ອວ່າ ຖ້າໄດ້ຂໍພອນ ຈາກວັດແຫ່ງນີ້ ກໍຈະເດີນທາງດ້ວຍ ຄວາມສະຫວັດດີພາບ.
ຕາມການບອກເລົ່າ ຂອງພໍ່ຕູ້ໃຫຍ່ ເຈົ້າສາລະວັດ ບ້ານພະບາດ ໄດ້ໃຫ້ຮູ້ວ່າ: ແຕ່ກີ້ແຕ່ກ່ອນວັດນີ້ ເປັນພຽງພະລານຫີນ ທີ່ເຕັມໄປດ້ວຍປ່າ ຕົ້ນສະເມັກ ອັນຕຶບໜາ ແລະ ໄດ້ຮັບການ ປະຕິສັງຂອນ ໃນເດືອນ 4 ປີ1933, ຕໍ່ມາເພິ່ນກໍ ໄດ້ສ້າງອຸ ໂມງກວມເອົາ ຮອຍພະບາດ ແຕ່ຕໍ່ມາກໍ ໄດ້ມີການທຸບມ້າງ ແລະ ໄດ້ປະຕິ ສັງຂອນໃໝ່ອີກ. ຕາມຄວາມເຊື່ອ ແລ້ວຮອຍພະບາດ ທີ່ປະກົດໃຫ້ເຫັນ ນັ້ນແມ່ນຮອຍ ພະບາດຂອງ ພະພຸດທະເຈົ້າ ທີ່ປະທານໄວ້ ຢູ່ເທິງພະລານຫີນ ເພື່ອໃຫ້ປະຊາຊົນໄດ້ ກາບໄຫວ້ບູຊາ. ຮອຍພະບາດດັ່ງກ່າວ ເປັນຮອຍພະບາດ ເບື້ອງຂວາມີລວງຍາວ 1,20 ແມັດ ແລະ ເລິກ 0,49 ແມັດ, ປາຍນີ້ວຕີນ ພຽງລຽບສະເໝີກັນ, ພື້ນຮອຍຕີນ ມີຮູບກົງຈັກ ດອກບົວຢູ່ເຄິ່ງກາງ ແລະ ມີຮູບສັດ ຢູ່ອ້ອມກົງຈັກ ພື້ນຕີນ 108 ຊະ ນິດ.
ວັດໂພນສັນ ຫລື ວັດຈອມທໍາ ນາຄາມິດ ຕັ້ງຢູ່ບ້ານທ່າໂພນສັນ, ເມືອງທ່າພະບາດ ຫ່າງຈາກນະຄອນ ຫລວງວຽງຈັນ ລົງໄປຕາມ ເສັ້ນທາງເລກທີ 13 ໃຕ້ ປະມານ 80 ກິໂລແມັດ, ພໍມາຮອດ ບ້ານພະບາດ ແລ້ວກໍຈະເຫັນປ້າຍ ຊີ້ບອກແລ້ວ ລ້ຽວຂວາເຂົ້າ ໄປປະມານ 2 ກິໂລແມັດ ກໍຈະຫລຽວເຫັນ ວັດດັ່ງກ່າວ ທີ່ຕັ້ງຢູ່ເທິງໂນນ ສູງແຄມຝັ່ງແມ່ນໍ້າຂອງ, ຄໍາວ່າ: ໂພນສັນ ມີຄວາມໝາຍວ່າ ເປັນບ່ອນສູງຊັນ.
ຕາມຕໍານານ ທີ່ໄດ້ເລົ່າຂານກັນວ່າ: ໃນປີ ຄສ 00 ໄດ້ມີພະພຸດ ທະເຈົ້າອົງທີ 28 ທີ່ມີນາມວ່າ: ພະໂຄໄດ້ສະເດັດ ລົງມາສັນເພນ ຢູ່ເວີນຫລອດ (ເວີນໂພນສັນ) ແຫ່ງນີ້ ແລະ ໄດ້ມີພະຍານາກ ສອງຕົນນາມວ່າ ສຸຂະຫັດຖິນາກ ແລະ ສັງຂາລະ ນາກໃນເວີນນໍ້າຂອງ ຂຶ້ນມາຕ້ອນຮັບ ແລະ ກາບໄຫວ້ ພະພຸດທະເຈົ້າ, ນາກທັງສອງຕົວ ໄດ້ປັດກວາດເອົາ ຫີນສີລາມາເປັນໂນນ (ໂພນສັນ) ແລ້ວກໍນິມົນພະອົງ ນັ່ງສັນອາຫານ ຢູ່ເທິງໂພນນີ້ ຈົນເປັນຮອຍນັ່ງ, ແຕ່ດຽວ ນີ້ເພິ່ນໄດ້ສ້າງ ພະອົງໜຶ່ງ ກວມໄວ້ໃນສິມ ແລ້ວຕໍ່ມານາກ ທັງສອງນັ້ນກໍໄດ້ ຂໍຮອຍພະບາດ (ຮອຍຕີນ) ນໍາພະພຸດທະເຈົ້າ ໄວ້ຮັກສາ, ດັ່ງນັ້ນພະອົງ ຈຶ່ງສະເດັດຮອຍພະບາດ ມາໄວ້ເທິງພະລານຫີນ ຢູ່ໂຄກຈິກວຽງ ງົວເຂດວັດພະບາດ ໃນປັດຈຸບັນ ເພື່ອໃຫ້ນາກ ທັງສອງເປັນ ຜູ້ບູລະນະຮັກສາ.
ທ່ານໃດຫາກ ໄດ້ທຽວໄປ-ມາ ເຂດເມືອງ ທ່າພະບາດ ກໍຢ່າລືມໄປແວ່ຊົມ ກົ້ມກາບໄຫວ້ ເພື່ອຂໍພອນ ຈາກວັດພະບາດ ທີ່ສັກສິດແດ່ເດີ ! ຕາມຄວາມເຊື່ອ ຈະໄດ້ຮັບການເບິ່ງ ແຍງດູແລ, ຄຸ້ມຄອງ ແລະ ປົກປັກຮັກສາ ໃນການເດີນ ທາງດ້ວຍ ຄວາມສະຫວັດດີພາບ ແລ້ວກໍເຂົ້າ ໄປທ່ຽວຊົມ ກົ້ມກາບໄຫວ້ ວັດໂພນສັນ (ວັດຈອມ ທໍານາຄາມິດ) ທີ່ຕັ້ງຢູ່ໂນນສູງ ແຄມຝັ່ງແມ່ນໍ້າຂອງ ເພື່ອໄປບູຊາກາບໄຫວ້ ຮອຍພະບາດ ທີ່ສັກສິດເມື່ອທ່ານ ໄດ້ໄປສໍາພັດກັບ ທີວທັດທໍາມະຊາດ ແລະ ອາກາດ ທີ່ສົດໃສ ຈະເຮັດໃຫ້ຊີວິດ ຂອງທ່ານມີຄວາມ ສົດຊື່ນດີຂຶ້ນ.

ດັ່ງກາບກອນທີ່ໄດ້ບັນລະຍາຍໄວ້ວ່າ:

* ວັດພະບາດລືນາມກ້ອງ ທ້ອງຖິ່ນບໍລິຄໍາໄຊ
ໄປກາບໄຫວ້ຂໍພອນໄຊ ໃຫ້ຄຸ້ມຄອງຢ່າໝອງເສົ້າ
ແລ້ວຈຶ່ງພາກັນເຂົ້າ ວັດໂພນສັນສູງໂດດເດັ່ນ
ໄປເຫັນຮອຍພະບາດພ້ອມ ໄດ້ກວມລອ້ມໄວ້ຢູ່ສິມ ທ່ານເອີຍ.
* ຕໍານານກ່າວວ່າໄວ້ ໄດ້ມີນາກມາສອງຕົວ
ບົວລະບັດຮັກສາ ກາບບູຊາພະພຸດທະເຈົ້າ
ເອົາຫີນສີລາເສີມສ້າງ ພະລານຫີນໄວ້ຮອງນັ່ງ
ຂໍທັງຮອຍພະບາດເຈົ້າ ເອົາໄວ້ກາບບູຊາ ວ່ານາ.



ທີ່ມາ: KPL

No comments

Theme images by compassandcamera. Powered by Blogger.