ສື່ມວນຊົນລາວເຂົ້າໃຈແຈ້ງກ່ຽວກັບວຽກງານສະຖິຕິທາງການ

ຂປລ. ​ໃນ​ວັນ​ທີ 10 ຕຸລາ 2016 ສູນ​ຖະຖິຕິ​ແຫ່ງ​ຊາດ, ກະຊວງ​ແຜ​ນການ ​ແລະ ການ​ລົງທຶນ ​ໄດ້​ຈັດ​ພິທີຖະ​ແຫລ​ງຂ່າວ ​ເພື່ອ​ໃຫ້​ບັນດາ​ສື່​ມວນ​ຊົນ​ໄດ້​ເຂົ້າ​ໃຈ ​ແລະ ຮັບ​ຊາບ​ກ່ຽວ​ກັບ ການ​ຜະລິດ​ສະຖິຕິ​ທາງ​ການ ຂອງ​ສູນ​ສະຖິຕິ​ແຫ່ງ​ຊາດ ​​ໄປ​ສູ່​ຜູ້ນຳ​ໃຊ້​ສະຖິຕິທຸກ​ພາກສ່ວນ ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ໃຫ້​ຖືກຕ້ອງ ​ແລະ ຊັດ​ເຈນ. ​ໂດ​ຍການ​ຖະ​ແຫລ​ງຂອງ​ທ່ານ ສະ​ໃໝ​ຈັນ ບຸບຜາ ຫົວໜ້າ​ສູນ​ສະຖິຕິ​ແຫ່ງ​ຊາດ, ມີ​ບັນດາ​ສື່​ມວນ​ຊົນ ​ແລະ ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ທ່ານ ສະ​ໃໝ​ຈັນ ບຸບຜາ ​ໄດ້​ສະ​ເໜີ 3 ບັນຫາ ​ໃນ​ການຖະ​ແຫລ​ງຂ່າວ​ຄັ້ງນີ້ ​ເຊັ່ນ: ຜົນ​ຜະລິດ​ຂອງ​ສູນ​ສະຖິຕິ​ແຫ່ງ​ຊາດ ​ທີ່​ມີ​ຢູ່​ໃນ​ປັດຈຸບັນ ​ເຊິ່ງຈະ​ເນັ້ນ​ໃສ່​ການ​ຜະລິດ​ສະຖິຕິ​ປະຈຳ​ປີ ​ແລະ ບັນ​ດາ​ການ​ສຳ​ຫລວດ​ຕ່າງໆ, ​ໄລຍະ​ເວລາ​ຂອງ​ການ​ລາຍ​ງານ​ສະຖິຕິ ​ແລະ ທິດ​ທາງ​ແຜນການ​ກ່ຽວ​ກັບ​ການ​ປັບ​ປຸງຜົນ​ຜະລິດ​ສະຖິຕິ​ໃນ​ຕໍ່ໜ້າ. ພ້ອມ​ດຽວ​ກັນ​ນີ້ ທ່ານ ສະ​ໃໝ​ຈັນ ບຸບຜາ ຍັງ​ໄດ້​ໃຫ້​ຮູ້​ວ່າ: ວຽກ​ງານ​ສະຖິຕິ​ແມ່ນ​ມີ​ຄວາມ​ສຳຄັນ ຕໍ່​ການ​ກຳນົດ​ນະ​ໂຍບາຍ, ການວາງ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ​ໃນ​ແຕ່ລະ​ໄລຍະ​ຂອງ​ພັກ ​ແລະ ລັດຖະບານ. ສະຖິຕິ​ເປັນ​ຕົວ​ວັດ​ແທກ​ອ້າງ​ອີງກ່ຽວ​ກັບ​ຜົນສຳ​ເລັດ, ຂໍ້ຄົງ​ຄ້າງ, ການ​ປະ​ເມີນ​ຄວາມ​ຄືບ​ໜ້າ, ທັງ​ເປັນ​ພື້ນຖານ​ຂອງ​ການ​ຄິດ​ໄລ່ ການ​ເບິ່ງ​ອະນາ​ຄົດ​ຂອງ​ການ​ພັດທະນາ​ປະ​ເທດ​ຊາດ. ນອກຈາກ​ນີ້, ສະຖິຕິ​ຍັງ​ເປັນ​ບ່ອນ​ອີງ​ໃຫ້​ແກ່​ການ​ຕິດຕາມ, ການຈັດ​ຕັ້ງປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ, ການ​ປະ​ເມີນ​ເປົ້າ​ໝາຍສະຫະ​ສະຫວັດ​ດ້ານ​ການ​ພັດທະນາ, ຕິດຕາມ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ການ​ສ້າງ​ຍຸດ​ທະ​ສາດ ຮອດ​ປີ 2025 ​ແລະ ວິ​ໃສ​ທັດ ຮອດ​ປີ 2030.

ສະ​ນັ້ນ​, ເພື່ອ​ເຮັດ​ໃຫ້​ລະບົບ​ສະຖິຕິ​ແຫ່ງ​ຊາດ ​ໄດ້​ຮັບການ​ປັບປຸງ ​ແລະ ມີ​ຄວາມ​ເຂັ້ມ​ແຂງ, ສາມາດ​ຕອບ​ສະ ໜອງ​ຂໍ້​ມູນ​ສະຖິຕິ​ທາງ​ການ ​ໃຫ້​ໄດ້​ຕາມ​ຄວາມ​ຕ້ອງການ​ພື້ນຖານ ຜູ້​ບໍລິຫານ​ຂອງ​ສູນ​ສະຖິຕິ​ແຕ່ລະ​ຂັ້ນ ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ໃນ​ການ​ເກັບ​ກຳ, ສັງ​ລວມ, ການ​ຜະລິດ​ຂໍ້​ມູນ​ສະຖິຕິ, ການ​ລາຍ​ງານ​ຂໍ້​ມູນ​ສະຖິຕິ​ທາງ​ການ, ການ​ເຜີຍ​ແຜ່​ຂໍ້​ມູນ​ສະ ຖິຕິ​ທາງ​ການ ​ແລະ ການ​ປະສານ​ງານ ຮ່ວມ​ມື​ກັບ​ພາກສ່ວນ​ຕ່າງໆ ທັງ​ພາຍ​ໃນ ​ແລະ ພາຍ​ນອກ​ ຢ່າງ​ກ້ວາງ​ຂວາງ.



ທີ່ມາ: KPL

No comments

Theme images by compassandcamera. Powered by Blogger.