ປະຫວັດຫຍໍ້ ຂອງທ່ານ ນາງ Michaelle JEAN ເລຂາທິການໃຫ່ຍ ອົງການຝຮັງໂກໂຟນີສາກົນ

*ວັນ/ເດືອນ/ປີເກີດ 06 ກັນຍາ 1957 , ທີ່ ເມືອງ ປອກໂອແປ້ຮງ ປະເທດ ໄຮຕີ

*ການສືກສາ

-ຈົບມັດທະຍົມສືກສາ ສາຍພາສາ ແລະ ວັນນະຄະດີ ອີຕາລີ

-ຈົບການສນືກສາລະດັບປະລີນຍາໂທ ສາຂາວັນນະຄະດີ ຈາກ ມະຫາວິທະຍາໄລມົງເຮອານ

-ໄດ້ຮັບທືນການສືກສາ 3 ທືນ ເພື່ອເພີ່ມຄວາມຮູ້ທາງດ້ານ ພາສາອີຕາລີ ຢູ່ມະຫາວິທະຍາໄລ ເປຮູສ໌, ມະຫາວິທະຍາໄລ ຟລໍເຮນ, ມະຫາວິທະຍາໄລ ກາໂຕລິກ ມິລານ

*ການເຄື່ອນໄຫວວຽກງານ

-ປີ 1968 ໄດ້ຍົກຍ້າຍໄປອາໄສຢູ່ ປະເທດ ການາດາ

-ປີ 1988 - 2005 ເປັນນັກຂ່າວ ແລະ ຜູ້ປະກາດຂ່າວ ທາງໂທລະພາບ ແລະ ວິທະຍຸຂອງການາດາ ຊິ່ງຜົນຂອງການ ຈັດລາຍການ ໄດ້ຮັບລາງວັນຫລາຍອັນ, ໄດ້ເຂົ້າຮ່ວມ ໃນງານສ້າງຮູບເງົາ ສາລະຄະດີ ຫລາຍເລື່ອງ, ໂດຍໄດ້ຮັບ ການຮຽບຮຽງຂອງ ສາມີເພີນເອງ.

-ປີ 2005-2010 ເປັນຜູ້ສຳເລັດລາດຊະການ ຂອງການາດາ ຄົນທີ 27 ໄລຍະທີ່ ດຳລົງຕຳແໜ່ງດັ່ງກ່າວ ທ່ານໄດ້ໄປຢ້ຽມຢາມ ບັນດາປະເທດຕ່າງໆ ຫລາຍກວ່າ 40 ຄັ້ງ ຄື ປະເທດ ອັຟການິສຖານ,ຈີນ, 10 ປະເທດ ໃນທະວີບ ອາຟຮິກກາ, 9 ປະເທດ ໃນທະວີບ ອາເມລິກາ ແລະ 10 ປະເທດ ໃນທະວີບເອີຮົບ

-ປີ 2012 ເພີ່ນໄດ້ຮັບໜ້າທີ່ເປັນປະທານ ມະຫາວິທະຍາໄລອົດຕາວາ, ຊຶ່ງເປັນສະຖາບັນ ຮຽນສອງພາສາ (ຝຣັ່ງ-ອັງກິດ) ທີ່ໃຫ່ຍທີ່ສຸດໃນໂລກ

-ຖືກເລືອກຕັ້ງເປັນ ເລຂາທິການໃຫ່ຍ ຂອງອົງການຝຮັງໂກໂຟນີສາກົນ ໃນວັນທີ 30 ພະຈິກ 2014 ໂດຍກອງປະຊຸມສຸດຍອດ ຄັ້ງທີ 15 ຂອງອົງການ (ເຂົ້າຮັບໜ້າທີ່ ໃນວັນທີ 01 ມັງກອນ 2015)
*ຄວາມຮູ້ດ້ານພາສາ

-ຝຮັ່ງ, ອັງກິດ, ອີຕາລີ, ສະເປນ, ເຄຮໂອນ ແລະ ປອກຕຸຍການ



ທີ່ມາ: KPL

No comments

Theme images by compassandcamera. Powered by Blogger.