ທລຍ ລົງຕິດຕາມການແກ້ໄຂຄວາມທຸກຍາກຂອງປະຊາຊົນ
ຄະນະພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂັ້ນສູນກາງ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ໄດ້ນຳພາສື່ມວນຊົນລົງເກັບກຳຂໍ້ມູນ ກ່ຽວກັບການຈັດຕັ້ງປະຕິບັດການແກ້ໄຂ ແລະ ລຶບລ້າງຄວາມທຸກຍາກຂອງປະຊາຊົນ ໃນລະຫວ່າງວັນທີ 26 ກັນຍາ-4 ຕຸລາ 2016 ແຂວງສະຫວັນນະເຂດ ແລະ ແຂວງສາລະວັນ ເພື່ອຕິດຕາມການຈັດຕັ້ງປະຕິບັດ ແລະ ປະເມີນຄືນບັນດາໂຄງການທີ່ ທລຍ ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ເຊິ່ງນຳໂດຍທ່ານນາງ ຄອນທິບ ພວງເພັດ ຜູ້ຮັບຜິດຊອບວຽກງານກະຈາຍຂໍ້ມູນຂ່າວສານຜ່ານສາທາລະນະຊົນ ທລຍ.
ສຳລັບການລົງເກັບກຳຂໍ້ມູນການຈັດຕັ້ງປະຕິບັດໂຄງການຄັ້ງນີ້ ໄດ້ລົງ 5 ເມືອງເປົ້າໝາຍຄື: ເມືອງເຊໂປນ ແລະ ເມືອງນອງ ແຂວງສະຫວັນນະເຂດ ແລະ ເມືອງສາລະວັນ ຕະໂອ້ຍ ແລະ ເມືອງສະໝ້ວຍ ແຂວງສາລະວັນ ໂດຍໄດ້ລົງເຄື່ອນໄຫວຢູ່ບັນດາບ້ານທີ່ຍັງທຸກຍາກພາຍໃນເມືອງດັ່ງກ່າວ ກ່ຽວກັບວຽກງານຕ່າງໆທີ່ ທລຍ ໃຫ້ການຊ່ວຍເຫຼືອໄລຍະຜ່ານມາ ເປັນຕົ້ນແມ່ນວຽກງານປັບປຸງພື້ນຖານໂຄງລ່າງ ສາທາລະນະສຸກ ການສົ່ງເສີມປະຊາຊົນໃຫ້ມີອາຊີບເສີມ ໂຄງການນ້ຳສະອາດ (ນ້ຳລິນ) ໂພຊະນາການ ປັບປຸງຊີວິດການເປັນຢູ່ກຸ່ມລ້ຽງໄກ່ ຕ່ຳຫູກ ແລະ ວຽກງານອື່ນໆອີກຈຳນວນໜຶ່ງ.
ຜ່ານການລົງເກັບກຳຂໍ້ມູນ ເຫັນວ່າປະຊາຊົນ 80% ມີຄວາມເພິ່ງພໍໃຈ ແລະ ໄດ້ຮັບຜົນປະໂຫຍດຈາກໂຄງການດັ່ງກ່າວ.
ທີ່ມາ: vientianemai

No comments