ລັດອະນຸຍາດໃຫ້ເອກະຊົນ ເກັບເງິນຄ່າຜ່ານທາງເລກ 16

ກຸ່ມ​ບໍລິສັດ ດວງ​ດີ​ກໍ່ສ້າງ​ຂົວ-ທາງ​ ຈຳກັດ​ຜູ້​ດຽວ ໄດ້​ຮັບ​ອະນຸຍາດ​ຈາກ​ລັດຖະບານ ໃຫ້​ສຳ​ປະທານ​ລົງທຶນ​ກ່ອນ ແລະ ເກັບ​ເງິນຄ່າ​ຜ່ານ​ເສັ້ນທາງ​ເລກ​ທີ 16 ແຕ່ຂົວ​ຂ້າມ​ນ້ຳຂອງລາວ-ຍີ່ປຸ່ນ-ບ້ານ​ຄັນ​ແຍງ-ຊາຍ​ແດນ​ວັງເຕົາ-ຊ່ອງ​ເມັກ ເປັນ​ເສັ້ນທາງທຳ​ອິດ​ຂອງ​ລາວ ໃນ​ໄລຍະ 45 ປີ ເພື່ອ​ເກັບ​ທຶນ​ຄືນ​ໃນ​ການ​ລົງທຶນ​ກໍ່ສ້າງ​ຂະຫຍາຍ ແລະ ປົກ​ປັກ​ຮັກສາ-ສ້ອມແປງ​ເສັ້ນທາງ​ດັ່ງກ່າວໃຫ້​ມີ​ຄວາມ​ສວຍ​ງາມ ແລະ ທຽວ​ໄປ-ມາ ໃຫ້​ມີ​ຄວາມ​ສະດວກ​ຂຶ້ນ​ກວ່າ​ເກົ່າ ເພື່ອ​ຊອກ​ຫາຈຸດ​ດີ​ຈຸດ​ອ່ອນ ພ້ອມ​ທັງ​ຈະ​ຕົບແຕ່ງ​ເສັ້ນທາງ​ໃຫ້​ມີ​ຄວາມ​ຈົບງາມ ແລະ ຕິດ​ຕັ້ງ​ຈຸດ​ເກັບ​ເງິນຖາວອນ​ທີ່​ທັນ​ສະໄໝ​ ສາມາດກວດ​ສອບ​ໄດ້​ໃຫ້​ສຳເລັດ​ທ້າຍເດືອນ​ທັນວາ 2016 ກ່ອນ​ຈະ​ເປີດນຳ​ໃຊ້​ເປັນ​ທາງ​ການ.
ທ່ານ ອຸດອນ ແກ້ວ​ດວງ​ດີ ຜູ້ອຳນວຍການ​ກຸ່ມ​ບໍລິສັດ ດວງ​ດີກໍ່ສ້າງ​ຂົວ-ທາງ ຈຳກັດຜູ້​ດຽວ ໄດ້​ໃຫ້​ສຳພາດ​ວັນ​ທີ 2 ຕຸລາ 2016 ວ່າ: ເສັ້ນທາງ​ເລກ​ທີ 16 ມີ​ຄວາມ​ຍາວ 42 ກິໂລແມັດ ໜ້າ​ທາງ​ກວ້າງ 16-18 ແມັດ ຂົວ 4 ແຫ່ງ ຍາວ 250 ແມັດ ໄດ້ດຳເນີນ​ກໍ່ສ້າງ ແລະ ຂະຫຍາຍ ແຕ່​ປີ 2011 ໂດຍ​ມີ​ການ​ເລີກ​ຮື້ຖິ້ມ ແລະ ປູຢາງ​ໃໝ່ ໂດຍ​ໃຊ້​ທຶນ 30,83 ລ້ານ​ໂດ​ລາ​ສະຫະລັດ ຫຼື ປະມານ 246,64 ຕື້​ກີບ ປັດ​ຈຸບັນ ແມ່ນ​ໄດ້​ໃຊ້​ມາ​ແລ້ວ 5 ປີ ລັດຖະບານ​ຈຶ່ງ​ໄດ້​ຕົກລົງ​ໃຫ້​ເກັບຄ່າ​ຜ່ານ​ທາງ ໂດຍ​ໄດ້​ເລີ່ມ​ທົດລອງ​ເກັບ​ແຕ່​ທ້າຍ​ເດືອນ​ສິງຫາ 2016 ເປັນຕົ້ນ​ມາ ແລະ ຈະ​ດຳເນີນ​ໄປ​ເຖິງ​ທ້າຍ​ປີ​ນີ້ ພາຍຫຼັງເກັບ​ໄລຍະ​ໜຶ່ງ​ກໍ່​ພົບ​ບັນຫາ​ຫຍຸ້ງຍາກ​ເພາະ​ປະຊາຊົນ​ຍັງ​ບໍ່​ເຂົ້າໃຈ ແຕ່​ຜ່ານ​ການ​ອະທິບາຍ ແລະ ຊີ້ແຈງ​ຈາກ​ອຳນາດ​ການ​ປົກຄອງເຖິງ​ເຫດຜົນ ມາ​ຮອດ​ປັດຈຸບັນ ເຫັນ​ວ່າ​ປະຊາຊົນ​ມີ​ຄວາມ​ເຂົ້າໃຈ ແລະ ຕື່ນ​ຕົວ​ເສຍ​ເງິນ​ຢ່າງຄົບ​ຖ້ວນ ສຳລັບ​ລົດ​ຜູ້ນຳພັກ-ລັດ ທະຫານ ຕຳຫຼວດ ໂຮງໝໍ ດັບ​ເພີງ ແລະ ລົດ​ຂົນສົ່ງ​ນັກຮຽນ​ແມ່ນ​ບໍ່​ໄດ້​ເກັບ ສ່ວນ​ພະນັກງານ​ທີ່​ທຽວ​ການ​ປະຈຳ​ວັນ​ທີ່ຢູ່​ໃກ້ ແລະ ໄກ ກໍ່​ມີ​ນະໂຍບາຍ​ໃຫ້​ຢ່າງເໝາະ​ສົມ.
ການ​ລົງທຶນ​ເພື່ອ​ສຳ​ປະທານເສັ້ນທາງ​ນີ້ ​ແມ່ນ​ເປັນ​ສິ່ງ​ທ້າ​ທາຍສົມຄວນ ການ​ເກັບ​ກູ້​ທຶນ​ຄືນ​ກໍ່ໃຊ້​ເວລາ​ດົນ ສະນັ້ນ ຈຶ່ງ​ຢາກຮຽກຮ້ອງ​ໃຫ້​ທຸກ​ຄົນ​ເຂົ້າໃຈ​ນຳກັນ​ວ່າ ການ​ປະກອບສ່ວນ​ເສຍເງິນ​ຄ່າ​ຜ່ານ​ທາງ​ເສັ້ນ​ນີ້ ຖື​ວ່າເປັນ​ການ​ປະກອບສ່ວນ​ໃຫ້​ພັກ-ລັດ ເພາະ​ໄລຍະ​ການ​ເກັບ​ຄ່າ ທາງ​ບໍລິສັດ​ໄດ້​ປະຕິບັດ​ພັນທະ​ອາກອນ​ທຸກ​ຢ່າງ​ຕາມ​ລະບຽບ ເມື່ອທາງ​ເປ່​ເພ​ກໍ່​ໄດ້​ສ້ອມແປງ ແລະ ພາຍຫຼັງ​ໝົດ​ອາຍຸ​ສຳ​ປະທານ​ກໍ່ໄດ້​ມອບ​ຄືນ​ໃຫ້​ລັດ 100% ໂດຍລັດ​ບໍ່​ຕ້ອງ​ໄດ້​ລົງທຶນ​ກໍ່ສ້າງ ແລະ ບູລະນະ​ຮັກສາ​ເສັ້ນທາງ​ຕາມ​ການ​ຄິດໄລ່ຂອງ​ກະຊວງ ​ຍທຂ ແລະ ການອະນຸຍາດ​ຂອງ​ລັດຖະບານ ໃນນີ້​ມີ 10 ປະເພດ​ລົດ ລາຄາ 5.000-100.000 ກີບ​ຕໍ່​ຄັ້ງ ສຳລັບ​ເສັ້ນທາງ​ເລກ​ທີ 14 (ແຕ່​ເສັ້ນທາງ​ເລກ​ທີ 16-ສະຖານທີ່​ທ່ອງທ່ຽວ​ວັດ​ພູ​ຈຳປາ​ສັກ) ກໍ່​ແມ່ນກຸ່ມ​ບໍລິສັດ​ພວກ​ເຮົາ​ເປັນ​ຜູ້​ສຳປະທານ ແລະ ໄດ້​ເກັບ​ຄ່າ​ທາງຕາມ​ລາຄາ​ຂອງ​ລັດຖະບານ​ຕົກລົງ​ໃຫ້​ເຊັ່ນ​ດຽວ​ກັນ.


ທີ່ມາ: vientianemai

No comments

Theme images by compassandcamera. Powered by Blogger.