ເສດຖະກິດນະຄອນຫຼວງ ຂະຫຍາຍຕົວຢ່າງຕໍ່ເນື່ອງ ການເກັບລາຍຮັບບັນລຸຫຼາຍກວ່າ 50%

ກອງ​ປະຊຸມ​ຄົບ​ຄະນະ​ບໍ​ລິຫານ​ງານ​ພັກ​ນະຄອນຫຼວງ​ວຽງຈັນ (ນວ) ຄັ້ງ​ທີ 6 ສະໄໝ​ທີ IV ໄດ້​ຈັດ​ຂຶ້ນລະຫວ່າງ​ວັນ​ທີ 3-6 ຕຸລາ 2016 ທີ່​ສຳນັກງານ​ປົກຄອງ ນວ ໂດຍ​ເປັນ​ປະທານ​ຂອງສະຫາຍ ສິນ​ລະ​ວົງ ຄຸດ​ໄພທູນ ກຳມະການ​ກົມ​ການເມືອງ​ສູນກາງ​ພັກ ເລຂາ​ຄະນະ​ພັກ ເຈົ້າຄອງ​ນະຄອນຫຼວງ​ວຽງ​ຈັນ ມີ​ບັນດາ​ຮອງ​ເລຂາ​ຄະນະ​ພັກ ຄະນະປະຈຳ​ພັກ ຄະນະ​ພັກ ແລະ ພະນັກ​ງານ​ຫຼັກ​ແຫຼ່ງ​ອ້ອມ​ຂ້າງ ນວ ເຂົ້າ​ຮ່ວມ.
ສະຫາຍ ແກ້ວ​ພິລາ​ວັນ ອາໄພ​ລາດ ຮອງ​ເລຂາ​ຄະນະ​ພັກ ຮອງ​ເຈົ້າ​ຄອງ ນວ ຜູ້​ຮັບຜິດຊອບວຽກ​ງານ​ເສດຖະກິດ ໄດ້​ຂຶ້ນ​ສະຫຼຸບ​ຕີ​ລາຄາ​ສະພາບ​ການຈັດຕັ້ງປະຕິບັດ​ແຜນ​ພັດທະນາ​ເສດ​ຖະກິດ-ສັງຄົມ ແລະ ແຜນ​ງົບ​ປະມານ ສຳລັບ​ສົກ​ປີ 2015-2016 ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ແລະ ງົບປະມານ ສຳລັບ​ປີ 2017 ແລະ ໂຄງການ​ວຽກ​ງານລົງທຶນ 5 ປີ (2016-2020) ຂອງ ນວ ເຊິ່ງ​ເຫັນ​ວ່າ​ສະພາບໂດຍ​ລວມ​ຢູ່ ນວ ໃນ 9 ເດືອນຜ່ານ​ມາ ເສດຖະກິດ​ມະຫາ​ພາກ ມີ​ສະຖຽນ​ລະ​ພາບ​ທີ່​ດີ​ໂດຍ​ພື້ນຖານ ສະຫງົບ ແລະ ໝັ້ນ​ທ່ຽງພໍ​ສົມຄວນ ເສດຖະກິດ​ຍັງ​ສືບຕໍ່ຂະຫຍາຍຕົວ​ດີ​ຂຶ້ນ ສະພາບ​ສັງຄົມ​ມີ​ຄວາມ​ສະຫງົບ​ປອດ​ໄພ ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາ​ຊົນ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນເທື່ອ​ລະ​ກ້າວ ຄາດ​ຄະເນ​ວ່າ​ໝົດສົກ​ປີ 2015-2016 ເສດຖະກິດ ນວ ຈະ​ຂະຫຍາຍຕົວ​ໃນ​ລະດັບ 10,92% (ແຜນການ​ວາງ​ໄວ້ 11%) ຈະ​ສ້າງ​ມູນ​ຄ່າ​ເພີ່ມ​ລວມຍອດ​ຜະລິດ​ຕະ​ພັນ​ພາຍ​ໃນ (GDP) ໄດ້​ປະມານ 37.447 ຕື້​ກີບ ສະເລ່ຍ​ຕໍ່​ຫົວ​ຄົນ​ບັນລຸ​ໄດ້ 4.784 ໂດ​ລາ​ສະຫະລັດ ຫຼື ປະມານ 38 ລ້ານ​ກີບ ໃນ​ນັ້ນ ກະ​ສິກຳ​ເພີ່ມ​ຂຶ້ນ 6,54% ອຸດ​ສາ​ຫະກຳ​ເພີ່ມ​ຂຶ້ນ 13,76% ແລະ ການ​ບໍລິການ​ເພີ່ມ​ຂຶ້ນ 10,08% ການ​ເກັບ​ລາຍ​ຮັບ​ເຂົ້າ​ງົບ​ປະມານ 9 ເດືອນ ປະຕິບັດ​ໄດ້ 584,57 ຕື້​ກີບ ເທົ່າ​ກັບ 54,68% ໃນ​ນັ້ນ ສູນ​ກາງ​ເກັບໄດ້ 5,34 ຕື້​ກີບ ແລະ ນວ ຈັດເກັບ​ໄດ້ 579,23 ຕື້​ກີບ ລາຍຈ່າຍ​ປະຕິບັດ 449,74 ຕື້​ກີບ ເທົ່າ​ກັບ 72,55% ຂອງ​ແຜນການ​ປີ ສະພາບ​ການ​ລົງທຶນ​ທົ່ວສັງຄົມ​ປະຕິບັດ​ໄດ້ 24.557,15 ຕື້​ກີບ ການ​ລົງທຶນ​ຂອງ​ລັດ​ສາມາດ​ປະຕິບັດ​ໄດ້ 661 ໂຄງການ ມູນ​ຄ່າ 135.492,07 ລ້ານ​ກີບ ປະຕິບັດ​ໄດ້ 99,26% ຂອງແຜນການ ນອກຈາກ​ຂົງເຂດເສດຖະກິດ​ແລ້ວ ຂົງເຂດ​ອື່ນໆ​ກໍ່ສາມາດ​ຍາດ​ໄດ້ຜົນ​ງານ​ອັນ​ພົ້ນເດັ່ນ​ຫຼາຍ​ດ້ານ​ເຊັ່ນ​ດຽວ​ກັນ.


ທີ່ມາ: vientianemai

No comments

Theme images by compassandcamera. Powered by Blogger.