ກະຊວງພາຍໃນ ໄດ້ຮັບການຊ່ວຍເຫຼືອຈາກຄຳໄພຊະນະ

ວັນ​ທີ 3 ຕຸລາ 2016 ກຸ່ມ​ບໍລິສັດ ຄຳ​ໄພ​ຊະນະ ໄດ້​ນຳເງິນ​ມາ​ມອບ​ໃຫ້​ກະຊວງ​ພາຍ​ໃນ ກ່າວ​ມອບ​ໂດຍ​ທ່ານ ຄຳ​ໄພ ສົມຊະນະ ປະທານ​ກຸ່ມ​ບໍລິສັດ ຄຳ​ໄພຊະນະ ແລະ ກ່າວ​ຮັບ​ໂດຍ​ທ່ານ ຄຳ​ໝັ້ນ ສູນ​ວິ​ເລີດ ລັດຖະມົນຕີກະຊວງ​ພາຍ​ໃນ ມີ​ພະນັກງານກ່ຽວຂ້ອງ​ທັງ​ສອງ​ຝ່າຍ​ເຂົ້າຮ່ວມ.
ເງິນ​ທີ່​ນຳ​ມາ​ມອບ​ຄັ້ງ​ນີ້​ມີ​ຈຳນວນ 40 ລ້ານ​ກີບ ເຊິ່ງ​ຈະ​ນຳໃຊ້​ເຂົ້າ​ໃນ​ການ​ຊື້​ອຸປະກອນ​ໄອ​ທີ ເປັນຕົ້ນ​ແມ່ນ​ຄອມ​ພີວ​ເຕີ ທັງ​ນີ້ກໍ່​ເພື່ອ​ເປັນ​ການ​ປະກອບສ່ວນ​ເຂົ້າໃນ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ ໂດຍ​ສະເພາະແມ່ນ​ວຽກ​ງານຫ້ອງການ ການ​ພິມ​ເອກະສານຕ່າງໆ.


ທີ່ມາ: vientianemai

No comments

Theme images by compassandcamera. Powered by Blogger.