ຈະສ້າງບ່ອນນັ່ງລໍຖ້າລົດເມຕາມສາຍທາງຫຼວງ
ວັນທີ 4 ຕຸລາ 2016 ທີ່ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນສັນຍາສຳປະທານລົງທຶນກໍ່ສ້າງບ່ອນນັ່ງລໍຖ້າລົດເມ ຂອງຜູ້ໂດຍສານຕາມສາຍທາງຫຼວງ ພາຍໃນ ນວ ລະຫວ່າງລັດວິສາຫະກິດລົດເມ ນວ ແລະ ບໍລິສັດ ບລູກຣາດສ໌ດີຊາຍ ກຣຸບ ຈຳກັດ ຮ່ວມລົງນາມໂດຍທ່ານ ຄຳພູນ ເຕເມລາດ ອຳນວຍການລັດວິສາຫະກິດລົດເມ ນວ ແລະ ທ່ານ ປຣະເສີດ ບັນຈົງພັກດີ ຜູ້ອຳນວຍການບໍລິສັດ ບລູກຣາດສ໌ດີຊາຍ ກຣຸບ ຈຳກັດ ມີທ່ານ ວຽງສະຫວັດ ສີພັນດອນ ຫົວໜ້າກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.
ໂຄງການດັ່ງກ່າວ ມີກຳນົດເວລາ 10 ປີ ມູນຄ່າການລົງທຶນ 1 ລ້ານໂດລາສະຫະລັດ ຫຼື ປະມານ 8 ຕື້ກີບ ຈະເລີ່ມລົງມືຈັດຕັ້ງປະຕິບັດແຕ່ມື້ລົງເຊັນສັນຍາເປັນຕົ້ນໄປ ເຊິ່ງໜ້າວຽກປະກອບມີກໍ່ສ້າງບ່ອນນັ່ງລໍຖ້າລົດເມ ແລະ ຕິດຕັ້ງເຄື່ອງສົ່ງສັນຍານໄວຟາຍ ເພື່ອກວດຈັບການສັນຈອນຂອງລົດເມ ທັງນີ້ກໍ່ເພື່ອເປັນການປັບປຸງລະບົບຂົນສົ່ງສາທາລະນະລົດເມພາຍໃນ ນວ ໃຫ້ເຂົ້າສູ່ລະບົບຕາມມາດຖານຂົນສົ່ງສາທາລະນະໃນຕົວເມືອງ ແລະ ສົ່ງເສີມໃຫ້ຄົນຫັນມາໃຊ້ລົດເມຫຼາຍຂຶ້ນ ຫຼຸດຜ່ອນການສັນຈອນແອອັດໃນຕົວເມືອງ ຊຶ່ງການກໍ່ສ້າງຈະແບ່ງຕິດຕັ້ງເປັນແຕ່ລະເຂດ ຕາມສະພາບການສັນຈອນຂອງຖະໜົນ ໃນໄລຍະທຳອິດ ຈະໄດ້ເລັ່ງໃສ່ກໍ່ສ້າງຕາມເສັ້ນທາງຖະໜົນສຸພານຸວົງ ຖະໜົນເຊດຖາທິລາດ ຖະໜົນໄກສອນ ພົມວິຫານ ແລະ ຖະໜົນລ້ານຊ້າງ ທີ່ມີການສັນຈອນແອອັດ.
ທີ່ມາ: vientianemai

No comments