ເຊບໂຣເລດລາວ ຊ່ວຍສ້າງໂຮງຮຽນປະຖົມບ້ານທ່າພ້າວ

ເພື່ອ​ເປັນ​ການ​ຕອບ​ສະໜອງ ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງການ​ສຶກ​ສາ ບ້ານ​ທ່າ​ພ້າວ ເມືອງໂຂງ ແຂວງ​ຈຳປາ​ສັກ ທີ່​ເຫັນ​ວ່າມີ​ຄວາມ​ຊຸດໂຊມເປ່​ເພ​ຫຼາຍ ໂຕະ​ຕັ່ງ​ຍັງ​ບໍ່​ພຽງພໍ ບໍລິສັດ ເຊບໂຣ​ເລດລາວ ມະ​ນິຍົມ​ຮຸນ​ໄດ​ກົນຈັກ​ໜັກ ກໍ່​ຄືກຸ່ມ​ບໍລິສັດ ​ມະ​ນິຍົມ ກຣຸບ ໄດ້​ສະໜັບສະໜູນ​ການ​ກໍ່ສ້າງ​ເປັນ​ມູນ​ຄ່າ 200 ລ້ານ​ກີບ ປັດຈຸບັນ ​ໂຮງຮຽນ​ດັ່ງກ່າວ​ສຳເລັດ​ສົມບູນ ສາມາດ​ເປີດ​ຮຽນ-ສອນ​ໄດ້​ເປັນ​ປົກກະຕິ.
ພິທີມອບ-ຮັບໂຮງຮຽນ​ປະຖົມ​ບ້ານ​ທ່າ​ພ້າວ ເມືອງ​ໂຂງ ແຂວງ​ຈຳປາ​ສັກ ມີ​ຂຶ້ນ​ໃນ​ວັນ​ທີ 17 ກັນຍາ 2016 ຜ່ານ​ມາ ໂດຍການ​ມອບ​ຂອງ​ທ່ານ ສຸກ​ສະໝອນ ສີ​ຫາ​ເທບ ປະທານ​ບໍລິສັດ ເຊບ​ໂຣ​ເລດລາວ ທັງ​ເປັນ​ປະທານ​ຄະນະ​ບໍລິຫານ​ຂອງ​ກຸ່ມ​ບໍ​ລິສັດ ມະ​ນິຍົມ ກຣຸບ ຮັບ​ໂດຍ​ທ່ານ ສົມ​ສິດ ແພງ​ເພັດ​ດາ​ວັນ ຫົວໜ້າຫ້ອງການ​ສຶກ​ສາ​ທິ​ການ ແລະ ກີລາ​ເມືອງ​ໂຂງ ເປັນ​ກຽດ​ເຂົ້າຮ່ວມ​ເປັນ​ສັກຂີ​ພິຍານ​ຂອງ​ທ່ານນາງ ຄຳ​ພູ ລິດ​ທິ​ສັກ ຮອງ​ເຈົ້າເມືອງ​ໂຂງ ພ້ອມ​ດ້ວຍ​ອຳນວຍການ ແລະ ນ້ອງ​ນັກຮຽນ​ໂຮງຮຽນ ອຳນາດ​ການ​ປົກຄອງ​ບ້ານ ເຂົ້າ​ຮ່ວມ.


ທີ່ມາ: vientianemai

No comments

Theme images by compassandcamera. Powered by Blogger.