ສ້າງວິຊາຊີບໃຫ້ປະຊາຊົນ ໄດ້ມີວຽກເຮັດງານທຳ

ອີງ​ຕາມ​ແຜນ​ພັນທະ​ນາ​ເສດຖະ​ກິດ-ສັງຄົມ​ຂອງ​ນະຄອນຫຼວງວຽງ​ຈັນ 5 ປີ ຄັ້ງ​ທີ VIII ແຕ່​ປີ 2016-2020 ໃຫ້​ປາກົດ​ຜົນ​ເປັນຈິງ ແລະ ເພື່ອ​ເປັນ​ການ​ສະກັດກັ້ນ​ປາກົດການ​ຫຍໍ້ທໍ້​ທາງ​ສັງຄົມ ໃຫ້​ຫຼຸດ​ໜ້ອຍ​ຖອຍ​ລົງ ອີງໃສ່ແຜນ​ພັດທະນາ​ຂອງ​ພະ​ແນກແຮງ​ງານ ແລະ ສະຫວັດດີ​ການ-ສັງຄົມ ແລະ ອີງໃສ່​ໂຄງການສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ພໍ່​ແມ່ປະຊາຊົນ​ຢູ່​ພາຍ​ໃນ​ນະຄອນຫຼວງວຽງ​ຈັນ.
ວັນ​ທີ 4 ຕຸລາ 2016 ພະແນກ​ແຮງ​ງານ ແລະ ສະຫວັດດີການ-ສັງຄົມ ນວ ສົມທົບ​ກັບ​ຫ້ອງການ ​ຮສສ ເມືອງ​ປາກ​ງື່ມ ແລະ ສູນ​ເຝິກອົບຮົມ​ເພາະ​ພັນ​ສັດ​ນ້ຳ ແລະ ການ​ປະມົງ ຈັດ​ເຝິກ​ອົບຮົມ​ວິຊາ​ຊີບ​ເຄື່ອນ​ທີ່​ໄລຍະ​ສັ້ນ​ ສາຂາ​ວິຊາ​ຊີບ​ການ​ລ້ຽງ​ໄກ່ ເພາະພັນ​ປາ ກົບ ໃຫ້​ແກ່​ປະຊາຊົນ 3 ບ້ານຄື: ບ້ານ​ໝາກ​ນາວ​ດົງ ໝາກ​ນາວ​ໃຕ້ ແລະ ບ້ານ​ຊຽງແລ ກຸ່ມ​ບ້ານ​ດົງ​ກະລຶມ ຈຳນວນ 27 ຄົນ ຂຶ້ນ​ທີ່​ຫ້ອງການ​ບ້ານໝາກ​ນາວ​ດົງ ມີ​ທ່ານ ຂັນ​ທີ ສີ​ວິໄລ ຮອງ​ເຈົ້າເມືອງ​ປາກ​ງື່ມ ທ່ານ ຄຳ​ແກ້ວ ມະຫາ​ໄຊ ຮອງ​ຫົວໜ້າພະ​ແນກ ​ຮສສ ນວ ບັນດາ​ຫົວໜ້າ​ຂະແໜງການ ນາຍບ້ານ ແລະ ພະນັກງານ​ວິຊາ​ການ​ເຂົ້າຮ່ວມ.

ທີ່ມາ: vientianemai

No comments

Theme images by compassandcamera. Powered by Blogger.