ລາວ-ຫວຽດນາມ ຮັດແໜ້ນການຮ່ວມມືສອງຝ່າຍ

ໃນ​ໂອກາດ​ທີ່​ທ່ານ ຈິງ ດິງ ຢຸ້ງ ຮອງ​ນາຍົກລັດຖະມົນຕີ ສສ ຫວຽດນາມ ພ້ອມ​ດ້ວຍ​ຄະນະ ໄດ້​ເດີນທາງ​ມາ​ຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່ ​ສປປ ລາວ ລະຫວ່າງ​ວັນ​ທີ 5-6 ຕຸລາ 2016 ຄະນະ​ຜູ້​ແທນ​ດັ່ງກ່າວ ກໍ່​ໄດ້​ເຂົ້າ​ຮ່ວມ​ພິທີ​ພົບ​ປະ​ສອງ​ຝ່າຍ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ສປປ ລາວ ເຊິ່ງ​ນຳ​ໂດຍ​ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາຍົກລັດຖະມົນຕີ ໃນ​ວັນ​ທີ 5 ຕຸລາ ຢູ່​ສຳນັກງານ​ນາຍົກລັດຖະມົນຕີ.
ທ່ານ ສອນ​ໄຊ ສີ​ພັນ​ດອນ ໄດ້​ກ່າວ​ວ່າ: 9 ເດືອນ​ຜ່ານ​ມາ ​ສປປ ລາວ ຍັງ​ສືບຕໍ່​ຮັກສາ​ສະຖຽນ​ລະ​ພາບ​ດ້ານ​ການເມືອງ​ຢ່າງ​ໜັກ​ແໜ້ນ ສັງຄົມ​ມີ​ຄວາມ​ສະຫງົບ ແລະ ເປັນ​ລະບຽບ​ຮຽບ​ຮ້ອຍ ເສດຖະກິດ​ມີ​ການ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ ແລະ ໝັ້ນ​ທ່ຽງ​ໃນ​ລະດັບ 6,9% ໃນ​ສົກ​ປີ 2015-2016 (ບໍ່​ບັນລຸ​ຕາມ​ແຜນການ) ຍ້ອນ​ຂະແໜງ​ກະສິກຳ ບໍລິການ ພາສີ ແລະ ການ​ນຳ​ເຂົ້າ​ຫຼຸດ​ແຜນການ ລາຍ​ຮັບ​ສະເລ່ຍ 2.027 ໂດ​ລາ​ສະຫະລັດ ຫຼື ປະມານ 16,21 ລ້ານ​ກີບ​ຕໍ່​ຄົນ​ຕໍ່​ປີ ການ​ລົງທຶນ​ພາຍ​ໃນ ແລະ ຕ່າງປະເທດ​ບັນລຸ 1.222 ໂຄງການ ມູນ​ຄ່າ 3.134 ລ້ານ​ໂດ​ລາ​ສະຫະລັດ ຫຼື ປະມານ 25.072 ຕື້​ກີບ.
ສະເພາະ​ການ​ລົງທຶນ​ຂອງ​ຫວຽດນາມ​ຢູ່​ລາວ ໄດ້​ຂະຫຍາຍຕົວ​ຕໍ່​ເນື່ອງ ໂດຍ​ມີ​ການ​ອະນຸມັດ​ລົງທຶນ​ເຖິງ 3,7 ຕື້​ໂດ​ລາ​ສະຫະລັດ ຈັດ​ຢູ່​ແຖວ​ໜ້າ​ຈາກ 53 ປະເທດ​ທີ່​ເຂົ້າ​ມາ​ລົງທຶນ​ຢູ່​ລາວ.
ເພື່ອ​ສືບຕໍ່​ຮັດ​ແໜ້ນ​ສາຍ​ພົວພັນ​ແບບ​ພິເສດ ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ​ສອງ​ປະເທດ ລາວ-ຫວຽດນາມ ໃນຕໍ່ໜ້າ ພາຍຫຼັງ​ການ​ພົບ​ປະ​ສອງ​ຝ່າຍ​ແລ້ວ ກໍ່​ໄດ້​ມີ​ການ​​ລົງ​ນາມ​ສັນຍາ​ເອກະສານ 5 ສະບັບ​ຄື: ບົດ​ບັນທຶກ​ຊ່ວຍ​ຈຳ​ລະຫວ່າງ​ລັດຖະບານ ​ສປປ ລາວ ແລະ ລັດຖະບານ ​ສສ ຫວຽດນາມ ກ່ຽວ​ກັບ​ການ​ຮ່ວມ​ມື​ພັດທະນາ​ໂຄງການ​ໄຟຟ້າ​ນ້ຳຕົກ​ຢູ່​ລາວ ແລະ ການ-ຊື້​ຂາຍ​ກະແສ​ໄຟຟ້າ ລະຫວ່າງ 2 ປະເທດ ຮອດ​ປີ 2030 ໂຄງການ​ກໍ່ສ້າງ​ສຳນັກ​ຄະນະ​ກຳມະການ​ຮ່ວມ​ມື​ລາວ-ຫວຽດນາມ ໂຄງການ​ກໍ່ສ້າງ​ສະ​ຖາ​ບັນ​ເສດຖະກິດ-ການ​ເງິນ​ດົງ​ຄ້ຳ​ຊ້າງ ໄລຍະ 3 ໂຄງການ​ສ້າງ​ສູນ​ພາສາ​ຫວຽດນາມ ຢູ່​ມະຫາວິທະຍາໄລ​ສຸ​ພານຸ​ວົງ ແລະ ມະຫາວິທະຍາໄລ​ຈຳປາ​ສັກ ແລະ ໂຄງການ​ສ້າງ​ແຜນ​ແມ່​ບົດ​ຊົນລະປະທານ​ຢູ່​ແຂວງ​ຫົວພັນ ແລະ ແຂວງ​ຊຽງ​ຂວາງ ຕື່ມ​ອີກ.


ທີ່ມາ: vientianemai

No comments

Theme images by compassandcamera. Powered by Blogger.