ຂສພຄ ສ້າງທ່າເຮືອບັກ ທີ່ໃຫຍ່ໄດ້ມາດຕະຖານ

ເຂດ​ເສດຖະກິດ​ພິເສດສາມຫຼ່ຽມ​ຄຳ (​ຂສພຄ) ສ້າງຕັ້ງ​ຂຶ້ນໃນ​ວັນ​ທີ 4 ກຸມພາ 2010 ຕັ້ງ​ຢູ່​ເມືອງ​ຕົ້ນ​ເຜິ້ງ ແຂວງ​ບໍ່​ແກ້ວ ມີ​ເນື້ອທີ່​ພັດທະນາ 3.000 ເຮັກຕາ ໄດ້​ຮັບ​ອະນຸຍາດ​ນຳ​ໃຊ້​ທີ່​ດິນ​ຈາກລັດຖະບານ ໄລຍະ 2007-2011 ຈຳນວນ 673,65 ເຮັກຕາ ເປັນໂຄງການ​ທີ່​ຍົກ​ລະດັບ​ຈາກ​ເຂດເສດຖະກິດ ແລະ ການທ່ອງທ່ຽວຄົບ​ວົງ​ຈອນ ອາ​ຊຽນ​ສາມຫຼ່ຽມຄຳ ທີ່​ລັດຖະບານ​ອະນຸມັດ​ໃນ​ປີ 2007 ໄລຍະ​ສຳ​ປະທານ 99 ປີ (2007-2097).
ຈຸດປະສົງ​ການ​ພັດທະນາ ແມ່ນ​ສ້າງ​ເຂດ​ຊົນນະບົດ​ໃຫ້​ເປັນຕົວ​ເມືອງ​ໃໝ່​ທີ່​ທັນ​ສະໄໝ ໂດຍຕິດ​ພັນ​ກັບ​ຮ່ອງຮອຍ​ປະຫວັດສາດ​ຂອງ​ເມືອງ​ຕົ້ນ​ເຜິ້ງ ໃຫ້​ມີ​ພື້ນຖານ​ທາງ​ດ້ານ​ເສດຖະກິດ​ທີ່​ເຂັ້ມແຂງ ເປັນ​ໂຄງການ​ພັດທະນາເສດຖະກິດ ທີ່​ລັດຖະບານ​ຮ່ວມກັບ​ນັກ​ລົງທຶນ​ຕ່າງປະເທດ (​ສປ ຈີນ) ພາຍ​ໃຕ້​ການ​ຊີ້​ນຳ​ໂດຍ​ກົງຈາກ​ລັດຖະບານ ແລະ ອົງການປົກຄອງ​ທ້ອງຖິ່ນ ທຸກ​ການ​ເຄື່ອນໄຫວ​ຄຸ້ມ​ຄອງ​ແມ່ນ​ປະຕິບັດ​ຕາມລະບຽບ​ກົດໝາຍ​ຂອງ ​ສປປ ລາວ.
ທ່ານ ຈັນທະ​ວີ ໂພທິ​ສານ ຮອງ​ປະທານ​ສະພາ​ບໍລິຫານ ​ຂສພຄ ໄດ້​ແຈ້ງ​ໃຫ້​ຊາບ​ວ່າ: ນັບແຕ່​ມີ​ການ​ຍົກ​ລະດັບ​ການ​ພັດ​ທະນາ 2007-2009 ການ​ລົງທຶນນັບ​ມື້​ມີ​ການ​ຂະຫຍາຍຕົວ​ຢ່າງ​ບໍ່ຢຸດ​ຢັ້ງເຖິງ 4-5 ເທົ່າ​ຕົວ ຈາກ 87 ລ້ານ ຂຶ້ນ​ເປັນ 800 ລ້ານ​ໂດລາ​ສະຫະລັດ ຫຼ້າ​ສຸດ​ແມ່ນ​ສຳເລັດ​ການ​ກໍ່ສ້າງ​ທ່າເຮືອ​ບັກ ​ທີ່ໃຫຍ່​ໄດ້​ມາດຕະຖານ​ສາກົນແຫ່ງ​ທຳ​ອິດ ໃນ ສປປ ລາວ ສາມາດ​ຮອງ​ຮັບ​ເຮືອ​ບັນທຸກ​ທີ່​ມີ​ນ້ຳໜັກ 200 ໂຕນ ໃນ​ເວລາ​ນ້ຳ​ລົງປົກກະຕິເວລາ​ນ້ຳ​ຂຶ້ນ​ເຖິງ 500 ໂຕນ ເຊິ່ງ​ຢູ່​ໄລຍະ​ຂັ້ນ​ຕອນ​ການກຽມ​ຄວາມ​ພ້ອມ ແລະ ຄາດ​ວ່າຈະ​ເປີດ​ບໍລິການ​ໃນ​ປີ 2017.



ທີ່ມາ: Vientianemai

No comments

Theme images by compassandcamera. Powered by Blogger.