ສູ້ຊົນເພີ່ມອັດຕາປົກຄຸມ ການບໍລິການສຸຂະພາບຈະເລີນພັນ

ໂຄງການ​ແຜນ​ງານ-ຄຸ້ມ​ຄອງບໍລິຫານ​ສາທາລະນະ​ສຸກ ມີ​ເປົ້າໝາຍ​ສຳຄັນ​ເພື່ອ​ເພີ່ມ​ອັດຕາການ​ປົກ​ຄຸມ ການ​ບໍລິການ​ສຳລັບ​ສຸຂະພາບ​ຈະເລີນ​ພັນ​ຂອງແມ່-ເດັກ ແລະ ໂພຊະ​ນາ​ການຢູ່ 14 ແຂວງ​ເປົ້າ​ໝາຍ ພ້ອມ​ນັ້ນຍັງ​ແນໃສ່​ເພີ່ມ​ຈຳນວນ​ແມ່ຍິງເກີດ​ລູກ​ ດ້ວຍ​ແພດ​ທີ່​ຜ່ານ​ການເຝີກ​ອົບຮົມ​ທັກ​ສະການ​ຊ່ວຍ​ເກີດ ຈຳນວນ​ແມ່ຍິງ​ຖື​ພາໃຫ້​ມາ​ກວດທ້ອງ​ກ່ອນ​ເກີດ 4 ຄັ້ງ ຫຼື ຫຼາຍກວ່າ​ຈຳນວນ​ແມ່ຍິງ​ອາຍຸ 15-45 ປີ ທີ່​ນຳ​ໃຊ້​ວິທີ​ການ​ວາງ​ແຜນລູກ​ຫ່າງ ແລະ ຈຳນວນ​ເດັກ ອາຍຸ 0-6 ເດືອນ​ກິນ​ນົມ​ແມ່​ຢ່າງດຽວ​ເປັນຕົ້ນ.

ກົມ​ແຜນການ ແລະ ການຮ່ວມ​ມື​ສາກົນ ໄດ້​ຈັດ​ກອງ​ປະຊຸມທົບ​ທວນຄືນ​ຄວາມ​ຄືບ​ໜ້າ ການຈັດ​ຕັ້ງ​ປະຕິບັດ​ກິດຈະກຳ​ຂອງໂຄງການ​ດັ່ງກ່າວ​ຂຶ້ນ ໃນ​ວັນ​ທີ 29 ກັນຍາ 2016 ຢູ່​ທີ່​ຫໍ​ປະຊຸມແຫ່ງ​ຊາດ ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ​ຮສ.​ດຣ. ບຸນກອງ ສີ​ຫາ​ວົງ ລັດຖະມົນຕີກະຊວງ​ສາທາລະນະ​ສຸກ ມີ​ບັນດາຫົວໜ້າ​ກົມ ຫ້ອງການ ຜູ້​ຕາງໜ້າ​ຈາກ​ອົງ​ການຈັດຕັ້ງ​ສາກົນ ແລະ ຂະແໜງ​ສາທາລະນະ​ສຸກ 14 ແຂວງ​ເປົ້າ​ໝາຍ​ເຂົ້າ​ຮ່ວມ.

ໂອກາດ​ນີ້ ຜູ້​ເຂົ້າ​ຮ່ວມ​ໄດ້ພ້ອມ​ກັນ​ຕີ​ລາຄາ​ຄືນ​ຄວາມ​ຄືບໜ້າ ຂໍ້ຄົງຄ້າງ ຖອດ​ຖອນ​ບົດຮຽນ ແລະ ວິທີ​ແກ້​ໄຂ​ໃນ​ການຈັດ​ຕັ້ງ​ປະຕິບັດ​ອົງ​ປະກອບ ກ່ຽວກັບ​ລະບົບ​ຂໍ້​ມູນ​ຂ່າວສານ​ສາທາ​ລະນະ​ສຸກ ການຈັດຕັ້ງ​ປະຕິບັດ​ຕົວ​ຊີ້​ວັດ​ຕິດ​ພັນ​ກັບ​ຜົນ​ສຳເລັດ (DLIs) ສຳລັບ 7 ກົມ 4 ສູນ ແລະ 14 ແຂວງ​ເປົ້າ​ໝາຍ​ໂຄງການ​ວຽກ​ງານ​ການ​ສື່ສານ ເພື່ອປ່ຽນແປງ​ພຶດຕິ​ກຳ​ດ້ານ​ໂພຊະ​ນາການ (SBCC) ວຽກ​ງານ​ການແນະນຳ​ວິທີ​ແກ້​ໄຂ​ບັນຫາ​ກ່ຽວກັບ​ການ​ນຳ​ໃຊ້​ເຄື່ອງມື ເພື່ອ​ຕິດຕາມ​ຄວາມ​ຄືບ​ໜ້າ​ຂອງ​ການ​ຈັດຕັ້ງ​ປະຕິບັດ​ຕ່າງໆ ​ໃນ​ຂັ້ນ​ແຂວງແນະນຳ​ວິທີ​ການ​ຄຸ້ມ​ຄອງ​ບໍ​ລິການ​ການ​ເງິນ​ທີ່​ໄດ້​ຮັບ ເປັນຕົ້ນແມ່ນ​ການ​ເກັບ​ເອກະສານ ຕາຕະລາງ​ເວລາ ການ​ລາຍ​ງານ ການ​ຕິດຕາມ​ການ​ຈ່າຍ​ງົບ​ປະມານ ​ທຽບໃສ່​ກິດຈະກຳ​ທີ່​ປະຕິບັດ​ໄດ້​ຕົວ​ຈິງ ແລະ ເວລາ​ທີ່​ກຳນົດ ພ້ອມ​ນີ້ ຍັງ​ໄດ້​ພ້ອມ​ກັນ​ຄົ້ນຄວ້າ ແລະ ສະເໜີ​ແຜນ​ການຈັດຕັ້ງ​ປະຕິ​ບັດ​ເພື່ອ​ນຳ​ໃຊ້​ງົບປະມານ DLI ປີ 2015-2016 ເພື່ອ​ບັນລຸ​ເປົ້າໝາຍ ປະຈຳ​ປີ 2017 ຕື່ມ​ອີກ.

ທີ່ມາ: vientianemai

No comments

Theme images by compassandcamera. Powered by Blogger.