ເຢຍລະມັນ ສະໜັບສະໜູນເງິນ ໃຫ້ຄະນະກຳມາທິການແມ່ນ້ຳຂອງສາກົນ
ໃນວັນທີ 29 ກັນຍາ 2016 ທີ່ຄະນະກຳມາທິການແມ່ນ້ຳຂອງສາກົນ (MRC) ໄດ້ຈັດພິທີເຊັນສັນຍາກ່ຽວກັບການສະໜັບສະໜູນຊ່ວຍເຫຼືອ ຈາກລັດຖະບານເຢຍລະມັນ ເຂົ້າໃນແຜນຍຸດທະສາດຂອງຄະນະກຳມາທິການແມ່ນ້ຳຂອງສາກົນ (2016-2020) ການເຊັນສັນຍາໄດ້ມີຂຶ້ນລະຫວ່າງທ່ານ ດຣ. ພາມ ຕວນ ພານ ຫົວໜ້າໃຫຍ່ຜູ້ບໍລິຫານກອງເລຂາຄະນະກຳມາທິການແມ່ນ້ຳຂອງສາກົນ ແລະ ທ່ານ ແອສທ໌ ຮູດສ໌ເຕັດ ຜູ້ຕາງໜ້າອົງການ GIZ ປະຈຳລາວ ໂດຍມີທ່ານ ເບີດທຣອນ ມີເນຍ ຫົວໜ້າແຜນງານການຮ່ວມມື ອົງການຄະນະກຳມາທິການແມ່ນ້ຳຂອງສາກົນ ແລະ GIZ ທ່ານ ມີຊາເອວ ຄຣາວ ເອກອັກຄະລັດຖະທູດເຢຍລະມັນ ປະຈຳລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ລັດຖະບານເຢຍລະມັນ ໂດຍຜ່ານກະຊວງການຮ່ວມມືດ້ານເສດຖະກິດ ແລະ ການພັດທະນາຂອງເຢຍລະມັນ ໄດ້ປະກອບສ່ວນທຶນເປັນຈຳນວນ 7 ລ້ານເອີໂຣ ຫຼື ປະມານ 63 ຕື້ກວ່າກີບ ໃຫ້ແກ່ຄະນະກຳມາທິການແມ່ນ້ຳຂອງສາກົນ ເພື່ອສະໜັບສະໜູນວຽກງານຂອງອົງການ ກ່ຽວກັບການພັດທະນາພະລັງງານນ້ຳແບບຍືນຍົງ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ ນອກຈາກນີ້ ຍັງເປັນການປັບປຸງເງື່ອນໄຂການດຳລົງຊີວິດຂອງປະຊາຊົນ 60 ລ້ານຄົນ ທີ່ດຳລົງຊີວິດໃນບໍລິເວນອ່າງແມ່ນ້ຳຂອງອີກດ້ວຍ.
ດ້ວຍການສະໜັບສະໜູນຂອງເຢຍລະມັນ ອົງການຄະນະກຳມາທິການແມ່ນ້ຳຂອງສາກົນ ອຳນວຍຄວາມສະດວກໃນການເຊື່ອມໂຍງປັດໄຈຕ່າງໆດ້ານເສດຖະກິດ ສັງຄົມ ແລະ ດ້ານສິ່ງແວດລ້ອມ ເຂົ້າໃນການວາງແຜນການການອອກແບບ ແລະ ການປະຕິບັດບັນດາໂຄງການໄຟຟ້ານ້ຳຕົກ ໃນຫົວຂໍ້ ການປ່ຽນແປງດິນຟ້າອາກາດ ແນວທາງຂອງອົງການດັ່ງກ່າວແມ່ນ ເພື່ອສົ່ງເສີມການຮັບຮອງເອົາແຜນຍຸດທະສາດລະດັບພາກພື້ນ ເພື່ອແກ້ໄຂປາກົດການຕ່າງໆແບບຂ້າມແດນ ຊຶ່ງການສະໜັບສະໜູນຂອງປະເທດເຢຍລະມັນ ເປັນການປະກອບສ່ວນໂດຍກົງ ແນໃສ່ຍຸດທະສາດໃໝ່ໄລຍະ 5 ປີ ຂອງ MRC (2016-2020) ທີ່ສຸມໃສ່ການເສີມສ້າງຄວາມເຂັ້ມແຂງ ໃນການຮ່ວມມືລະດັບພາກພື້ນ ການຕິດຕາມກວດກາ ສະພາບການໃນບໍລິເວນອ່າງນ້ຳ ການສົ່ງເສີມແຜນການແຫ່ງຊາດ ການຄຸ້ມຄອງຊັບພະຍາກອນນ້ຳໃຫ້ເຂັ້ມແຂງ ແລະ ເຮັດໃຫ້ MRC ເປັນອົງການບໍລິເວນອ່າງນ້ຳທີ່ມີປະສິດທິພາບກວ່າ.
ໃນຖານະເປັນສ່ວນໜຶ່ງຂອງຂໍ້ຕົກລົງການປະຕິບັດງານ ລະຫວ່າງ GIZ ແລະ MRC ປະເທດເຢຍລະມັນ ຈະປະກອບສ່ວນ 2,5 ລ້ານເອີໂຣ ຫຼື ປະມານ 22 ຕື້ກວ່າກີບ ໃຫ້ແກ່ກອງທຶນ MRC ລະບົບນີ້ຈະເຮັດໃຫ້ກອງເລຂາ MRC ສາມາດນຳໃຊ້ທຶນທີ່ມີຢູ່ໃນບັນດາກິດຈະການທີ່ເປັນບຸລິມະສິດ ແລະ ຄວາມຕ້ອງການແບບຮີບດ່ວນຢ່າງທັນການ ແລະ ມີປະສິດທິພາບ ເຊິ່ງເຢຍລະມັນ ໄດ້ສະໜັບສະໜູນ MRC ຕັ້ງແຕ່ປີ 2003 ເປັນຕົ້ນມາ.
ທີ່ມາ: vientianemai

No comments