ການກວດກາລັດ-ຕ້ານການສໍ້ລາດບັງຫຼວງພົບ 700 ກວ່າເປົ້າໝາຍ

ຜ່ານ​ການຈັດຕັ້ງ​ປະຕິບັດ​ຢ່າງກົງ​ໄປ​ກົງ​ມາ ແລະ ເຂັ້ມ​ງວດຂອງ​ຄະນະ​ກວດກາ​ສູນ​ກາງ​ພັກ ອັນ​ເຮັດ​ໃຫ້ 5 ປີຜ່ານມາ ສາມາດ​ກວດ​ພົບ 734 ເປົ້າ​ໝາຍ ທີ່ໄດ້​ສ້າງ​ຜົນ​ເສຍ​ຫາຍແກ່​ພັກ-ລັດ ກໍ່​ຄືຂັດຂວາງ​ການ​ພັດ​ທະນາ​ເສດຖະກິດ-ສັງຄົມ ຕາມແນວທາງ​ນະໂຍບາຍ​ປ່ຽນແປງໃໝ່ ເຊິ່ງ​ປັດຈຸບັນ ພັກ ແລະ ລັດຖະ​ບານ​ເອງ ໄດ້​ສຸມ​ໃສ່​ຢ່າງ​ຕັ້ງໜ້າ ເພື່ອ​ແກ້​ໄຂ​ບັນຫາ​ອາດຍາສິດ-ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງຢ່າງ​ຈິງ​ຈັງ ແລະ ເປັນ​ລະບົບ​ຄົບຊຸດ ແນໃສ່​ສ້າງ​ຄວາມ​ເຂັ້ມແຂງພາຍ​ໃນ​ພັກ ໂດຍ​ສະເພາະແມ່ນ ການ​ຊຸກຍູ້​ໃຫ້​ການຈັດຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມຂອງ​ລັດຖະບານ ປະສົບຜົນສຳເລັດ​ຕາມ​ແຜນການ​ວາງໄວ້.

ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ III ຂອງ​ອົງຄະ​ນະ​ພັກ ຄະນະ​ກວດກາ​ສູນ​ກາງ​ພັກ ຈັດ​ຂຶ້ນວັນ​ທີ 28 ກັນຍາ 2016 ຢູ່​ທີ່​ຄະນະ​ກວດກາສູນ​ກາງ​ພັກ ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ບຸນ​ທອງ ຈິດມະນີ ກຳມະການ​ກົມ​ການເມືອງສູນ​ກາງ​ພັກ ເລຂາທິການ​ສູນກາງ​ພັກ ຮອງ​ນາຍົກ​ລັດ​ຖະ​ມົນຕີ ປະທານ​ຄະນະ​ກວດກາ​ສູນກາງ​ພັກ ໃຫ້​ກຽດ​ເຂົ້າ​ຮ່ວມ​ກອງປະຊຸມຂອງ​ສະຫາຍ ບຸນ​ຍັງ ວໍລະ​ຈິດ ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ປະຊາ​ຊົນປະຕິວັດ​ລາວ ພ້ອມ​ດ້ວຍບັນດາ​ສະຫາຍ​ຜູ້ຕາງໜ້າ​ຈາກກະຊວງ ອົງການ​ກ່ຽວຂ້ອງ ແຂກຖືກ​ເຊີນ ແລະ ສະມາຊິກ​ພັກອ້ອມ​ຂ້າງຄະນະ​ກວດກາ​ສູນ​ກາງ​ພັກ.

ບາງຕອນບົດລາຍງານໃຫ້ຮູ້ວ່າ: ຜ່ານ​ການ​ປະຕິ​ບັດ​ງານ​ຕົວ​ຈິງ 5 ປີຜ່ານມາ ຄະນະ​ກວດກາສູນ​ກາງ​ພັກ ສາມາດ​ຕິດຕາມກວດກາ​ພັກ ໄດ້​ພົບ​ເຫັນສະ​ມາຊິກ​ພັກ​ທີ່​ມີ​ການ​ລະເມີດ​ກົດໝາຍ​ຂອງ​ພັກ ກົດໝາຍ​ລັດ ແລະ ຖືກ​ປະຕິບັດ​ລະບຽບ​ວິໄນລະດັບ​ຕ່າງໆຄື: ຄະນະ​ພັກແຂວງ ຖືກ​ກ່າວ​ເຕືອນ 1 ແຂວງ ຕິ​ເຕືອນ​ຄະນະ​ພັກ​ເມືອງ 7 ເມືອງ ຕິ​ເຕືອນ 3 ໜ່ວຍ​ພັກ ກ່າວ​ເຕືອນ 3 ໜ່ວຍ​ພັກ ຍຸບ​ການຈັດຕັ້ງ 3 ໜ່ວຍ​ພັກ ສະມາຊິກ​ພັກ​ຖືກ​ລົງໂທດ​ວິໄນ 1.806 ສະຫາຍ/ຍິງ 173 ສະຫາຍ ໃນ​ນີ້ ໃຫ້​ອອກຈາກ​ການ​ເປັນ​ສະມາຊິກ​ພັກ 1.007 ສະຫາຍ ການ​ກວດກາລັດ ແລະ ຕ້ານ​ການ​ສໍ້​ລາດ​ບັງຫຼວງ ກວດ​ພົບ 734 ເປົ້າ​ໝາຍ ສ້າງ​ຄວາມ​ເສຍ​ຫາຍ 4.145,86 ຕື້​ກີບ 70,77 ລ້ານ​ໂດ​ລາ​ສະຫະລັດ 381,68 ລ້ານ​ບາດ ແລະ 539.518 ຢວນ ໃນ​ນີ້ ສາມາດເກັບ​ກູ້​ຄືນ​ໄດ້ 790,43 ຕື້​ກີບ 10,91 ລ້ານ​ໂດ​ລາ 36,19 ລ້ານບາດ ແລະ 539.518 ຢວນ ກວດພົບ​ເຫັນ​ການ​ລັກລອບ​ຂຸດ​ຄົ້ນ​ຊື້-ຂາຍ​ໄມ້​ຜິດ​ກົດໝາຍ 303.193.297 ແມັດ​ກ້ອນ ໄດ້ຮັບ​ຄຳ​ຮ້ອງ ແລະ ຄຳ​ສະເໜີ​ໃນທົ່ວ​ປະເທດ 3.640 ສະບັບ ຄົ້ນຄວ້າ​ແກ້​ໄຂ​ໄດ້ 2.719 ສະບັບ ໂດຍ​ຂໍ້​ສະເໜີ​ທີ່​ພົ້ນ​ເດັ່ນ ແມ່ນ​ບັນຫາ​ພົວພັນ​ຂໍ້​ຂັດ​ແຍ່ງ​ດ້ານ​ທີ່​ດິນ ເຮືອນ ການ​ດຳເນີນ​ທຸລະ​ກິດ ແລະ ຄວາມ​ບໍ່​ພໍໃຈ​ຕໍ່​ກັບ​ການຕັດສິນ​ຂອງ​ສານ ເປັນຕົ້ນ ຄຽງ​ຄູ່ກັນ​ນັ້ນ ​ຄະນະ​ກວດກາ​ສູນ​ກາງພັກ ຍັງ​ໄດ້​ເອົາໃຈໃສ່​ຈັດ​ຕັ້ງ​ປະຕິ​ບັດ​ວຽກ​ງານ​ກໍ່ສ້າງ​ພັກ ການປັບປຸງ​ກົງຈັກ​ການຈັດຕັ້ງ-ກໍ່ສ້າງ ພະນັກງານວຽກ​ງານ​ກວດກາ-ປ້ອງ​ກັນ​ພາຍ​ໃນ ວຽກ​ງານ​ອົງການຈັດຕັ້ງ​ມະຫາຊົນ ວຽກ​ງານຫ້ອງການ ແລະ ວຽກ​ງານ​ພົວພັນ​ຕ່າງປະເທດ​ຕື່ມ​ອີກ.

ໂອກາດ​ນີ້ ກອງ​ປະຊຸມ​ຍັງ​ໄດ້ມີ​ການ​ປ່ອນ​ບັດ​ຄັດ​ເລືອກ​ເອົາ​ຄະນະ​ບໍລິຫານ​ພັກ​ຊຸດ​ໃໝ່ ຈຳນວນ 15 ສະຫາຍ.

ທີ່ມາ: vientianemai

No comments

Theme images by compassandcamera. Powered by Blogger.