ສະມາຄົມຜູ້ອາຍຸສູງ ສົມທົບທຶນບູລະນະພະທາດຫຼວງ

ເພື່ອ​ສົມທົບ​ທຶນ​ບູລະນະ​ພະ​ທາດຫຼວງ​ວຽງ​ຈັນ ຄັ້ງ​ທີ IV ໃນ​ວັນ​ທີ 27 ກັນຍາ 2016 ທີ່​ເດີ່ນ​ກົມ​ມະ​ລຽນ​ພະ​ທາດຫຼວງ​ວຽງ​ຈັນ ສະມາຄົມ​ຜູ້​ອາຍຸ​ສູງ ນະຄອນຫຼວງ​ວຽງ​ຈັນ (ນວ) ໄດ້​ນຳ​ເງິນ​ມາ​ມອບ​ຈຳນວນ 3 ລ້ານ​ກີບ ພ້ອມ​ນັ້ນຍັງ​ມີ​ນາງ ​ສຸວັນ​ທອງ ໄຊຊະນະ​ວົງ​ເພັດ ພ້ອມຄອບຄົວ ທ່ານ ເຄັນ ຟູ​ຈິ​ຕະ ຜູ້​ລະ 2 ລ້ານ​ກີບ ທ່ານ ​ດຣ. ພູ​ເງິນ+ນາງ ໃຈ​ທິບ ດວງ​ສິດທິ ທ່ານ ຈະເລີນ ສຸ​ວົງ+ນາງ ກົງ​ໃຈ ພົມມະ​ຈັນ ຜູ້​ລະ 1 ລ້ານ​ກີບ ທ່ານນາງ ສຸດ​ໃຈ ຈົງໃຈ​ຫານ+ນາງ ໄຊຊະນະ ໂພ​ທອງ​ໄຊ ຈຳນວນ 1 ແສນ​ກີບ ຫ້ອງການ​ຄະນະ​ກຳ​ມະການ​ກວດກາ ແລະ ຄວບ​ຄຸມ​ຢາເສບ​ຕິດ ນວ ຈຳນວນ 5 ແສນກີບ ແລະ ທ່ານ ສີ​ສຸພັນ ສຸ​ຂະເສີມ ພ້ອມ​ຄອບຄົວ​ຈຳນວນ 1 ພັນ​ບາດ ລວມ​ທັງ​ໝົດ 8.600.000 ກີບ 1 ພັນ​ບາດ ຕາງໜ້າ​ຮັບ​ຂອງ​ທ່ານ ຄຳ​ປະດິດ ເຂັມ​ມານິດ ຫົວໜ້າ​ພະ​ແນກ​ຖະແຫຼງ​ຂ່າວ ວັດທະນະທຳ ແລະ ທ່ອງ​ທ່ຽວ ນວ ພ້ອມ​ດ້ວຍ​ພະ​ເຖລາ​ນຸ​ເຖລະ ພາກສ່ວນ​ກ່ຽວຂ້ອງ ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ.

ປັດຈຸບັນ ໄດ້​ມີ​ຜູ້​ມາ​ສົມທົບທຶນ​ຈຳນວນ​ທັງ​ໝົດ ຄຳ 10 ກິ​ໂລ 70 ບາດ ເງິນ​ຈຳນວນ 142.790.000 ກີບ 2.041.740 ບາດ 345 ໂດ​ລາ​ສະຫະລັດ ແລະ 500 ຢວນ ແຕ່​ກໍ່​ຍັງ​ບໍ່​ພຽງພໍ​ກັບ​ຄວາມ​ຕ້ອງການ ເຊິ່ງ​ມູນຄ່າ​ຂອງ​ການ​ບູລະນະ​ຄັ້ງ​ນີ້​ ຕ້ອງໃຊ້​ງົບປະມານ 10 ຕື້​ກວ່າ​ກີບ ໃນນັ້ນມີ 8 ກິດຈະການ​ໃຫຍ່ຄື: ໂອບ​ຄຳ​ອ້ອມ​ຈອມ​ພະທາດ ໂບກ​ຮອຍ​ແຕກ​ແຫງ​ຫໍ​ໄຫວ້​ທັງ 4 ເບື້ອງ ບູລະນະ​ຫຼັງຄາ​ກົມ​ມະລຽນ​ຄືນໃໝ່ ສ້ອມແປງ​ຊຸ້ມ​ປະຕູ ປັບປຸງ​ຮ່ອງນ້ຳ​ອ້ອມ​ຂ້າງ ປັບປຸງລະບົບ​ໄຟ ທາສີ​ຄຳ​ອົງ​ພະທາດໃຫຍ່ ພະທາດ​ທຳ​ມະ​ຫາຍ​ໂສກ ຫໍ​ກວນ ແລະ ປັບປຸງ​ພື້ນ​ພະນັກລະບຽງ.

ທີ່ມາ: vientianemai

No comments

Theme images by compassandcamera. Powered by Blogger.