ເຫດຜົນການເກັບເງິນຄ່າຜ່ານທາງເລກທີ 16 ແຂວງຈຳປາສັກ

ຫຼາຍ​ທ່ານ​ທີ່​ຊົມໃຊ້​ເສັ້ນທາງ​ເລກ​ທີ 16 (ແຕ່​ສົ້ນ​ຂົວ​ຂ້າມ​ນ້ຳຂອງ​ປາກ​ເຊ ແຂວງ​ຈຳປາ​ສັກ ໄປ​ຫາຊາຍ​ແດນ​ດ່ານ​ວັງ​ເຕົາ-ຊ່ອງ​ເມັກ) ແລະ ເສັ້ນທາງ 14 ກ (ແຕ່​ເສັ້ນທາງ​ເລກ​ທີ 16 ໄປ​ຫາ​ສະຖານທີ່​ທ່ອງ​ທ່ຽວ​ວັດ​ພູ​ຈຳປາສັກ) ໄດ້​ມີ​ຈຸດ​ເກັບ​ເງິນ​ຄ່າ​ຜ່ານ​ທາງ​ ທັງໆ​ທີ່​ການ​ເກັບ​ເງິນ​ຄ່າ​ທາງ ​ລັດຖະບານໄດ້​ຍົກເລີກ​ມາຫຼາຍ​ປີ​ແລ້ວ ຕໍ່​ກັບ​ບັນຫາ​ດັ່ງກ່າວນີ້ ໄດ້​ສ້າງ​ຄວາມ​ສົນໃຈ​ບໍ່​ຫຼາຍກໍ່​ໜ້ອຍ​ໃຫ້​ນັກ​ຂັບ​ຂີ່ ແຕ່​ຄວາມຈິງ​ແລ້ວ ​ການ​ເກັບ​ເງິນ​ຄ່າ​ຜ່ານທາງ​ສອງ​ເສັ້ນທາງ​ດັ່ງກ່າວ ​ແມ່ນຍ້ອນ​ລັດ​ເຮົາ​ໃຫ້​ບໍລິສັດ​ເອກະ​ຊົນພາຍ​ໃນ​ສຳ​ປະທານ ​ໃນ​ຮູບ​ແບບໃຫ້​ບໍລິສັດ​ລົງທຶນ​ປັບປຸງ​ສ້ອມແປງ ແລະ ກໍ່ສ້າງ​ເສັ້ນທາງ​ດັ່ງກ່າວ ເພື່ອ​ເຮັດ​ໃຫ້​ເສັ້ນທາງ​ສາມາດ​ໄປ​ມາ​ມີ​ຄວາມ​ສະດວກຫຼາຍ​ຂຶ້ນ​ກວ່າ​ເກົ່າ ໃນ​ເມື່ອ​ບໍ​ລິສັດ​ລົງທຶນ​ໄປ​ແລ້ວ ​ກໍ່​ຕ້ອງການເກັບ​ທຶນ​ຄືນ ​ດ້ວຍ​ຮູບ​ແບບ​ເກັບເງິນ​ນຳ​ພາຫະນະ​ລົດ​ໃຫຍ່ ​ທີ່​ໃຊ້ເສັ້ນທາງ​ດັ່ງກ່າວ​ທັງ​ຂາ​ໄປ ແລະ ຂາ​ກັບເປັນ​ໄລຍະ​ເວລາ 45 ປີ ແຕ່​ມີ​ນະໂຍບາຍ​ຕໍ່​ປະຊາຊົນ ແລະ ພະນັກງານ​ລັດ​ເຂດ​ໃກ້ຄຽງ.

ອີງ​ຕາມ​ຂໍ້​ມູນ​ທີ່​ທ່ານ ອຸດອນ ແກ້ວ​ດວງ​ດີ ຜູ້ອຳນວຍການ​ບໍ​ລິສັດ ດວງ​ດີ​ກໍ່ສ້າງ-ຂົວ​ທາງ ຈຳກັດ ສຳພາດ​ລົງ​ໜັງສືພິມ​ຈຳປາໃໝ່​ ເມື່ອ​ທ້າຍ​ເດືອນ​ສິງຫາ 2016 ຮູ້​ວ່າ: ກ່ຽວ​ກັບ​ການ​ເກັບ​ເງິນຜ່ານ​ທາງ​ ແມ່ນ​ປະຕິບັດ​ຕາມການ​ຕົກລົງ​ຂອງ​ລັດຖະບານ ພາຍຫຼັງ​ທີ່​ໄດ້​ຮັບ​ອະນຸຍາດ​ສຳປະທານກໍ່ສ້າງ​ຂະຫຍາຍ​ເສັ້ນທາງ​ເລກ​ທີ 16 ກຳນົດ 45 ປີ (ລວມ​ທັງ​ປີ​ລົງມື​ກໍ່ສ້າງ) ບໍລິສັດໄດ້​ດຳເນີນ​ກໍ່ສ້າງ ແລະ ຂະຫຍາຍ​ເສັ້ນທາງ​ດັ່ງກ່າວ ມາ​ແຕ່ທ້າຍ​ປີ 2011 ການ​ກໍ່ສ້າງ​ນັ້ນ ໃນ​ແລວ​ທາງ​ເກົ່າໄດ້​ມີ​ການ​ເລີກຮື້​ຖິ້ມ ແລະ ປູຢາງ​ໃໝ່ ປັດຈຸບັນ ເສັ້ນທາງ​ສາຍ​ນີ້ ບ່ອນ​ກວ້າງ​ສຸດ 18 ແມັດ ແລະ ແຄບ​ສຸດ 16 ແມັດ ພ້ອມ​ນີ້​ຍັງ​ໄດ້ສ້າງ​ຂົວເພີ່ມ​ຕື່ມ​ອີກ 4 ແຫ່ງ ຍາວ 250 ແມັດ ເບື້ອງ​ຕົ້ນ​ຄາດ​ຄະເນ​ວ່າຈະ​ລົງທຶນ​ປະມານ 30 ລ້ານ​ໂດລາ​ສະຫະລັດ ຫຼື ປະມານ 240 ຕື້​ກີບ ແຕ່​ເຮັດ​ຕົວ​ຈິງ​ມູນ​ຄ່າ​ຫຼາຍກວ່າ​ນັ້ນ​ຍ້ອນ​ວ່າ​ມີ​ວຽກ​ເພີ່ມ.

ຕະຫຼອດ​ໄລຍະ​ສຳ​ປະທານ ບໍລິສັດ​ຍັງ​ມີ​ຄວາມ​ຮັບຜິດຊອບໃນ​ການ​ປົກ​ປັກ​ຮັກສາ ແລະ ຄ່າສ້ອມແປງ ເພື່ອ​ໃຫ້​ເສັ້ນທາງ​ສວຍ​ງາມ​ໄປ​ຕະຫຼອດ ​ໂດຍ​ທີ່ລັດ​ບໍ່​ມີ​ສ່ວນ​ກ່ຽວຂ້ອງ​ໃນ​ການ​ໃຊ້​ຈ່າຍ ຕໍ່​ກັບ​ນະໂຍບາຍ​ຕໍ່​ປະຊາຊົນ ພະນັກງານ ທະຫານ ຕຳຫຼວດ​ທີ່ຢູ່​ໃກ້​ຄຽງ ແລະ ນຳ​ໃຊ້ເສັ້ນທາງ​ດັ່ງກ່າວ​ເປັນ​ປະຈຳ​ນັ້ນ ບໍລິສັດ​ມີ​ນະໂຍບາຍ​ພິເສດ​ຕ່າງຫາກ ພ້ອມ​ນີ້ ຍັງ​ມີ​ນະໂຍບາຍຕໍ່​ການ​ນຳ​ພັກ-ລັດ ລົດ​ໂຮງໝໍ ລົດ​ສົ່ງ​ນັກຮຽນ ລົດ​ທະຫານ​ທີ່​ມີປ້າຍ​ທະຫານ ແລະ ລົດ​ຕຳຫຼວດທີ່​ມີ​ປ້າຍ​ຕຳຫຼວດ ສ່ວນ​ພະນັກງານ​ລັດ​ເມືອງ​ໂພນ​ທອງ ​ທີ່​ທຽວເສັ້ນທາງ​ດັ່ງກ່າວ​ໄປ​ເຮັດ​ວຽກ​ຢູ່ເມືອງ​ປາກ​ເຊ ​ກໍ່​ມີ​ນະໂຍບາຍເສຍ​ລາຍ​ເດືອນ ພະນັກງານ​ທຽວໄປ​ປະຈຳ ເຊັ່ນ: ຢູ່​ຕໍ່​ເຂດ ແລະ ພະນັກງານ​ເມືອງ​ໂພນ​ທອງ ຈຳປາ​ສັກ ແລະ ເມືອງ​ປາກ​ເຊ ກໍ່ມີ​ນະໂຍບາຍ​ເຊັ່ນ​ດຽວ​ກັນ.

ທີ່ມາ: vientianemai

No comments

Theme images by compassandcamera. Powered by Blogger.