ສຳເລັດສ້າງບຸກຄະລາກອນຮັບໃຊ້ສັງຄົມ
ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ໄດ້ຈັດພິທີສະຫຼຸບຊຸດຮຽນ (2012-2016) ແລະ ເປີດສົກຮຽນ (2016-2017) ແລະ ພິທີມອບ-ຮັບໃບປະກາສະນີຍະບັດສົກຮຽນ 2015-2016 ໄດ້ຈັດຂຶ້ນໃນວັນທີ 28 ກັນຍາ 2016 ທີ່ມະຫາວິທະຍາໄລແຫ່ງຊາດ ເປັນກຽດມອບໃບປະກາສະນີຍະບັດຂອງທ່ານ ຮສ.ປອ. ອຸດົມ ພອນຄຳເພັງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍບັນດາອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ທ່ານ ຮສ. ນາງ ແສງຈັນ ຈັນທະເສນ ຮອງຄະນະບໍດີ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ ໄດ້ກ່າວວ່າ: ສຳລັບນັກສຶກສາທີ່ຈົບການສຶກສາໃນສົກຮຽນ 2015-2016 ປະກອບມີນັກສຶກສາລະດັບປະລິນຍາຕີ ຈົບການສຶກສາທັງໝົດ 767 ຄົນ ເປັນຍິງ 472 ຄົນ ມີນັກສຶກສາລະບົບຕໍ່ເນື່ອງ ຈຳນວນ 61 ຄົນ ໃນນັ້ນ ໄດ້ຮັບໃບປະກາສະນີຍະບັດແດງ (ກຽດນິຍົມ) ທັງໝົດ 18 ຄົນ ຮັບໃບຍ້ອງຍໍລະດັບຄະນະບໍດີ 162 ຄົນ ສຳລັບລະດັບປະລິນຍາໂທ ມີນັກສຶກສາສຳເລັດການສຶກສາທັງໝົດ 173 ຄົນ ເປັນຍິງ 80 ຄົນ ໃນນັ້ນ ໄດ້ຮັບໃບຍ້ອງຍໍລະດັບອະທິການບໍດີ 1 ຄົນ ແລະ ຮັບໃບຍ້ອງຍໍລະດັບຄະນະບໍດີ 32 ຄົນ.
ທີ່ມາ: vientianemai

No comments