ປິດລ້ອມຈັບເປົ້າໝາຍຄ້າຢາບ້າຄາຫ້ອງເຊົ່າ

ເມື່ອ​ທ້າຍ​ເດືອນ​ສິງຫາທີ່ຜ່ານ​ມາ ໜ່ວຍ​ງານ​ສະກັດ​ກັ້ນ ແລະ ຕ້ານ​ຢາ​ເສບ​ຕິດ ກອງ​ບັນຊາ​ການ ​ປກສ ເມືອງ​ສີ​ສັດຕະນາກ ໄດ້​ນຳ​ກຳລັງ​ເຈົ້າ​ໜ້າທີ່​ວິຊາ​ສະເພາະ ​ເຂົ້າ​ປິດ​ລ້ອມ​ກວດຄົ້ນ​ຫ້ອງ​ເຊົ່າ​ແຫ່ງ​ໜຶ່ງ ​ທີ່​ເປັນເປົ້າ​ໝາຍ​ຈຸດ​ມົ້ວ​ສຸມ​ຢາ​ເສບ​ຕິດ ຢູ່ບ້ານ​ທົ່ງ​ກາງ ເມືອງ​ສີ​ສັດຕະນາກ ພົບ​ເຫັນ​ທ້າວ ບຸນ​ອຸ້ມ ອາຍຸ 28 ປີ ຢູ່​ບ້ານ​ຫົວ​ຫ້າ ເມືອງຫາດ​ຊາຍ​ຟອງ ນະຄອນຫຼວງວຽງ​ຈັນ ເມື່ອ​ກວດ​ຄົ້ນ​ຕົວ​ຜູ້ກ່ຽວໄດ້​ພົບ​ເຫັນ​ຢາ​ບ້າ ຈຳນວນ 170 ເມັດ ຈຶ່ງ​ຖືກ​ກັກ​ຕົວ.

ເຈົ້າ​ໜ້າທີ່ ​ປກສ ເມືອງ​ສີສັດຕະ​ນາກ ໃຫ້​ຮູ້​ວ່າ: ໃນ​ວັນ​ທີ 20 ສິງຫາ 2016 ໄດ້​ຮັບ​ລາຍງານ​ວ່າ ມີ​ຄົນ​ບໍ່​ດີ​ມາ​ເຄື່ອນ​ໄຫວຄ້າຂາຍຢາ​ເສບ​ຕິດ​ຢູ່​ຫ້ອງ​ເຊົ່າ ເຂດ​ບ້ານ​ທົ່ງ​ກາງ ຈຶ່ງ​ໄດ້​ນຳ​ກຳລັງ​ວິຊາ​ສະເພາະ​ລົງ​ຕິດຕາມ ​ສືບຫາ​ເປົ້າ​ໝາຍ​ເຫັນ​ວ່າ​ມີ​ຄວາມ​ຈິງ ຈາກ​ນັ້ນ ຈຶ່ງ​ໄດ້​ຈັດ​ວາງ​ກຳລັງປິດ​ລ້ອມ​ທາງ​ເຂົ້າ-ອອກຫ້ອງແຖວ ແລ້ວ​ເຂົ້າ​ກັກ​ຕົວ​ເປົ້າ​ໝາຍຄ້າ​ຢາ​ບ້າ​ໄດ້ 1 ຄົນ ມີ​ຢາ​ບ້າ 170 ເມັດ ຈາກ​ການ​ສອບ​ສວນ ຜູ້ກ່ຽວ​ຮັບ​ສາລະພາບ​ວ່າ: ໃນ​ວັນ​ທີ 19 ສິງຫາ 2016 ໄດ້​ໄປ​ຊື້​ຢາ​ບ້າ ຈຳນວນ 200 ເມັດ ນຳ​ທ້າວ ໂນ້ ອາຍຸ​ປະມານ 23 ປີ ຢູ່​ບ້ານ​ຫາດກັນຊາ ເມືອງ​ຫາດ​ຊາຍ​ຟອງ ແຕ່ທ້າວ ໂນ້ ໄດ້​ນັດ​ໃຫ້​ໄປ​ເອົາ​ຢາ​ບ້າ ໃນ​ມື້ຕໍ່ມາ ໃນ​ວັນ​ທີ 20 ສິງຫາ 2016 ຜູ້ກ່ຽວ​ຈຶ່ງ​ອອກ​ໄປ​ເອົາ​ຢາບ້າ​ນຳ​ທ້າວ ໂນ້ ຢູ່​ແຄມ​ທາງຕາມ​ຈຸດ​ນັດ​ໝາຍໄດ້​ຢາ​ບ້າ 180 ເມັດ ຈາກ​ນັ້ນ ຜູ້ກ່ຽວ​ກໍ່​ເອົາ​ມາເສບ​ເອງ​ຈຳນວນ 10 ເມັດ ຍັງເຫຼືອ 170 ເມັດ ຈຶ່ງ​ໄດ້​ເກັບ​ຮັກສາ​ໄວ້​ຂາຍ ມາ​ຮອດ​ວັນ​ທີ 21 ສິງຫາ 2016 ໄດ້​ໄປ​ຫຼິ້ນ​ຢູ່​ຫ້ອງແຖວ​ແຫ່ງ​ໜຶ່ງ​ເຂດ​ບ້ານ​ທົ່ງ​ກາງ ຈຶ່ງ​ຖືກ​ເຈົ້າ​ໜ້າທີ່ ​ປກສ ເຂົ້າ​ມາກວດ​ຄົ້ນ​ພົບ​ເຫັນ​ຢາ​ບ້າ​ຈຳນວນດັ່ງກ່າວ.

ທ້າວ ບຸນ​ອຸ້ມ ຍັງ​ຮັບ​ສາລະພາບ​ຕື່ມ​ວ່າ: ຜູ້ກ່ຽວ​ໄດ້​ເລີ່ມເຄື່ອນ​ໄຫວ​ເສບ​ຢາ​ບ້າ ມາ​ແຕ່​ປີ 2005 ໂດຍ​ຊື້​ນຳ​ໄວ​ລຸ້ນ​ທີ່​ມາ​ຜັດປ່ຽນ​ກັນ​ຂາຍ​ຢູ່​ຕາມ​ຮ້ານ​ເກມ ເຂດ​ບ້ານ​ໂພ​ສີ ເມືອງ​ຫາດ​ຊາຍຟອງ ຜ່ານ​ມາ​ເຄີຍ​ຊື້​ຄັ້ງ​ລະ 5-6 ເມັດ ແຕ່​ບໍ່​ໄດ້​ເສບ​ທຸກ​ມື້ ເນື່ອງຈາ​ກວ່າມີ​ຄອບຄົວ ແລະ ລູກນ້ອຍ 2 ຄົນ ຫຼັງ​ຈາກ​ນັ້ນ ກໍ່​ເລີ່ມຊື້​ຢາ​ບ້າ​ມາ​ຂາຍ ​ຈຶ່ງ​ຖືກ​ເຈົ້າ​ໜ້າທີ່​ກັກ​ຕົວ​ມາ​ດຳເນີນ​ຄະດີ​ຕາມ​ກົດໝາຍ.

ທີ່ມາ: vientianemai

No comments

Theme images by compassandcamera. Powered by Blogger.