ຖວທ ມອບໃບຢັ້ງຢືນໃຫ້ພະນັກງານນຳທ່ຽວມໍລະດົກທາງດ້ານວັດທະນະທຳ
ເພື່ອເປັນການຢັ້ງຢືນເຖິງ ໝາກຜົນການຝຶກອົບຮົມຂອງພະນັກງານນໍາທ່ຽວ ມໍລະດົກທາງດ້ານວັດທະນະທໍາທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 19-24 ກັນຍາ 2016 ນີ້ທີ່ຮ້ານອາຫານມີໄຊຜົນ
ໂດຍໄດ້ຮັບການສະໜັບສະໜຸນຈາກທະນາຄານພັດທະນາອາຊີ (ADB), ດັ່ງນັ້ນທາງພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ແຂວງຫຼວງພະບາງຈິ່ງໄດ້ຈັດພິທີມອບຮັບໃບຢັ້ງຢືນໃຫ້ແກ່ພະນັກງານນໍາທ່ຽວຈໍານວນ 35 ທ່ານ ໂດຍໃຫ້ກຽດມອບແມ່ນ ທ່ານ ສຸລິທິບ ໜໍ່ຄຸນຜົນ ຫົວໜ້າພະແນກ ຖວທ ແຂວງຫຼວງພະບາງ, ເຂົ້າຮ່ວມມີທ່ານ ປາລິຍາເອກ ນາງ ສຸດາພອນ ຄົມທະວົງ ຮອງຫົວໜ້າພະແນກ ຖວທ ແຂວງທັງເປັນຫົວໜ້າໂຄງການພັດທະນາພື້ນຖານໂຄງລ່າງການທ່ອງທ່ຽວ, ມີຮອງຫົວໜ້າຫ້ອງການມໍລະດົກ, ແຂກຖືກເຊີນ ແລະພະນັກງານນຳທ່ຽວ ເຂົ້າຮ່ວມ.
ຊຸດອົບຮົມຄັ້ງນີ້ພະນັກງານນຳທ່ຽວແມ່ນໄດ້ຮຽນຮູ້ເຕັກນິກການນຳທ່ຽວໃນເຂດມໍລະດົກ, ການຄຸ້ມຄອງ ແລະບໍລິການເຂດມໍລະດົກ, ສິ່ງທີ່ນັກທ່ອງທ່ຽວຄວນເຮັດ ແລະບໍໍ່ຄວນເຮັດ, ການທ່ອງທ່ຽວໃນເຂດຊຸມຊົນທ້ອງຖິ່ນ, ການເປັນມໍລະດົກໂລກ, ສາເຫດຂອງການເຂົ້າຮ່ວມເປັນມໍລະດົກໂລກ, ພາບລວມກ່ຽວກັບມໍລະດົກ, ພະນັກງານນຳທ່ຽວທີ່ຊ່ຽວຊານສະເພາະມໍລະດົກ, ຄວາມ ເຂົ້າໃຈກ່ຽວກັບສະຖານທີ່ມໍລະດົກໂລກ (ອຸຍເນສໂກ), ການປົກປັກຮັກສາ ແລະຄຸ້ມຄອງສະຖານທີ່ມໍລະດົກໂລກ, ການອະທິບາຍສະຖານທີ່ທ່ອງທ່ຽວເຂດມໍລະດົກໂລກ ແລະອິດທິພົນທາງພຶດຕິກຳ ແລະຄວາມຮູ້ປະສົບການຂອງນັກທ່ອງທ່ຽວທີ່ມາຢ້ຽມຢາມ ແລະອື່ນໆພາຍຫຼັງຮຽນທິດສະດີແລ້ວພະນັກງານນຳ ທ່ຽວແຕ່ລະຄົນຍັງໄດ້ລົງປະຕິບົດ ຕົວຈິງຢູ່ສະຖານທີ່ທ່ອງທ່ຽວເມືອງຈອມເພັດ, ວັດຊຽງທອງ ແລະບ້ານຫັດຖະກຳບ້ານຊ່າງຄ້ອງ ທັງນີ້ ກໍ່ເພື່ອເປັນການຍົກລະດັບໃຫ້ພະນັກງານຂະແໜງການທ່ອງທ່ຽວມີຄວາມຮູ້ຄວາມສາມາດເພື່ອແຂ່ງຂັນໃນເວທີສາກົນໂດຍສະເພາະໃນເວທີອາຊຽນເວົ້າລວມເວົ້າສະເພາະແມ່ນພະນັກງານໃນຂະແໜງການບໍໍລິການນຳທ່ຽວ ຊຶ່ງເປັນຂະແໜງການໜຶ່ງທີ່ສຳຄັນ ແລະຈຳເປັນທີ່ສຸດໃນການບໍລິການນຳພານັກທ່ອງທ່ຽວທີ່ທ່ຽວຊົມສະຖານທີ່ຕ່າງໆຕາມຈຸດປະສົງ ແລະຄວາມຕ້ອງການຂອງເຂົາເຈົ້າຢ່າງມີຊີວິດຊີວາ ແລະເຮັດໃຫ້ເຂົາເຈົ້າຢາກມາທ່ຽວຊົມເມືອງມໍລະດົກໂລກຫຼວງພະບາງຕື່ມອີກ.
ຕອນທ້າຍພິທີທ່ານຫົວໜ້າພະແນກ ຖວທ ຍັງໄດ້ໂອ້ລົມຕໍ່ພະນັກງານນໍາທ່ຽວ ໂດຍທ່ານໄດ້ເນັ້ນໜັກ ຄວາມສໍາຄັນຫຼາຍດ້ານເປັນຕົ້ນແມ່ນຄວາມສໍາຄັນຂອງພະນັກງານນໍາທ່ຽວເພາະພະນັກງານນໍາທ່ຽວມີຄວາມສໍາຄັນ ແລະມີບົດບາດສູງ, ພະນັກງານນໍາທ່ຽວປຽບເໜືອນທູດ ຂອງຊາດ, ເປັນຕົວແທນຂອງປະຊາຊົນ ແລະເປັນບຸກຄົນສໍາຄັນຂອງບໍລິສັດທ່ອງທ່ຽວເນື່ອງຈາກວ່າ ແມ່ນຜູ້ຕ້ອນຮັບ ແລະອະທິບາຍຂໍ້ມູນຕ່າງໆໃຫ້ແກ່ນັກທ່ອງທ່ຽວຮັບຮູ້ ແລະເຂົ້າໃຈດ້ວຍເຫດນັ້ນຜູ້ນໍາທ່ຽວຕ້ອງເປັນຜູ້ໜັກແໜ້ນທາງດ້ານການເມືອງ, ເຂົ້າໃຈແນວທາງນະໂຍບາຍຂອງພັກ ແລະລະບຽບກົດໝາຍຂອງລັດ, ຕ້ອງເປັນຜູ້ທີ່ມີຄຸນ ສົມບັດກິລິຍາມາລະຍາດດີ, ມີຄວາມຮູ້ດ້ານພາສາຕ່າງປະເທດ, ທາງດ້ານປະຫວັດສາດ, ພູມສາດ ແລະວັດທະນະທໍາລວມເຖິງຄວາມຮູ້ ຮອບຕົວອື່ນໆຕື່ມອີກ.
ທີ່ມາ: sedthakid

No comments