ສປ ຈີນ ສະຫຼອງວັນຊາດ ຄົບຮອບ 67 ປີ
ພິທີສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນຈີນ ຄົບຮອບ 67 ປີ ໄດ້ຈັດຂຶ້ນວັນທີ 28 ກັນຍາ 2016 ທີ່ໂຮງແຮມດອນຈັນພາເລດ ໃຫ້ກຽດເຂົ້າຮ່ວມຂອງທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາລັດຖະມົນຕີ ທູຕານຸທູດ ອົງການຈັດຕັ້ງພັກ-ລັດ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.
ໃນພິທີ ທ່ານ ກວນ ຫົວ ປິງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳລາວ ໄດ້ຂຶ້ນກ່າວຄຳປາໄສ ເຊິ່ງທ່ານກ່າວວ່າ: ພາຍໃຕ້ການຊີ້ນຳນຳພາອັນໜັກແໜ້ນຂອງພັກກອມມູນິດຈີນ ຕະຫຼອດໄລຍະ 67 ປີຜ່ານມາ ໂດຍສະເພາະ ການປະຕິບັດນະໂຍບາຍປະຕິຮູບ ແລະ ເປີດປະຕູສູ່ພາຍນອກ ປະເທດຈີນໄດ້ປະສົບຜົນສຳເລັດຢ່າງຍິ່ງໃຫຍ່ ທີ່ປະຈັບຕາໃນທົ່ວໂລກ ເປັນຕົ້ນ ເສດຖະກິດໄດ້ຮັບການຂະຫຍາຍຕົວຢ່າງວ່ອງໄວ ກຳລັງສັງລວມແຫ່ງຊາດ ໄດ້ເພີ່ມທະວີຢ່າງບໍ່ຢຸດຢັ້ງ ເຮັດໃຫ້ປະເທດຈີນ ກາຍເປັນໂຄງປະກອບເສດຖະກິດໃຫຍ່ອັນດັບສອງ ແລະ ການຄ້າຂາຍສິນຄ້າໃຫຍ່ກວ່າໝູ່ໃນໂລກ ພ້ອມນັ້ນຄຸນະພາບລະດັບຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການຍົກສູງຂຶ້ນ ແລະ 2016 ເປັນປີລິເລີ່ມຂອງແຜນການ 5 ປີ ພັດທະນາເສດຖະກິດ-ສັງຄົມແຫ່ງປະເທດຈີນ ຄັ້ງທີ 13 ລັດຖະບານຈີນ ຈະເດັດດ່ຽວປະຕິບັດຕາມແນວຄວາມຄິດພັດທະນາອັນໃໝ່ ປະສານກົມກຽວ ສີຂຽວຍືນຍົງ ເປີດກວ້າງສູ່ພາຍນອກ ແບ່ງປັນຄວາມຊົມໃຊ້ເຊິ່ງກັນ ແລະ ກັນ ສືບຕໍ່ເລັ່ງຂະບວນການຍົກລະດັບ ແລະ ປັບປຸງໂຄງສ້າງຂອງຂະແໜງການຕ່າງໆ ເຊິ່ງໃນ 6 ເດືອນຕົ້ນປີ ເສດຖະກິດໄດ້ຮັກສາຢ່າງໝັ້ນທ່ຽງ GDP ເພີ່ມຂຶ້ນ 6,7% ລາຍຮັບທີ່ສາມາດຊົມໃຊ້ຂອງປະຊາກອນສະເລ່ຍຕໍ່ຫົວຄົນເພີ່ມຂຶ້ນ 6,5%.
ສຳລັບການສ້າງສາຍພົວພັນການທູດ ຈີນ-ລາວ ມາຮອດປີນີ້ພໍດີ ຄົບຮອບ 55 ປີຜ່ານມາ ດ້ວຍຄວາມເອົາໃຈໃສ່ຂອງການນຳຂອງສອງປະເທດ ມິດຕະພາບ ລາວ-ຈີນ ໄດ້ແຕກດອກອອກຜົນຍິ່ງໆຂຶ້ນ ທັງສອງປະເທດມີຄວາມໄວ້ເນື້ອເຊື່ອໃຈສູງທາງດ້ານການເມືອງ ມີການຮ່ວມມືຢ່າງຮອບດ້ານ ດ້ານເສດຖະກິດ ແລກປ່ຽນບົດຮຽນກັນຢ່າງກວ້າງຂວາງ ດ້ານວັດທະນະທຳ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ພ້ອມນັ້ນ ຍັງປະກອບສ່ວນເຂົ້າໃນການປົກປັກຮັກສາຄວາມສັນຕິພາບ ຄວາມໝັ້ນຄົງຂອງພາກພື້ນ ແລະ ສາກົນ ປັດຈຸບັນ ເສັ້ນທາງລົດໄຟຈີນ ແລະ ລາວ ໃກ້ຈະລົງມືກໍ່ສ້າງເສັ້ນທາງດາວທຽມລາວແຊັດ 1 ທີ່ຮ່ວມທຶນໂດຍຈີນ ແລະ ລາວ ໃນການດຳເນີນທຸລະກິດຢ່າງຮອບດ້ານ ແລະ ໂຄງການຮ່ວມມືຈຳນວນຫຼວງຫຼາຍ ໄດ້ມີຄວາມຄືບໜ້າໃໝ່.
ທີ່ມາ: vientianemai

No comments