ເຊີນເຂົ້າຮ່ວມພິທີຫຼອມຄຳໂອບຍອດພະທາດຫຼວງ
ເພື່ອກຽມຄວາມພ້ອມໃຫ້ແກ່ງານສະເຫຼີມສະຫຼອງ ການກໍ່ສ້າງພະທາດຫຼວງວຽງຈັນ ຄົບຮອບ 450 ປີ ທີ່ຈະຈັດຂຶ້ນລະຫວ່າງວັນທີ 12-14 ພະຈິກ 2016 ນີ້ ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ກໍ່ຄືອົງການປົກຄອງນະຄອນຫຼວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈະໄດ້ຈັດພິທີຫຼອມຄຳ ທີ່ໄດ້ຮັບການສົມທົບທຶນຈາກບຸກຄົນ ນິຕິບຸກຄົນ ອົງການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ກະກຽມໂອບຍອດພະທາດຫຼວງ ໃນວັນທີ 2 ຕຸລາ 2016 ກົງກັບວັນອາທິດ ຂຶ້ນ 1 ຄ່ຳ ເດືອນ 11 ພສ 2559 ເວລາ 14:00 ໂມງເປັນຕົ້ນໄປ ທີ່ເດີ່ນກົມມະລຽນພະທາດຫຼວງ.
ສະນັ້ນ ຂໍເຊີນຊວນພໍ່ແມ່ປະຊາຊົນ ພໍ່ຄ້າຊາວຂາຍ ບຸກຄົນ ນິຕິບຸກຄົນ ອົງການຈັດຕັ້ງພັກ-ລັດ ຕະຫຼອດຮອດຫົວໜ່ວຍທຸລະກິດທັງພາຍໃນ ແລະ ຕ່າງປະເທດ ຜູ້ທີ່ມີຈິດໃຈເຫຼື້ອມໃສສັດທາ ເຂົ້າຮ່ວມພິທີດັ່ງກ່າວ ໃຫ້ເປັນຂະບວນຟົດຟື້ນ ຫຼື ທ່ານໃດຢາກປະກອບສ່ວນສົມທົບທຶນ ກໍ່ສາມາດປະກອບໄດ້.

No comments