ກຳປູເຈຍ ຈະປັບຂື້ນຄ່າແຮງຂັ້ນຕໍ່າໃນຂົງເຂດການຜະລິດ
ຂປລ. ຕາມຂ່າວ ຕ່າງປະເທດ, ວັນທີ 29 ກັນຍາ2016, ເຈົ້າໜ້າທີ່ ກຳປູເຈຍ ໃຫ້ຮູ້ວ່າ ປະເທດນີ້ ໄດ້ມີມະຕິ ຕົກລົງ ຈະປັບຂື້ນ ຄ່າແຮງງານ ຂັ້ນຕໍ່າໃນຂະແໜງ ອຸດສາຫະກຳການຜະລິດເກີບ, ເສື້ອຜ້າອາພອນ ເພີ່ມ 140 ໂດລາສະຫະລັດ ໃຫ້ຂຶ້ນເປັນ 153 ໂດລາ ສະຫະລັດຕໍ່ເດືອນ ນັບແຕ່ ເດືອນມັງກອນ ປີ 2017 ເປັນຕົ້ນໄປ. ຍ້ອນຂະແໜງການນີ້ ໄດ້ສ້າງວຽກເຮັດ ງານທຳ ເຖິງ 600.000 ຕຳແໜ່ງ ແລະ ສ້າງລາຍຮັບ ໄດ້ເຖິງ 6.000 ລ້ານໂດລາສະຫະລັດຕໍ່ປີ. ນອກຈາກນີ້ ເຈົ້າໜ້າທ່ີ ກະຊວງ ແຮງງານ ຍັງກ່າວວ່າ ການປັບເພີ່ມ ຄ່າແຮງງານ ຂັ້ນຕ່ຳ ຈະຊ່ວຍຍົກ ມາດຕະຖານ ໃນການ ດຳລົງຊິວິດ ຂອງ ພະນັກງານ ໃຫ້ດີຂຶ້ນ ແລະ ຊຸກຍູ້ຂົງເຂດ ການຜະລິດ ໃຫ້ຈະເລີນ ເຕີບໃຫຍ່ຂຶ້ນ .
No comments