ກະຊວງການຕ່າງປະເທດ ແຕ່ງຕັ້ງ ຮອງລັດຖະມົນຕີ
ຂປລ. ໃນວັນທີ 30 ກັນຍາ ນີ້ ຢູ່ ນະຄອນຫລວງວຽງຈັນ, ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດ ການແຕ່ງຕັ້ງໃຫ້ ທ່ານ ທອງຜ່ານ ສະຫວັນເພັດ ເປັນຮອງລັດຖະມົນຕີ ກະຊວງການຕ່າງປະເທດ ເພື່ອຕອບສະໜອງ ຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານ ຂອງກະຊວງດັ່ງກ່າວ ກໍຄື ປະຕິບັດຕາມດຳລັດ ຂອງນາຍົກລັດຖະມົນຕີ ສະບັບເລກທີ 283/ນຍ, ລົງວັນທີ 16 ສິງຫາ 2016 ວ່າດ້ວຍການແຕ່ງຕັ້ງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ.
ໃນໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ ຮອງລັດຖະມົນຕີ ທີ່ໄດ້ຮັບຕຳແໜ່ງໃໝ່ ໂດຍເນັ້ນໃຫ້ສືບຕໍ່ ເພີ່ມທະວີກຳລັງແຮງ ແລະ ສຸມສະຕິປັນຍາ ເຂົ້າໃນການປະຕິບັດ ໜ້າທີ່ການເມືອງ ທີ່ພັກ-ລັດ ມອບໝາຍໃຫ້ ແລະ ເພີ່ມທະວີກຳລັງແຮງ ຄວາມສາມັກຄີພາຍໃນ, ຄວາມເປັນແບບຢ່າງນຳໜ້າ ໃນການຊີ້ນຳ-ນຳພາ, ເດັດຂາດໃນການປະຕິບັດ ໜ້າທີ່ວຽກງານ ບົນຫລັກການເຮັດວຽກ ເປັນໝູ່ຄະນະ ເພື່ອຕອບສະໜອງ ໄດ້ກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງ, ການຕ່າງປະເທດ ໃນໄລຍະໃໝ່ ດັ່ງມະຕິ ກອງປະຊຸມໃຫຍ່ ຄັ້ງທີ xຂອງພັກ ກຳນົດໄວ້. ພ້ອມນີ້, ຍັງໄດ້ຮຽກຮ້ອງໃຫ້ ພະນັກງານຫລັກແຫລ່ງ ນຳພາທຸກຂັ້ນ ຢູ່ ພາຍໃນ ກະຊວງການຕ່າງປະເທດ ເຊີດຊູຄວາມເປັນແບບຢ່າງ ໃນການຊີ້ນຳ-ນຳພາ ແລະ ຈັດຕັ້ງປະຕິບັດໜ້າທີ່ ວຽກງານທີ່ ພັກ-ລັດ ມອບໝາຍໃຫ້, ໂດຍສະເພາະ ການນຳພາຈັດຕັ້ງ ປະຕິບັດແນວທາງການ ຕ່າງປະເທດຂອງພັກ ໃຫ້ໄດ້ຮັບຜົນສຳເລັດ.

No comments