ເກີດ ເຫດ ນ້ຳຖ້ວມ-ດິນເຈື່ອນ ຢູ່ຈີນ ເສຍຊິວິດ ຢ່າງໜ້ອຍ 6 ຄົນ

ຂປລ. ຕາມຂ່າວ ຕ່າງປະເທດ, ວັນທີ 29 ກັນຍາ 2016, ເນື່ອງຈາກ ພາຍຸໄຕ້ຝຸ່ນ ເມກີ, ເຊິ່ງມີຄວາມໄວລົມ 120 ກິໂລແມັດ ຕໍ່ຊົ່ວໂມງ ໄດ້ພັດເຂົ້າຈີນ ເຮັດໃຫ້ຝົນຕົກ ຢ່າງໜັກ, ດິນເຈື່ອນ ແລະ ນ້ຳຖ້ວມ ຢູ່ເຂດມົນທົນ ເຈີຈຽງ ທາງພາກຕາເວັນອອກຂອງຈີນ ສົ່ງຜົນໃຫ້ມີ ຜູ້ເສຍຊິວິດ 6 ຄົນ, ສູນຫາຍ 33 ຄົນ, ອາຄານ ເປ່ເພ 20 ຫລັງ, ເຮືອນຈົມຢູ່ໃຕ້ນ້ຳ 17 ຫລັງ, ປະຊາຊົນ 1.500 ຄົນ ຕ້ອງອົບພະຍົບ ອອກຈາກ ພື້ນທ່ີດັ່ງກ່າວ. ປັດຈຸບັນ, ເຈົ້າໜ້າທ່ີ ກູ້ໄພ 1.200 ຄົນ ພວມເຂົ້າໄປຊ່ວຍເຫລືອ ແລະ ຊອກຫາຜູ້ປະສົບເຄາະຮ້າຍ ດັ່ງກ່າວ.

No comments

Theme images by compassandcamera. Powered by Blogger.