ຫາລືສົ່ງເສີມ ການລົງທຶນ ເພື່ອພັດທະນາ ແຂວງບໍ່ແກ້ວ
ຂປລ. ຄະນະນຳ ຂອງແຂວງບໍ່ແກ້ວ ໄດ້ຈັດຊຸດສຳມະນາ ວິທະຍາສາດ ສົ່ງເສີມການລົງທຶນ ເພື່ອພັດທະນາ ແຂວງບໍ່ແກ້ວ ໃນວັນທີ 14 ຕຸລານີ້, ໂດຍມີທ່ານ ສົມສະຫວາດ ເລັ່ງສະຫວັດ ອະດິດຮອງນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ຄຳພັນ ເຜີຍຍະວົງ ເຈົ້າແຂວງບໍ່ແກ້ວ, ການນຳຈາກສູນກາງ, ຮອງເຈົ້າແຂວງ, ນັກທຸລະກິດ, ນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດ, ພ້ອມດ້ວຍຄະນະ ຜູ້ແທນຈາກ ສສ ຫວຽດນາມ, ສປ ຈີນ, ໄທ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຊຸດສຳມະນາດັ່ງກ່າວ, ບັນດາຜູ້ເຂົ້າຮ່ວມ ໄດ້ຮັບຟັງບົດລາຍງານ ກ່ຽວກັບຂໍ້ມູນທົ່ວໄປ ຂອງແຂວງບໍ່ແກ້ວ ແລະ ບົດລາຍງານ ຂອງຂະແໜງການຕ່າງໆ ອ້ອມຂ້າງແຂວງ, ຮັບຟັງຄວາມຄິດເຫັນ ຂອງຜູ້ລົງທຶນ, ຜູ້ປະກອບການ ແລະ ຊາວຄ້າຂາຍ ຕໍ່ການຄຸ້ມຄອງບໍລິຫານ ຂອງພາກລັດ ເປັນຕົ້ນແມ່ນ ການແກ້ໄຂສິ່ງທີ່ສ້າງຄວາມຫຍຸ້ງຍາກສັບສົນ, ການເອື້ອອຳນວຍຄວາມສະດວກຕ່າງໆໃຫ້ແກ່ຜູ້ລົງທຶນ, ຜູ້ປະກອບການ ແລະ ອື່ນໆ.
ໃນໂອກາດດັ່ງກ່າວ, ທ່ານ ຄຳພັນ ເຜີຍຍະວົງ ໄດ້ຂຶ້ນກ້າວເປີດພິທີ ຢ່າງເປັນທາງການ ໂດຍທ່ານໃຫ້ຮູ້ ບາງຕອນ ວ່າ: ຊຸດສຳມະນາໃນຄັ້ງນີ້, ແນໃສ່ປຸກລະດົມ ຂົນຂວາຍ ແລະ ດຶງດູດການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ມາລົງທຶນຢູ່ ແຂວງບໍ່ແກ້ວ ໃຫ້ນັບມື້ນັບລາຍຂຶ້ນ, ທັງເປັນການ ລະດົມຄວາມຄິດ ຄວາມເຫັນ ແລະ ແລກປ່ຽນປະສົບການ ໃນການພັດທະນາ ເສດຖະກິດ-ສັງຄົມ ຢູ່ແຂວງບໍ່ແກ້ວ, ເຮັດໃຫ້ນັກລົງທຶນ, ຜູ້ປະກອບການ, ພໍ່ຄ້າ-ຊາວຂາຍ ທັງພາຍໃນ ແລະ ຕ່າງປະເທດ ໄດ້ຮັບຮູ້, ເຂົ້າໃຈ, ເຫັນໄດ້ຄວາມໝາຍ ຄວາມສຳຄັນ ແລະ ຜົນປະໂຫຍດຕົວຈິງ ທີ່ຈະໄດ້ຮັບ ຈາກການລົງທຶນຢູ່ ແຂວງບໍ່ແກ້ວ, ນອກນັ້ນ, ຍັງເປັນການປະກອບສ່ວນ ເພື່ອພັນຂະຫຍາຍ ວິໄສທັດຮອດປີ 2030, ຍຸດທະສາດ ການພັດທະນາ ຮອດປີ 2025 ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ຮອດປີ 2020 ຂອງແຂວງ ໃຫ້ປະກົດຜົນເປັນຈິງ ເທື່ອລະກ້າວ.
ໃນຕອນທ້າຍ, ທ່ານ ສົມສະຫວາດ ເລັ່ງສະຫວັດ ກໍໄດ້ມີຄຳເຫັນໂອ້ລົມ ໂດຍເນັ້ນໃຫ້ ຄະນະນຳຂອງ ແຂວງບໍ່ແກ້ວ ຄົ້ນຄວ້າທີ່ຕັ້ງພູມສາດ, ລວມທັງຈຸດພິເສດ ແລະ ທ່າແຮງຂອງແຂວງ ໃຫ້ລະອຽດ ເພື່ອນຳໃຊ້ໃຫ້ເກີດ ຜົນປະໂຫຍດສູງສຸດ ຕໍ່ການພັດທະນາ ເສດຖະກິດ ຂອງແຂວງ, ພ້ອມທັງເນັ້ນໃຫ້ເອົາໃຈໃສ່ ຊຸກຍູ້ສົ່ງເສີມ ສ້າງຜູ້ປະກອບການ ໃຫ້ມີຄວາມເຂັ້ມແຂງ, ເອົາໃຈໃສ່ໃນທຸກ ຂົງເຂດວຽກງານ ໂດຍສະເພາະຂົງເຂດ ວັດທະນະທຳ-ສັງຄົມ, ການທ່ອງທ່ຽວ ແລະ ອື່ນໆ ໃຫ້ຂະແໜງການຕ່າງໆ ອ້ອມຂ້າງແຂວງ ເອົາໃຈໃສ່ຈັດຕັ້ງ ປະຕິບັດວຽກງານ ໃຫ້ເປັນຈິດໜຶ່ງໃຈດຽວກັນ ເພື່ອເຮັດໃຫ້ແຜນການ ກໍຄືໂຄງການຕ່າງໆ ໃຫ້ໄດ້ຮັບການ ຈັດຕັ້ງປະຕິບັດ ຢ່າງເປັນຮູບປະທຳ ແລະ ອື່ນໆ.
ໃນວັນດຽວກັນ ກໍໄດ້ມີພິທີເຊັນ ບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມື ພັດທະນາເສດຖະກິດ ການຄ້າການລົງທຶນ ໃນແຂວງບໍ່ແກ້ວ ຈຳນວນ 6 ໂຄງການ ເປັນຕົ້ນ ເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບໂຄງການ ພັດທະນາການທ່ອງທ່ຽວ ເມືອງເກົ່າ ສຸວັນນະໂຄມຄຳ (ເມືອງຕົ້ນເຜິ້ງ), ໂຄງການພັດທະນາ ແຫລ່ງທ່ອງທ່ຽວບໍ່ນ້ຳຮ້ອນ ນ້ຳເກິ່ງ ເມືອງຕົ້ນເຜິ້ງ, ໂຄງການກໍ່ສ້າງ ເຂື່ອນໄຟຟ້ານ້ຳຕົກຂະໜາດນ້ອຍ ນ້ຳທາຕອນລຸ່ມ ຂະໜາດ 14 MKW, ໂຄງການພັດທະນາ ສູນບໍລິການກິລາ ຄົບວົງຈອນ ບ້ານປ່າອ້ອຍ ເມືອງຫ້ວຍຊາຍ, ໂຄງການສຳຫລວດອອກແບບ ເພື່ອກໍ່ສ້າງພະເຈົ້າໃຫຍ່ປະດິດສະຖານ ຢູ່ພູ 106 ແລະ ຈຸດຊົມວິວເທດສະບານ ຕົວເມືອງຫ້ວຍຊາຍ ແລະ ໂຄງການຮ່ວມມື ທາງເສດຖະກິດການຄ້າ, ການລົງທຶນ, ການພັດທະນາເຄືອຂ່າຍ ລະຫວ່າງ ຫໍການຄ້າແຂວງ ຊຽງຮາຍ ແຫ່ງຣາຊະອານາຈັກໄທ ກັບ ສະພາການຄ້າ-ອຸດສາຫະກຳ ແຂວງບໍ່ແກ້ວ ໂດຍມີທ່ານ ສົມສະຫວາດ ເລັ່ງສະຫວັດ ອະດິດຮອງນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ຄຳພັນ ເຜີຍຍະວົງ ເຈົ້າແຂວງບໍ່ແກ້ວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ເປັນສັກຂີພິຍານ.
ທີ່ມາ: KPL

No comments