ພັກ-ລັດຖະບານ ໃຫ້ຄວາມສຳຄັນ ກັບວັນແຫ່ງຊາດ ຕ້ານຢາເສບຕິດ
ຂປລ. ປະທານຄະນະ ກຳມະການແຫ່ງຊາດ ເພື່ອກວດກາ ແລະ ຄວບຄຸມຢາເສບຕິດ ໃຫ້ຮູ້ວ່າ ບັນຫາຢາເສບຕິດ ຍັງສືບຕໍ່ມີທ່າຂະຫຍາຍຕົວ ໃນສັງຄົມ ແຜ່ລາມຈາກຕົວເມືອງໃຫ່ຍ ໄປສູ່ຊົນນະບົດ ແຕ່ກໍຢືນຢັນວ່າ ຈະຖືເອົາການສະກັດກັ້ນ ແລະ ຕ້ານຢາເສບຕິດ ເປັນກົກ ໂດຍນຳໃຊ້ມາດຕະການ ທີ່ຈໍາເປັນທາງດ້ານກົດໜາຍ ເພື່ອປາບປາມແກ້ໄຂ ຜູ້ຜະລິດ ແລະ ຄ້າຂາຍ ໃຫ້ຫລຸດໜ້ອຍຖ້ອຍລົງ ເທື່ອລະກ້າວ.
ທ່ານ ກຸ ຈັນສີນາ ປະທານຄະນະ ກຳມະການແຫ່ງຊາດ ເພື່ອກວດກາ ແລະ ຄວບຄຸມຢາ ເສບຕິດ ໄດ້ຖະແຫລງຕໍ່ ສື່ມວນຊົນ ໃນວັນທີ 14 ຕຸລານີ້ ເນື່ອງໃນໂອກາດ ວັນແຫ່ງຊາດ ຕ້ານຢາ ເສບຕິດ ຄົບຮອບ 15 ປີ ກ່າວວ່າ: ສຳລັບ ສປປ ລາວ ການເສບ ແລະ ຄ້າຂາຍຢາເສບຕິດ ປະເພດ ຢາບ້າ, ຢາໄອສ໌ ຍັງສືບຕໍ່ມີທ່າຂະຫຍາຍຕົວ ຈາກຕົວເມືອງໃຫ່ຍ ໄປສູ່ຊົນນະບົດ ຢູ່ຫລາຍທ້ອງຖິ່ນ, ຍັງມີຊາວໜຸ່ມ-ເຍົາວະຊົນ ຈຳນວນໜຶ່ງໄດ້ຕົກເປັນທາດ ຂອງຢາເສບຕິດ ແລະ ເປັນສາເຫດໜຶ່ງທີ່ພາ ໃຫ້ເກີດປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມເຊັ່ນ; ຂີ້ລັກ, ງັດແງະ, ປຸ້ນຈີ້, ຊິງຊັບ, ອາລະວາດຕີກັນ ຈົນໄປເຖິງຄາດຕະກຳ. ດັ່ງນັ້ນ, ເພື່ອສະກັດກັ້ນ ແລະຕ້ານຢາເສບຕິດບໍ່ໃຫ້ ແຜ່ລະບາດອອກສູ່ວົງກ້ວາງ ໃນຕໍ່ໜ້າຈະຖືເອົາ ການສະກັດກັ້ນ ແລະ ຕ້ານຢາເສບຕິດ ເປັນບັນຫາກົກ, ເປັນພັນທະ ແລະ ໜ້າທີ່ ຂອງຄະນະພັກ, ຄະນະບັນຊາທຸກຂັ້ນ ນັບທັງສູນກາງ ຮອດທ້ອງຖິ່ນ ເອົາໃຈໃສ່ນຳໃຊ້ ມາດຕະການທີ່ຈຳ ເປັນທາງດ້ານກົດໜາຍ ເພື່ອແກ້ໄຂປາບປາມ ຜູ້ຜະລິດ, ຄ້າຂາຍຢາເສບຕິດ ຢູ່ໃນສັງຄົມ ໃນຂອບເຂດທົ່ວປະເທດ ຢ່າງເຂັ້ມງວດ ແລະ ເດັດຂາດ ເປັນຕົ້ນ ແກ້ໄຂກຸ່ມເປົ້າໜາຍ ທີ່ເປັນກຸ່ມແກ້ງ ມີການຈັດຕັ້ງພວກທີ່ເປັນ ຫົວໂປໂຕການ ນັບທັງຄົນລາວ ແລະ ຕ່າງປະເທດ ທີ່ມາເຄື່ອນໄຫວຢູ່ ສປປ ລາວ ເພື່ອດຳເນີນຄະດີ ຕາມລະບຽບກົດໜາຍ ຢ່າງເດັດຂາດ ແລະ ເຂັ້ມງວດ.
ທ່ານ ກ່າວຕື່ມວ່າ: ການຈັດຕັ້ງປະຕິບັດ ມາດຕະການ ທາງກົດໝາຍ ຕໍ່ພວກຄົນບໍ່ດີ ສະເພາະ ປີ 2016 ສາມາດມ້າງຄະດີໄດ້ 2.212 ເລື່ອງ, ຈັບກຸມຜູ້ຖືກຫາໄດ້ 3.299 ຄົນ ຢຶດຢາບ້າໄດ້ 1.852.03 ກິໂລ, ຢາໄອສ໌ 132.964 ກິໂລ, ເຮໂຣອິນ 181.529 ກິໂລ, ຢາຝິ່ນ 106.866 ກິໂລ, ກັນຊາແຫ້ງ 229.448 ກິໂລ, ແປ້ງທີ່ມີສານເສບຕິດ 1.102.56 ກິໂລ. ນອກນັ້ນ, ຍັງຢຶດເງິນ, ວັດຖຸມີຄ່າ, ທີ່ດິນ, ສິ່ງປຸກສ້າງ, ພາຫະນະ, ອາວຸດ ແລະ ອຸປະກອນອື່ນໆ ຈຳນວນໜຶ່ງ. ທ່ານໄດ້ຮຽກຮ້ອງ ມາຍັງພະນັກງານ, ທະຫານຕຳຫລວດ, ປະຊາຊົນທຸກຊັ້ນຄົນ ຈົ່ງພ້ອມກັນ ເປັນເຈົ້າການເຂົ້າຮ່ວມ ຂະບວນການ ສະກັດກັ້ນ, ຕ້ານຢາເສບຕິດ ໃຫ້ໝົດໄປຈາກສັງຄົມລາວ ເທື່ອລະກ້າວ ເພື່ອປະກອບສ່ວນ ເຮັດໃຫ້ປະຊາຊົນລາວ ບັນດາເຜົ່າ ໄດ້ດຳລົງຊີວິດ ໃນຜືນແຜ່ນດິນອັນແສນຮັກ ທີ່ມີຄວາມສຸກ ແລະ ປອດໄພ.
ທີ່ມາ: KPL

No comments