ສານສະແດງ ຄວາມເສົ້າສະຫລົດໃຈ ຕໍ່ການສະຫວັນນະຄົດ ຂອງເຈົ້າຊີວິດ ພູມີພົນ ອະດູນຍະເດດ
ໃນວັນທີ 13 ຕຸລານີ້ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງ ຄວາມເສົ້າສະຫລົດໃຈ ເຖິງ ສົມເດັດພະນາງ ເຈົ້າສິຣິກິດ ພະບໍຣົມ ຣາຊະນີນາດ ສົມເດັດພະບໍຣົມ ໂອຣະສາທິລາດ ສະຫຍາມມະກຸດຣາຊະກຸມານ ແຫ່ງ ຣາຊະອານາຈັກໄທ ຕໍ່ການສະຫວັນນະຄົດ ຂອງເຈົ້າຊີວິດ ພູມີພົນອະດຸນຍະເດດ.
ເນື້ອໃນສານລະບຸວ່າ: ຂ້າພະເຈົ້າຮູ້ສຶກໂສກເສົ້າ ເສຍໃຈຢ່າງສຸດຊຶ້ງ ທີ່ໄດ້ຊາບຂ່າວ ກ່ຽວກັບການສິ້ນພະຊົນ ຂອງພະບາດສົມເດັດ ພະເຈົ້າມະຫາຊີວິດ ພູມີພົນອະດຸນຍະເດດ ແຫ່ງ ຣາຊະອານາຈັກໄທ ໃນຕອນບ່າຍຂອງວັນທີ 13 ຕຸລາ 2016.
ພະບາດສົມເດັດ ພະເຈົ້າມະຫາຊີວິດ ພູມີພົນອະດຸນຍະເດດ ເປັນພະຣາຊາທີ່ມີນ້ຳໃຈ ເສຍສະຫລະອັນສູງສົ່ງ ແລະ ມີຄຸນງາມຄວາມດີ ອັນໃຫຍ່ຫລວງ ອຸທິດໃຫ້ແກ່ ປະເທດຊາດ ແລະ ປວງຊົນຊາວໄທ ຕະຫລອດ 70 ປີ ຂອງການປົກຄອງ ລາດຂອງພະອົງ ອັນໄດ້ເຮັດໃຫ້ ພະອົງເປັນທີ່ຮັກ ແລະ ເຄົາລົບ ຂອງປວງຊົນຊາວໄທ ທຸກທົ່ວໜ້າ. ນອກນີ້, ພະອົງກໍໄດ້ມີ ບົດບາດສຳຄັນ ໃນການປັບປຸງ ແລະ ຮັດແໜ້ນ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກໄທ ຕະຫລອດມາ. ການຈາກໄປຂອງພະອົງ ເປັນການສູນເສຍອັນຍິ່ງໃຫຍ່ ສຳລັບ ປະຊາຊົນຊາວໄທທັງປວງ. ສຳລັບປະຊາຊົນລາວ ແມ່ນໄດ້ສູນເສຍຍາດມິດ ທີ່ມີຄຸນຄວາມດີ ຢ່າງໃຫຍ່ຫລວງ ໃນການປະກອບສ່ວນ ອັນສຳຄັນເຂົ້າໃນ ການເສີມສ້າງ ແລະ ຮັດແໜ້ນສາຍພົວພັນ ມິດຕະພາບອັນດີງາມ ລະຫວ່າງ ສອງປະເທດ ແລະ ປະຊາຊົນສອງຊາດລາວ ແລະ ໄທ ໃຫ້ຂະຫຍາຍຕົວ ເປັນກ້າວໆມາ.
ໃນນາມປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄວາມອາໄລ ອັນເລີກເຊິ່ງ ແລະ ແບ່ງເບົາ ຄວາມທຸກໂສກມາຍັງ ສົມເດັດພະຣາຊິນີ, ສົມເດັດອົງມະກູດ ຣາຊະກຸມານ ແລະ ພະບໍລົມວົງສານຸວົງທຸກພະອົງ ພ້ອມດ້ວຍ ປະຊາຊົນຊາວໄທທັງປວງ ມານະໂອກາດນີ້ດ້ວຍ.
ຂໍໃຫ້ດວງວິນຍານ ຂອງພະບາດສົມເດັດ ພະເຈົ້າມະຫາຊີວິດ ພູມີພົນອະດຸນຍະເດດ ແຫ່ງ ຣາຊະອານາຈັກໄທ ຈົ່ງໄປສູ່ຂະຕິສຸກ.
ໃນວັນດຽວກັນນີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ສົ່ງສານສະແດງ ຄວາມເສົ້າສະຫລົດໃຈ ເຖິງ ທ່ານ ພົນເອກ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ແລະ ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ສົ່ງສານສະແດງ ຄວາມເສົ້າສະຫລົດໃຈ ເຖິງ ທ່ານ ດອນ ປຣະມັດວິໄນ ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ຕໍ່ການສະຫວັນນະຄົດ ຂອງເຈົ້າຊີວິດ ພູມີພົນອະດຸນ ຍະເດດ ເຊັ່ນດຽວກັນ
ທີ່ມາ: KPL

No comments