​ເຊ​ກອງຈະ​ສູ້​ຊົນ​ໃຫ້​ບັນລຸ​ເປົ້າໝາຍ​ທີ 7 ວ່າ​ດ້ວຍ​ການ​ປົກ​ປ້ອງ​ສິ່ງ​​ແວດ​ລ້ອມ

ອາທິດຜ່ານມາໄດ້ສະເໜີບົດ ເຊກອງເອົາໃຈໃສ່ ປຸກຈິດສຳນຶກ ສັງຄົມມີສ່ວນຮ່ວມ ວຽກງານຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ທ່ານຜູ້ອ່ານ ໄດ້ຮັບຊາບກັນແລ້ວ, ມາສະບັບນີ້ ຈະສະເໜີບົດ ເຊກອງຈະສູ້ຊົນ ໃຫ້ ບັນລຸ ເປົ້າໝາຍທີ 7 ວ່າດ້ວຍການປົກປ້ອງ ສິ່ງແວດລ້ອມຕື່ມ.

ນັບແຕ່ປີ 2016-2020 ແຂວງ ເຊກອງ ຈະສືບຕໍ່ສູ້ຊົນໃຫ້ບັນລຸ ເປົ້າໝາຍສະຫັດສະຫວັດ (MDGs)ໂດຍສະເພາະເປົ້າໝາຍທີ 7 ວ່າ ດ້ວຍການປົກປ້ອງ ສິ່ງແວດລ້ອມ ໄປຄຽງຄູ່ກັບການ ພັດທະນາເສດຖະກິດ-ສັງຄົມ. ສຳຫລວດ ຈັດສັນ ກຳນົດເຂດພັດທະນາ ແລະ ການນຳໃຊ້ດິນ ໂດຍສະເພາະແມ່ນ ເຂດທີ່ ມີການປົກຫຸ້ມ ຂອງປ່າໄມ້ ເຂດປ່າສະ ຫງວນ, ປ່າຜະລິດ, ປ່າປ້ອງກັນ ແລະ ເຂດປ່າຍອດນ້ຳ ໃຫ້ສຳເລັດ ໂດຍພື້ນຖານ. ນອກຈາກນີ້ ກໍຈະສືບຕໍ່ ປະຕິບັດ ຍຸດທະສາດ ໃນຂົງເຂດຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ເພື່ອຮັບປະກັນ ການພັດທະນາ ເສດຖະກິດ-ສັງ ຄົມ ໃຫ້ມີການຂະຫຍາຍຕົວ ຢ່າງຍືນ ຍົງໄປ ຕາມທິດແຫ່ງການເຕີບໂຕສີຂຽວ, ເປັນເຈົ້າການ ປົກປັກຮັກສາ ສິ່ງແວດ ລ້ອມ ແລະ ການຮັບມື ກັບໄພພິບັດຕ່າງໆ. ກຳນົດທ່າແຮງ ວັດຖຸດິບ ດ້ານແຮ່ທາດ ເພື່ອນຳໃຊ້ພາຍໃນ ແລະ ສົ່ງອອກເປັນວັດຖຸດິບ ມີປະມານຫລາຍ, ປະລິມານໜ້ອຍ ແລະ ສາມາດກຳນົດ ທິດທາງໃນການວາງແຜນ ນຳໃຊ້ແຮ່ທາດ ໃຫ້ມີ ປະສິດທິຜົນສູງສຸດ. ສ້າງເສດຖະກິດສີຂຽວ, ສະອາດ ແລະ ສວຍງາມ ເພື່ອໃຫ້ປະຊາຊົນ ມີຊີວິດການເປັນຢູ່ທີ່ດີ, ມີສຸຂະພາບ ທີ່ແຂງແຮງ ແລະ ປອດໄພຈາກມົນລະພິດ, ໂດຍມີການວາງ ຜັງເມືອງ-ຜັງບ້ານ ແບບຍືນຍົງ. ເພີ່ມທະວີຄວາມ ສາມາດ ໃນການປັບໂຕ ແລະ ຫລຸດຜ່ອນ ຜົນກະທົບ ຈາກການປ່ຽນ ແປງຂອງດິນຟ້າອາກາດ.

ແຂວງເຊກອງ, ມີທ່າແຮງທາງດ້ານ ຊັບພະຍາກອນທຳມະຊາດ ທີ່ອຸດົມສົມບູນ ແລະ ມີຄຸນຄ່າທາງດ້ານ ເສດຖະກິດ, ນອກຈາກນີ້ ຍັງມີແຮ່ທາດຫລາຍຊະນິດຄື: ຖ່ານຫີນ, ທອງ, ຄຳ, ເຫລັກ, ບົກຊິດ ແລະ ອື່ນໆ ທີ່ຍັງບໍ່ທັນໄດ້ ຂຸດຄົ້ນ ເຊິ່ງເປັນແຫລ່ງທຶນ ສຳລັບການພັດທະນາ ແຂວງດັ່ງກ່າວໃນອະນາຄົດ.



ທີ່ມາ: KPL

No comments

Theme images by compassandcamera. Powered by Blogger.