ນາຍົກລັດຖະມົນຕີ ຕີລາຄາສູງ ການຮ່ວມມືກັບອົງການ ຝຣັ່ງໂກໂຟນີສາກົນ

ຂປລ.​ ວັນ​ທີ 1ທີ່ມາ: KPL4 ຕຸລາ 2016 ນີ້. ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ​ ແຫ່ງ ສປປ ລາວ ​ໄດ້​ຕ້ອນຮັບ​ການ ​ເຂົ້າ​ຢ້ຽມ​ຂໍ່ານັບ ​ຂອງ​ທ່ານນາງ ມີ​ກາ​​ແອນ ຊັງ ​ເລຂາທິການ​ໃຫ່ຍ ຂອງ​ອົງການ​ ຝຣັ່ງ​ໂກ​ໂຟນີສາກົນ (OIF) ​ໃນ​ໂອກາດ​ທີ່ເດີນທາງ​ ມາ​ຢ້ຽມຢາມ​ທາງ​ການ ​ຕາມ​ການ​ເຊື້ອ​ເຊີນ​ ຂອງ​ລັດຖະບານ ​ແຫ່ງ ສປປ ລາວ ລະຫວ່າງ ວັນ​ທີ 13-15 ຕຸລາ 2016 ນີ້.

​​ໃນ​ໂອກາດ​ນີ້, ທ່ານ​ນາຍົກລັດຖະມົນຕີ ​ໄດ້​ຕີ​ລາຄາ​ສູງ​ ຕໍ່​ການ​ຢ້ຽມຢາມ​ທາງ​ການ​ ຂອງ​ທ່ານ​ເລຂາທິການ​ໃຫຍ່ OIF ​ແລະ ການ​ຊ່ວຍ​ເຫລືອ​ ຂອງ​ອົງການ​ດັ່ງກ່າວ, ​ໃນ​ຂະ​ແໜງ​ການ​ຕ່າງໆ ​ທີ່​ສໍາຄັນ​ໂດຍ​ສະ​ເພາະ​ ໃນ​ຂະ​ແໜງ​ສຶກສາ, ສາທາລະນະ​ສຸກ ​ແລະ ວັດ​ທະນະ​ທໍາ. ພ້ອມ​ດຽວ​ກັນ, ກໍ​ໄດ້​ສະ​ເໜີ​ໃຫ້​ສືບ​ຕໍ່​ ສະໜັບສະໜູນ ຊ່ວຍ​ເຫລືອ ​ແລະ ​ເພີ່ມທະ​ວີ​ການ​ຮ່ວມ​ມື​ ໃຫ້​ຫລາຍ​ຂຶ້ນ​ຕື່ມ​ອີກ. ​ແນ​ໃສ່​ເພື່ອ​ສົ່ງ​ເສີມ ​ການ​ພົວພັນ​ຮ່ວມ​ມື​ ລະຫວ່າງ ສປປ ລາວ ​ແລະ ອົງການ OIF ​ໃຫ້​ນັບ​ມື້​ນັບ​ ແຕກ​ດອກ​ອອກ​ຜົນງອກ​ງາມ ​ຍິ່ງໆ​ຂຶ້ນ.

​ໃນ​ໂອກາດ​ດຽວ​ກັນ​ນີ້, ​ທ່ານ​ເລຂາທິການ​ໃຫຍ່ ຝຣັ່ງ​ໂກ​ໂຟນີສາກົນ ໄດ້​ສະ​ແດງ​ ຄວາມ​ຂອບ​ໃຈ​ຕໍ່​ທ່ານ​ ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ທີ່​ໄດ້​ສະຫລະ ​ເວລາ​ອັນ​ມີ​ຄ່າ ຕ້ອນຮັບ​ຢ່າງ​ອົບ​ອຸ່ນ​ ໃນ​ຄັ້ງ​ນີ້, ພ້ອມທັງ ສະ​ແດງ​ຄວາມ​ຍິນ​ດີ​ ສືບ​ຕໍ່​ໃຫ້ການ​ ສະໜັບສະໜູນ ​ແລະ ຊ່ວຍ​ເຫລືອ​ແກ່ ສປປ ລາວ.

No comments

Theme images by compassandcamera. Powered by Blogger.