ປະທານປະເທດ ຕ້ອນຮັບ ເລຂາທິການໃຫຍ່ ອົງການ ຝຣັ່ງໂກໂຟນີສາກົນ

ຂປລ. ​ໃນ​ຕອນ​ເຊົ້າ​ວັນ​ທີ 14 ຕຸລາ 2016 ຢູ່​ທີ່​ທໍາ​ນຽບ ປະທານ​ປະ​ເທດ (ຫໍ​ຄໍາ) ທ່ານ ບຸນ​ຍັງ ວໍລະ​ຈິດ ປະທານ​ປະ​ເທດ​ ແຫ່ງ ສປປ ລາວ ​ໄດ້​ຕ້ອນຮັບ ​ການ​ເຂົ້າ​ຢ້ຽມ​ຂໍ່ານັບ​ ທ່ານນາງ ມີ​ກາ​​ແອນ ຊັງ ​ເລຂາທິການ​ໃຫ່ຍ ຂອງ​ອົງການ​ ຝຣັ່ງ​ໂກ​ໂຟນີສາກົນ (OIF) ​ໃນ​ໂອກາດທີ່​ເດີນທາງ ​ມາ​ຢ້ຽມຢາມ​ ​ແລະ ​ເຮັດ​ວຽກ ຢູ່ ສປປ ​ລາວ ລະຫວ່າງ ວັນ​ທີ 13-15 ຕຸລາ 2016 ນີ້.

ໃນ​ໂອກາດ​ດັ່ງກ່າວ, ທ່ານ​ປະທານ​ປະ​ເທດ ໄດ້​ສະ​ແດງ​ຄວາມຊົມ​ເຊີຍ ຍິນ​ດີ​ຕ້ອນ​ຮັບ​ ​ແລະ ຕີ​ລາຄາ​ສູງ ຕໍ່​ການ​ເດີນທາງ​ ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່ ສປປ ລາວ ຂອງທ່ານນາງ ເລຂາທິການ​ໃຫ່ຍຂອງ​ອົງການ​ ຝຣັ່ງ​ໂກ​ໂຟນີສາກົນ (OIF) ​ແລະ ການ​ຊ່ວຍ​ເຫລືອ ​ຂອງ​ອົງການ OIF ຕະຫລອດ​ໄລຍະ​ຜ່ານ​ມາ, ພ້ອມ​ທັງ ​ໄດ້​ສະ​ເໜີ​ສືບ​ຕໍ່​ໃຫ້​ຄວາມ​ສໍາຄັນ ​ໃນ​ການ​ຊ່ວຍ​ເຫລືອ ​ແລະ ການ​ສົ່ງ​ເສີມ​ການ ​ພົວພັນ​ຮ່ວມ​ມື​ກັບ ສປປ ລາວ ຕື່ມ​ອີກ. ນອກຈາກ​ນີ້, ທ່ານ​ປະທານ​ປະ​ເທດ ກໍ​​ຖື​ໂອກາດ​ແຈ້ງ​ໃຫ້​ຊາບ​ ກ່ຽວ​ກັບ​ສະພາບ​ການ​ ພັດທະນາ​ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ​ເຊິ່ງ​ໄດ້​ມີ​ຜົນ​ສໍາ​ເລັດ​ ເປັນ​ກ້າວໆ​ມາ.

ໃນຂະນະ​ດຽວ​ກັນ, ​ທ່ານ​ເລຂາທິການ​ໃຫຍ່ OIF ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ​ຕໍ່​ການ​ຕ້ອນຮັບ​ອັນ​ອົບ​ອຸ່ນ ​ຂອງ​ລັດຖະບານ ​ແຫ່ງ ສປປ ລາວ ກໍ​ຄື​ປະຊາຊົນ​ລາວ ​ແລະ ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ ຕໍ່​ຜົນງານ​ຂອງ ສປປ ລາວ ​ໃນ​ການ​ພັດທະນາ​ ເສດຖະກິດ-ສັງຄົມ, ພ້ອມ​ທັງ​​ ຢືນຢັນ​ທີ່​ຈະ​ເສີມ​ຂະຫຍາ​ຍ ການ​ພົວພັນ​ຮ່ວມ​ມື ກໍ​ຄື​ການ​ສະໜັບສະໜູນ ​ແລະ ການ​ຊ່ວຍ​​ເຫລືອ​​ແກ່ ສປປ ລາວ.



ທີ່ມາ: KPL

No comments

Theme images by compassandcamera. Powered by Blogger.