ແຮງບັນດາໃຈຈາກຄອບຄົວຊ່ວຍໃຫ້ກາຍເປັນນັກຮຽນເກົ່າ
ຄວາມຮູ້, ຄວາມສາມາດຂອງຄົນເຮົາທຸກຄົນ ເຮົາແມ່ນບໍ່ມີມາ ພ້ອມແຕ່ກໍາເນີດ ແຕ່ເກີດຈາກຄວາມຕັ້ງໃຈ, ເອົາໃຈໃສດຸໝັ່ນ ຄົ້ນຄວ້າ ແລະ ແຮງບັນດານໃຈ ຈາກຄອບຄົວ ຈຶ່ງສາມາດເຮັດໃຫ້ ຄົນຜູ້ນັ້ນກາຍເປັນ ຄົນເກັ່ງໄດ້ ດັ່ງທ້າວ ປັນຍາປະສິດ ໄຊຍະວົງ ທີ່ສາມາດ ເສັງຕິດ ອັນດັບທີ 1 ຂອງປະເທດ ແລະ ໄດ້ເປັນຕົວແທນ ຂອງປະເທດລາວ ໄປແຂ່ງ ຂັນຢູ່ປະເທດ ອາເມລິກາ ໃນຫົວຂໍ້ Microsoft Office Specialist World Championship.
ທ້າວ ປັນຍາປະເສີດ ໄຊຍະວົງ ນັກສຶກສາປີ 2 ສາຂາ ເຕັກໂນໂລຢີ ແລະ ຂໍ້ມູນຂ່າວສານ, ຄະນະວິສະວະກຳສາດ ໄດ້ໃຫ້ສໍາພາດວ່າ: ນ້ອງເອງເປັນຄົນ ທີ່ມັກຫລິ້ນເຄື່ອງ ປະເພດເອເລັກໂຕນິກ ມາແຕ່ຄາວຍັງນ້ອຍໆ ເພາະວ່າຕອນນັ້ນພໍ່ໄດ້ເຮັດວຽກຢູ່ອົງການ ສະຫະ ປະ ຊາຊາດ ກ່ຽວກັບໄອທີ ແຕ່ມາຮອດປັດຈຸບັນ ພໍ່ໄດ້ເຂົ້າບໍານານແລ້ວ ແລະ ໄດ້ເປີດຮ້ານອິນເຕີເນັດ ເຊິ່ງເຮັດໃຫ້ນ້ອງ ໄດ້ຕິດພັນກັບເຄື່ອງ ປະເພດຄອມພິວເຕີ ຫລາຍກວ່າ ເຄື່ອງຫລິ້ນປະເພດອື່ນ. ນອກຈາກນັ້ນ, ອ້າຍຍັງເປັນຄົນ ທີ່ມີຄວາມຮູ້ ດ້ານຄອມພິວເຕີຫລາຍ ແລະ ປີ ຜ່ານມາ ອ້າຍໄດ້ເຂົ້າຮ່ວມ ການແຂ່ງຂັນ ຢູ່ປະເທດ ອາເມລິກາ ເຊິ່ງເຂົ້າສອບເສັງ ໃນຫົວຂໍ້ເວີດ 2013, ແຕ່ບໍ່ສາມາດເຂົ້າຮອບ ສິ່ງດັ່ງກ່າວ ຈຶ່ງເປັນແຮງ ບັນດານໃຈໃຫ້ນ້ອງອີກຢ່າງອ້າຍຍັງ ໄດ້ສອນຄວາມຮູ້ ດ້ານຄອມພິວເຕີ ໃຫ້ກັບຕົນເອງ ມາຕະຫລອດ ຈາກຈຸດນີ້ເອງ ນ້ອງ ຈຶ່ງມີແນວຄິດວ່າ ຢາກຮຽນສາຍວິຊາດັ່ງກ່າວ; ໃນທີ່ສຸດກໍສາມາດ ເສັງເຂົ້າຮຽນ ສາຍວິຊາເຕັກໂນໂລຢີ ແລະ ຂໍ້ມູນຂ່າວສານໄດ້, ແຕ່ພໍເຂົ້າຮຽນປີທໍາອິດ ນ້ອງໄປສະໝັກສອບເສັງ ເພື່ອຄັດເລືອກນັກຮຽນເກັ່ງ ໄປເສັງຢູ່ປະເທດ ອາເມລິກາ ຈາກການແນະນໍາ ຂອງອ້າຍ ເຊິ່ງຈັດ ຂຶ້ນໃນວັນທີ 21 ພຶດສະພາ ມີຜູ້ເຂົ້າຮ່ວມປະມານ 2 ພັນກວ່າຄົນ, ໃນເບື້ອງຕົ້ນຕົນເອງ ຍັງຄິດລັງເລໃຈວ່າ ຈະສາມາດເຮັດໄດ້ບໍ່ ແຕ່ສຸດທ້າຍນ້ອງກໍສາມາດ ເຂົ້າຮອບຄັດເລືອກ ແລະ ໄດ້ເປັນອັນດັບທີ 1 ຂອງປະເທດລາວ ເພື່ອເປັນຕົວແທນ ໃຫ້ກັບນັກສຶກສາລາວ ເຂົ້າຮ່ວມ ການແຂ່ງຂັນ Microsoft Office Specialist World Cham - pionship ລະດັບໂລກ. ຫລັງຈາກນັ້ນ, ນ້ອງກໍໄດ້ຝຶກຊ້ອມຕົນເອງ ເພື່ອຫວັງໃຫ້ໄດ້ ຄະແນນທີ່ດີ ຂອງການສອບເສັງລະດັບໂລກ ແຕ່ສຸດທ້າຍກໍບໍ່ສາມາດ ເຂົ້າຮອບ 1 ໃນ 10 ໄດ້.
ໃນການແຂ່ງຂັນຄັ້ງນີ້ ມີຫລາຍກວ່າ 50 ປະເທດເຂົ້າຮ່ວມ ເຊິ່ງໄດ້ຈັດຂຶ້ນ ຕົ້ນເດືອນສິງຫາຜ່ານມານີ້ ຢູ່ເມືອງ ອໍລັນໂດ ລັດຟລໍຣີດາ ປະເທດ ອາເມລິກາ ໃນນັ້ນປະເທດລາວ ເຮົາໄດ້ສົ່ງນັກສຶກສາ ເຂົ້າຮ່ວມຈໍານວນ 3 ຄົນຄື ທ້າວ ອຸດົມສະຫວັນ ໄຊຍະວົງ ໄດ້ເຂົ້າແຂ່ງ ຂັນໃນຫົວຂໍ້ MOSWC Power Point 2010 ແລະ ສາມາດຍາດໄດ້ ອັນດັບທີ 7 ຂອງໂລກ, ສ່ວນ ທ້າວ ພິລະພັນ ອິນທະວົງສາ ເຂົ້າແຂ່ງຂັນ ໃນຫົວຂໍ້ MOSWC Excel 2010 ເຊິ່ງສາມາດຍາດ ໄດ້ອັນດັບທີ 10 ຂອງໂລກ, ໃນນັ້ນ, ນ້ອງເອງເຂົ້າແຂ່ງຂັນ ໃນຫົວຂໍ້ MOSWC World 2010 ແຕ່ບໍ່ສາມາດຕິດອັນດັບ.

No comments