ຫັນແນວຄິດເກົ່າມາປູກຜັກຂາຍ ເຮັດໃຫ້ຄອບຄົວມີການພັດທະນາດີຂຶ້ນ
*ຍ້ອນມີແນວທາງນະໂຍບາຍຂອງພັກ-ລັດ ທີ່ຖືກຕ້ອງບວກໃສ່ ການຜັນຂະຫຍາຍ ຢ່າງຕໍ່ເນື່ອງ ຂອງອຳນາດ ການປົກຄອງທຸກຂັ້ນ ສົ່ງຜົນເຮັດໃຫ້ ປະຊາຊົນລາວ ບັນດາເຜົ່າ ມີຄວາມເຂົ້າໃຈ ແລະ ຫັນຈາກຊົນນະບົດ ຫ່າງໄກສອກຫລີກ ມາຢູ່ທົ່ງພຽງ ແລະ ຫັນແນວ ຄິດເກົ່າຄອງເດີມ ໄປສູ່ເສດຖະກິດການຄ້າ ສົ່ງຜົນເຮັດໃຫ້ ຫລາຍຄອບຄົວ ມີຢູ່ມີກິນ ແລະ ຫລຸດພົ້ນອອກ ຈາກຄວາມທຸກຍາກ ເທື່ອລະກ້າວ. ດັ່ງຄອບຄົວ ທ້າວ ຕູ້ຈ້າງ ຢູ່ບ້ານນາເລົາ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ຖືເອົາການປູກຜັກ ເປັນສິນຄ້າເຮັດໃຫ້ ຄອບຄົວມີ ລາຍຮັບ ທີ່ໝັ້ນຄົງ ແລະ ມີການພັດທະນາ ດີຂຶ້ນເທື່ອລະກ້າວ.
ໃນເມື່ອກ່ອນຄອບຄົວຂອງ ທ້າວ ຕູ້ຈ້າງ ແມ່ນຢູ່ບ້ານແຫ່ງໜຶ່ງ ໃນເຂດຫ່າງໄກສອກຫລີກ ຂອງແຂວງຫົວພັນ, ໄດ້ຍ້າຍມາຢູ່ບ້ານນາເລົາ ເມືອງໂພນໂຮງ ແຂວງວຽງຈັນ ແຕ່ປີ 2001 ເປັນຕົ້ນມາ; ຫລັງຈາກນັ້ນ ກໍໄດ້ຖືເອົາ ແຜນພັດທະນາເສດຖະກິດຂອງລັດ ເຂົ້າໃນ ການດຳລົງຊີວິດ, ສ້າງສາພັດທະນາເສດຖະກິດ ຄອບຄົວ ອັນພົ້ນເດັ່ນແມ່ນ ຫັນແນວຄິດເກົ່າຄອງເດີມ ເປັນຕົ້ນແມ່ນ ເຮັດການຜະລິດພໍກຸ້ມ ຢູ່ກຸ້ມກິນໄປສູ່ ການຜະລິດເປັນສິນຄ້າ ດ້ວຍການຖືເອົາ ອາຊີບປູກຜັກ ປ້ອນຕະຫລາດ.
ແຮງຈູງໃຈທີ່ເຮັດໃຫ້ຄອບຄົວ ທ້າວ ຕູ້ຈ້າງ ຖືເອົາອາຊີບປູກຜັກຂາຍ ຍ້ອນໄດ້ເຂົ້າຮ່ວມໂຄງການ ໂນນສູງ ເຊິ່ງໂຄງ ການດັ່ງກ່າວ ໄດ້ຈັດຝຶກອົບຮົມ ທາງດ້ານເຕັກນິກ ໃນການເຮັດຝຸ່ນ ທຳມະຊາດເຂົ້າໃນການ ປູກຜັກປອດສານພິດ, ວິ ທີເຮັດຢາພື້ນເມືອງ ປາບສັດຕູພືດ ດ້ວຍພືດທຳມະຊາດ ເພາະໂຄງການນີ້ ແມ່ນສົ່ງເສີມປະຊາຊົນ ປູກຜັກປອດສານພິດ ຈຸດປະສົງເພື່ອຫລີກເວັ້ນ ຜົນກະທົບຕໍ່ສຸຂະພາບ ຜູ້ຜະລິດ, ຜູ້ບໍລິໂພກລວມເຖິງ ສະພາບແວດລ້ອມຕື່ມອີກ. ການປູກຜັກ ແມ່ນສາ ມາດປູກໄດ້ 3 ຊຸດ ຕໍ່ໜຶ່ງປີ ເຊິ່ງໃນແຕ່ລະຊຸດ ສາມາດ ສ້າງລາຍຮັບ ເຂົ້າຄອບຄົວລາວ ໄດ້ 15 ລ້ານກີບຂຶ້ນໄປ. ສຳລັບຕະຫລາດຮອງຮັບຊື້ຜັກ ແມ່ນມີແມ່ ຄ້າມາຈາກ ນະຄອນຫລວງວຽງຈັນ, ຫລັກ 52 ແລະ ເມືອງໂພນໂຮງ ແຂວງວຽງຈັນ.
ເປັນເວລາ 10 ກວ່າປີທີ່ຄອບຄົວ ທ້າວ ຕູ້ຈ້າງ ໄດ້ຖືເອົາອາຊີບປູກຜັກຂາຍ ໃນເນື້ອທີ່ 3 ໄລ່ ກໍເຮັດໃຫ້ຊີວິດ ການເປັນຢູ່ ມີການພັດທະນາດີຂຶ້ນ ອັນເດັ່ນແມ່ນ ສາມາດເຮັດເຮືອນຢູ່ ແບບຖາວອນ, ຊື້ພາຫະນະຮັບໃຊ້ຄອບຄົວ, ມີເງິນສົ່ງເສີມລູກຮຽນໜັງສື ແລະ ມີເງິນ ແຮໄວ້ໃຊ້ຈ່າຍ ໃນເວລາຈຳເປັນ. ລາວກ່າວດ້ວຍຄວາມພາກ ພູມໃຈວ່າ: ຄອບຄົວ ມີຢູ່ມີກິນ ແລະ ຫລຸດພົ້ນອອກ ຈາກຄວາມທຸກ ໂດຍພື້ນຖານກໍຍ້ອນ ມີພັກ-ລັດນຳພາ ບວກໃສ່ຊຸກຍູ້ ໃຫ້ປະຊາຊົນລາວບັນດາເຜົ່າ ທຳການ ຜະລິດ ເປັນສິນຄ້າຖ້າທຽບໃສ່ເມື່ອກ່ອນຄອບ ຄົວໄດ້ຮັບການ ພັດທະນາດີຂຶ້ນຫລາຍເທົ່າ.
ທີ່ມາ: KPL

No comments