ຂປລ. ຕາມຂ່າວ ຕ່າງປະເທດ, ວັນທີ 11ຕຸລາ 2016, ທ່ານ ບາຣັດ ໂອບາມາ, ປະທານາ ທິບໍດີ ຂອງສະຫະລັດ ອາເມລິກາ ຖະແຫລງວ່າ: ລັດຖະບານ ສ.ອາເມລິກາ ຈະຮ່ວມມືກັບ ອຸດສາຫະກຳ ພາກເອກກະຊົນ ເພື່ອສົ່ງມະນຸດ ໄປຍັງ ດາວອັງຄານ ພາຍໃນປີ2030 ແລະ ເດີນທາງ ກັບຄືນໂລກ ຢ່າງປອດໄພ. ໂດຍຈະມີ 6 ບໍລິສັດ ທີ່ໄດ້ຮັບເລືອກ ເຮັດວຽກ ດ້ານ ທີ່ຢູ່ອາໄສ ໃນອາວະກາດ ແລະ ຈະໄດ້ຮັບເງິນ ຊ່ວຍເຫລືອ ລວມກັນ 65ລ້ານ ໂດລາ ສະຫະລັດ ໃນໄລຍະເວລາ 2ປີຕໍ່ໜ້າ ເພື່ອສ້າງ ທີ່ຢູ່ອາໄສ ຢູ່ເທິງພື້ນຜິວ ດາວອັງຄານ ຫລື ໃຊ້ເປັນທີ່ພັກ ຂອງມະນຸດ ອາວະກາດ ທີ່ເດີນທາງ ເທິງຍານ ອາວະກາດ.
ທີ່ມາ: KPL
No comments