ພະຍາດ ອະຫິວາ ລະບາດໜັກ ຢູ່ໄຮຕິ ເສຍຊີວິດ 12 ຄົນ
ຂປລ. ຕາມຂ່າວ ຕ່າງປະເທດ, ວັນທີ12 ຕຸລາ2016, ພະຍາດ ອະຫິວາ ພວມ ລະບາດ ຢ່າງໜັກ ໃນໄຮຕິ ເຮັດໃຫ້ ມີຜູ້ເສຍຊີວິດ 12 ຄົນ ແລະ ຕິດເຊື້ອອີກ 100 ກວ່າຄົນ ພາຍຫລັງ ຮັບຜົນກະທົບ ຈາກ ພາຍຸ ເຮີລິເຄນ ແມທິວ ເຮັດໃຫ້ ມີຜູ້ເສຍຊີວິດ1.000 ກວ່າຄົນ. ປັດຈຸບັນ ປະຊາຊົນ1,4 ລ້ານຄົນ ພວມ ຕ້ອງການ ຄວາມຊ່ວຍເຫລືອ ດ້ານ ມະນຸດສະທຳ ໂດຍສະເພາະ ດ້ານສະບຽງອາຫານ, ນໍ້າດື່ມ, ຢາປິ່ນປົວ ພະຍາດ ແລະ ການຊ່ວຍເຫລືອ ອື່ນໆ ຈາກ ປະຊາຄົມໂລກ.
No comments