ວິທີປູກໝາກອຶໃຫ້ມີຫລາຍໝາກ

ມາພົບກັບ ຜູ້ອ່ານມື້ນີ້ ຂໍນຳສະເໜີ ກ່ຽວກັບການ ປູກໝາກອຶ ຄວາມຈິງແລ້ວ ຂັ້ນຕອນການ ປູກໝາກອຶ ມັນບໍ່ຫຍັງຫຍຸ້ງ ຍາກແຕ່…ເຮົາຈະປູກແບບໃດ ໃຫ້ໄດ້ໝາກຫລາຍ, ມີເນື້ອແໜ້ນ ເຫັນແລ້ວ ຢາກກິນທັນ ທີ່ມັນແມ່ນເລື່ອງ ຍາກມື້ນີ້ພວກ ເຮົາ ເລີຍໄປຊອກຫາ ວິ​ທີ​ປູກດັ່ງກ່າວ ມາເປີດເຜີຍ ໃຫ້ທຸກຄົນໄດ້ຮູ້ຈັກ ເຊິ່ງຈະເຮັດແນວໃດ ນັ້ນເຮົາມາອ່ານ ກັນເລີຍ.
ວັດຖຸດິບທີ່ຕ້ອງ ກຽມມີ: ນົມຝຸ່ນເດັກນ້ອຍ ແລະ ນ້ຳສະອາດ. ວິທີເຮັດ ເມື່ອປູກໝາກອຶ ໄດ້ປະມານ 1 ເດືອນແລ້ວ ໃຫ້ສັງເກດເບິ່ງຕົ້ນ ໝາກອຶ ທີ່ກຳລັງອອກດອກ; ຫລັງຈາກນັ້ນ ແມ່ນນຳນົມ ຝຸ່ນເດັກນ້ອຍ ໃນປະລິມານ 2 ບ່ວງແກງ ປະສົມກັບ ນ້ຳ 20 ລິດ ຄົນໃຫ້ນົມຝຸ່ນລະລາຍ ໃນນ້ຳໃຫ້ເຂົ້າກັນດີ, ຈາກນັ້ນກໍນຳ ໄປສີດໃສ່ທີ່ດອກ ໝາກອຶ ໃນຕອນເຊົ້າ ທຸກເຊົ້າຈົນກວ່າ ໝາກຈະຕິດ; ການເອົານ້ຳນົມ ຝຸ່ນສີບໃສ່ນີ້ ເພື່ອເປັນການລໍ້ ໃຫ້ແມງໄມ້ເຂົ້າຕອມ ດອກໝາກອຶ ມາຫລາຍຕື່ມເພາະ ແມງໄມ້ຈະຊ່ວຍ ປະສົມເກສອນ ດອກໄມ້ ເຮັດໃຫ້ໝາກອຶ ຕິດໝ່ວຍ ທຸກດອກ.
ສຳລັບວິ​ທີນີ້ ກໍບໍ່ຫຍຸ້ງຍາກ ເລີຍຫາກທ່ານໃດ ກຳລັງປູກໝາກອຶ ຢູ່ກໍສາມາດນຳເອົາ ວິທີນີ້ໄປໃຊ້ ເພື່ອເພີ່ມຜົນ ຜະລິດຂອງທ່ານ.



ທີ່ມາ: KPL

No comments

Theme images by compassandcamera. Powered by Blogger.