ລູນີເຊັງຄຳຖາມນັກຂ່າວ ຍືນຍັນຫລິ້ນຕາມໃບສັ່ງທຸກຄັ້ງ

ເວຍລູນີ ດາວຍິງທີມຊາດອັງກິດຍອມຮັບເບື່ອກັບຄຳຖາມຊ້ຳຊາກເລື່ອງຟອມຕົກ ແລະ ເລື່ອງຫລິ້ນຕາມຕຳແຫນ່ງໃດດີກວ່າ ລູນີເຜີຍວ່າ: ຈັດເຕັມທຸກຄັ້ງທີ່ໂຄ້ດສັ່ງ

ໂດນວິຈານຍ່າງຫນັກກັບຟອມການຫລິ້ນທັງກັບສະໂມສອນແມນເຊສເຕີ ຍູໄນເຕັດ ແລະ ທີມຊາດອັງກິດວ່າ: ທ້າວຫມູບິນ (ເວຍລູນີ) ກັບຕັນທີມຜີສາດແດງ ແລະ ທີມສິງໂຕຄຳຣາມອັງກິດ ຍັງຍືນວ່າ: ພ້ອມຈະເຮັດຫນ້າທີ່ຍ່າງເຕັມທີ່ຖ້າໄດ້ຮັບມອບຫມາຍຈາກໂຄ້ດບໍ່ວ່າຈະເປັນ ຊູເຊ່ ມູຣິນໂຍ່ ຂອງທີມຍູໄນເຕັດ ຫລື ກັບ ແກເຣັກ ເຊົາເກດ ຜູ້ຈັດການທີມຊາດອັງກິດຄົນໃຫມ່.

ສ່ວນເລື່ອງເກມເປີດບ້ານຮັບມອລຕາເຮັດສຶກບານໂລກຮອບຄັດເລືອກກຸ່ມເອັບທີ່ເວມບລີ ໃນວັນເສົາທີ່ຈະມາເຖິງນີ້ຈະໄດ້ລົງເປັນ 11ຄົນທຳອິດຫລືບໍ່ນັ້ນ ລູນີຍອມຮັບວ່າ: ບໍ່ຮູ້ຄືກັນຂື້ນຢູ່ກັບກາຕັດສິນໃຈຂອງແກເຣັກ.

ລູນີກ່າວຖິ້ມທ້າຍວ່າ: ບອກຕາມຄວາມຈິງຂ້ອຍເມື່ອຍຕອບຄຳຖາມເກົ່າທຊ້ຳຊາກວ່າຂ້ອຍຫລິ້ນເປັນສູນຫນ້າ ຫລື ມິດຟິລດີກວ່າກັນຂ້ອຍຕອບມານັບເທື່ອບໍ່ໄດ້ແລ້ວວ່າຂ້ອຍຫລິ້ນໃນຈຸດທີ່ຜູ້ຈັດການຂ້ອຍເປັນຄົນສັ່ງ ຂ້ອຍຕ້ອງຟັງຄວາມເຂົາ ເຂົາຍາກໃຫ້ຂ້ອຍຫລິ້ນບ່ອນໃດ ຍືນຢູ່ໃສ ຂ້ອຍກໍ່ຕ້ອງຟັງເຂົາ ຂ້ອຍບໍ່ໄດ້ເປັນຄົນເລືອກຂ້ອຍກລິ້ນຕາມຄຳສັ່ງມາຕະຫລອດ ແລະ ຂ້ອຍກໍ່ເຊື່ອວ່າວັນເສົານີ້ຂ້ອຍຈະໄດ້ລົງຫລິ້ນຫລືບໍ່ ມັນກໍ່ຂື້ນກັບແກເຣັກ ແລະ ຖ້າຂ້ອຍໄດ້ລົງຫລິ້ນຂ້ອຍພ້ອມຈະຫລິ້ນຍ່າງເຕັມທີ່ເຕັມຄວາມສາມາດ.

ທີ່ມາ: SEDTHAKID

No comments

Theme images by compassandcamera. Powered by Blogger.