ມູວີມ໋ອງ ທຸລະກິດໄປດີກຽມເປີດສາຂາໃໝ່

ຮ້ານມູເວີມ໋ອງ ແມ່ນຮ້ານໜຶ່ງທີ່ໃຫ້ບໍລິການຕັດເຄື່ອງຕາມທີ່ລູກຄ້າສັ່ງ ແລະມີທັງສິນຄ້າສຳເລັດຮູບວາງຂາຍບໍ່ວ່າຈະເປັນ ເສື້ອສູດ, ເສື້ອເຊີດ, ໂສ້ງມີທັງ ຂອງທ່ານຍິງ ແລະທ່ານຊາຍ

zzzttuuddkkhhuueeaanngg

ຊຶ່ງພາຍຫຼັງທີ່ເປີດໃຫ້ບໍລິການໄດ້ເກືອບ 2 ປີ ເຫັນວ່າໄດ້ຜົນຕອບ ຮັບດີຈາກລູກຄ້າ ທັງນີ້ ເຈົ້າຂອງ ຮ້ານຍັງມີແຜນທີ່ຈະເປີດສາຂາໃໝ່ອີກໃນອະນາຄົດອັນໃກ້ ເພື່ອຮອງຮັບລູກຄ້າເນື່ອງຈາກລູກຄ້ານັບມື້ນັບເພີ່ມຂຶ້ນ.

zzzttuuuudddkkhhuueeaanngg

ທ່ານ ນາງ ພອນທິດາ ສົມສະອາດ ອຳນວຍການຮ້ານມູເວີມ໋ອງໃຫ້ສຳພາດວ່າ: ຮ້ານມູເວີມ໋ອງ ແມ່ນມາຈາກພາສາຝຣັ່ງ ເນື່ອງຈາກເຈົ້າຂອງຮ້ານມັກພາສາຝຣັ່ງເພາະເປັນພາສາທີ່ສວຍງາມ, ຄຳວ່າມູເວີມ໋ອງມີຄວາມໝາຍວ່າການເຄື່ອນໄຫວທີ່ບໍ່ຢຸດນິ້ງ ແລະມີການພັດທະນາໄປເລື້ອຍໆເພື່ອຮັບໃຊ້ສັງຄົມ, ທຸລະກິດດັ່ງກ່າວເກີດຂຶ້ນຍ້ອນຄວາມ ມັກຮັກຂອງເຈົ້າຂອງຮ້ານໃນການແຕ່ງຕົວ ແລະມີພອນສະຫວັນ ໃນການອອກແບບຈຶ່ງເກີດມາ ເປັນແບນເສື້ອຜ້າ ຊຶ່ງໄດ້ເລີ່ມດຳ ເນີນທຸລະກິດໃນປີ 2014 ໂດຍ ໃນເບື້ອງຕົ້ນແມ່ນເຮັດເປັນຮ້ານນ້ອຍໆໄດ້ປະມານ 3-4 ເດືອນ ເຫັນວ່າກະແສຕອບຮັບຈາກລູກຄ້າດີສົມຄວນຈາກນັ້ນກໍໄດ້ຂະຫຍາຍຮ້ານອອກໃຫຍ່ຂຶ້ນເພື່ອຮອງຮັບລູກຄ້າ.

No comments

Theme images by compassandcamera. Powered by Blogger.